
ກອງຮ້ອຍກຳລັງໄຟ ເປີດຂະບວນການແຂ່ງຂັນກິລາ
ເວລາອອກຂ່າວ: 2023-03-20 08:53:55 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 4241 | ຄວາມນິຍົມ:
ວັນທີ 10 ກຸມພາ 2023, ກອງຮ້ອຍກຳລັງໄຟກອງພັນໃຫຍ່ 497 ໄດ້ເປີດຂະບວນການແຂ່ງຂັນກິລາ ປະຈຳປີ 2023 ເພື່ອຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ VI ຂອງໜ່ວຍພັກ ແລະ ຂອງຄະນະພັກ ກອງພັນໃຫຍ່ 497, ໂດຍການເປັນປະທານ ຂອງສະຫາຍ ພັນໂທ ຄຳສ່ຽນ ສຸລິວັນ ເລຂາໜ່ວຍພັກ ຫົວໜ້າການທະຫານກອງຮ້ອຍກຳລັງໄຟ, ມີຄະນະພັກ-ຄະນະບັນຊາ, ຄະນະຮັບຜິດຊອບອະນຸກຳມະ ການຕະຫຼອດຮອດນັກກິລາ ພາຍໃນກົມກອງເຂົ້າຮ່ວມ.
ສະຫາຍ ພັນຕີ ກອງສອນ ທະວີໄຊ ຮອງຫົວໜ້າການເມືອງໄດ້ຜ່ານແຜນການແຂ່ງຂັນກິລາໃນຄັ້ງນີ້ວ່າ: ເພື່ອຂໍ່ານັບຮັບຕ້ອນວັນສຳຄັນຕ່າງໆຂອງພັກ, ຂອງຊາດ ຂອງກອງທັບ ເວົ້າລວມ ເວົ້າສະເພາະແມ່ນເພື່ອກະກຽມຂໍ່ານັບຮັບຕ້ອນກອງປະ ຊຸມໃຫຍ່ ຄັ້ງທີ VI ຂອງໜ່ວຍພັກຂັ້ນຕົນ ທັງເປັນການຍູ້ແຮງຂະບວນການດ້ານຕ່າງໆພາຍໃນກົມກອງໃຫ້ມີບັນຍາກາດເບີກບານມ່ວນຊື່ນ, ຮັດແໜ້ນ ຄວາມສາມັກຄີລະຫວ່າງຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບໃນກົມກອງ ແລະ ເຮັດໃຫ້ມີສຸຂະພາບແຂງແຮງ, ກຽມ ພ້ອມປະຕິບັດໜ້າທີ່ວຽກງານທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້, ພ້ອມນີ້ ກໍເພື່ອເປັນການຄັດເລືອກເອົານັກກິລາຜູ້ດີເດັ່ນ, ຜູ້ທີ່ມີພອນສະຫວັນ, ຫຼິ້ນດີມີທັດສະ ນະຄຸນສົມບັດ ແລະ ມີທັກສະໃນການຫຼິ້ນກິລາ ເພື່ອເປັນຕົວແທນ ເຂົ້າຮ່ວມແຂ່ງຂັນກັບບັນດາກົມກອງອ້ອມຂ້າງ ທີ່ຂັ້ນເທິງຈັດຂຶ້ນເພື່ອຍາດເອົາຂັນລາງວັນ ແລະ ໄຊຊະມາໃຫ້ກົມກອງ, ປະເພດກິລາທີ່ນຳມາແຂ່ງຂັນປະ ກອບມີ: ກິລາບານເຕະ, ກິລາບານສົ່ງ, ກິລາເປຕັງ ແລະ ກິລາກະຕໍ້.
ພາບ-ຂ່າວ: ເປີ້ນ ແສງຄຳມີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ