
ຂອບໃຈທີ່ໃຫ້ການອຸປະຖຳ
ເວລາອອກຂ່າວ: 2023-03-20 08:52:22 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 5789 | ຄວາມນິຍົມ:
ວັນທີ 8 ມີນາ 2023 ນີ້, ທ່ານ ສົມຊາຍ ຍົດສະຫວັນ ຮອງຜູ້ອຳນວຍການທະນາຄານຮ່ວມທຸລະກິດ ລາວ-ຫວຽດ ພ້ອມດ້ວຍພະນັກງານໄດ້ນຳເອົາເຄື່ອງອຸ ປະໂພກ-ບໍລິໂພກ ແລະ ເຄື່ອງຮັບໃຊ້ຫ້ອງການຄອມພິວເຕີ 1 ຊຸດ, ເຄື່ອງພິມເອກະສານ 1 ຊຸດ ລວມມູນຄ່າ 22 ລ້ານກວ່າກີບ ມາມອບໃຫ້ສູນເສຍອົງຄະພິເສດ 790, ກ່າວຮັບໂດຍ ສະຫາຍພັນໂທ ໂອຍຄຳ ປານດາທອງ ຫົວ ໜ້າການທະຫານສູນເສຍອົງຄະພິເສດ 790 ພ້ອມຄະນະ ແລະ ກ່າວສະແດງຄວາມຂອບໃຈຕໍ່ ທ່ານສົມຊາຍ ຍົດສະຫວັນ ແລະ ອົງການຈັດຕັ້ງມະຫາຊົນທະນາ ຄານຮ່ວມທຸລະກິດ ລາວ-ຫວຽດ ທີ່ໄດ້ໃຫ້ການຊຸກຍູ້ອຸປະຖຳໃນຄັ້ງນີ້ ພ້ອມທັງໃຫ້ຄຳໝັ້ນສັນຍາວ່າຈະນຳໃຊ້ເຄື່ອງດັ່ງກ່າວເຂົ້າໃນວຽກງານລວມຂອງກົມກອງໃຫ້ເກີດຜົນປະໂຫຍດສູງສຸດ ແລະ ອວຍພອນໃຫ້ທ່ານ ຮອງຜູ້ອຳນວຍການພ້ອມດ້ວຍພະນັກງານຈົ່ງມີສຸຂະພາບແຂງ ແຮງປະສົບຜົນສຳເລັດໃນການດຳເນີນທຸລະກິດຂອງນັບມື້ເຕີບໃຫຍ່ຂະຫຍາຍຕົວ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ