
ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ລົງຊີ້ນຳການຮຽນ-ການສອນຢູ່ວິທະຍາຄານນາຍທະຫານບົກກົມມະດຳ
ເວລາອອກຂ່າວ: 2023-03-16 10:07:46 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 140 | ຄວາມນິຍົມ:
ວັນທີ 13 ມີນາ 2023 ນີ້, ສະຫາຍ ພົນຕີ ພັນແສງ ບຸນພັນ ກຳມະການ ຄະນະພັກກະຊວງ ປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ພ້ອມຄະນະ ລົງຊີ້ນຳວຽກງານການຮຽນ-ການ ສອນຢູ່ວິທະຍາຄານນາຍທະຫານ ບົກກົມມະດຳ, ມີຄະນະພັກ-ຄະນະອຳນວຍການ, ຄະນະຫ້ອງ, ພະນັກງານຫຼັກແຫຼ່ງ, ນັກ ຮຽນ-ນັກສຶກສາ ໃຫ້ການຕ້ອນຮັບ.
ສະຫາຍ ພັນເອກ ບົວໄລ ສີລັກສາ ຫົວໜ້າການທະຫານ ວິທະຍາຄານນາຍທະຫານບົກ ກົມມະດຳ ໄດ້ລາຍງານການ ເຄື່ອນໄຫວຈັດຕັ້ງປະຕິບັດລະ ບຽບແບບແຜນ, ການຮຽນ-ການສອນ ໃຫ້ສະຫາຍ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບໄດ້ຮັບຊາບ, ຍາມໃດຄະນະພັກ-ຄະນະອຳນວຍການກໍຖືເອົາວຽກງານສືກສາອົບຮົມການເມືອງ-ນຳພານວຄິດເປັນກົກ, ເອົາການຮຽນ, ການສອນເປັນສຳຄັນໃນ ການເປັນເບົ້າລໍ່ກໍ່ສ້າງນາຍທະ ຫານຮັບໃຊ້ໃຫ້ກຳລັງຫຼວງ-ກຳ ລັງທ້ອງຖິ່ນສາມາດສ້າງພະນັກງານນຳພາ-ບັນຊາທີ່ມີຄຸນນະ ພາບໃນກອງທັບ.
ໂອກາດນີ້, ສະຫາຍ ພົນຕີ ພັນແສງ ບຸນພັນ ໄດ້ຮຽກຮ້ອງໃຫ້ຄະນະພັກ-ຄະນະອຳນວຍການສຶບຕໍ່ສືກສາອົບຮົມວຽກງານການເມືອງ-ນຳພາແນວຄິດເປັນສຳຄັນ, ເອົາໃຈໃສ່ກວດກາແຜນການຮຽນ, ການສອນແລະລະບຽບແບບແຜນ. ພ້ອມນັ້ນຍັງໄດ້ເນັ້ນໃຫ້ພະນັກງານນັກຮຽນ-ນັກສຶກສາ ຈົ່ງເອົາໃຈໃສ່ປະຕິບັດຂໍ້ກຳນົດ 7 ລະບອບ 18 ວຽກຂອງກອງທັບ ກໍຄືລະບຽບຂອງວິທະຍາຄານວາງອອກໃຫ້ເຂັ້ມງວດ, ຕັ້ງໜ້າສືກສາອົບຮົມການ ເມືອງ, ການທະຫານ ແລະ ວິຊາສະເພາະເຫຼົ່າຮົບຕ່າງໆກຳແໜ້ນບົດຮຽນທັງພາກທິດສະດີ ແລະພາກປະຕິບັດຕົວຈິງເພື່ອສ້າງໃຫ້ຕົນເອງກາຍເປັນພະນັກງານສຶບທອດປ່ຽນແທນໃນກອງທັບ.
ຂ່າວ: ລຸນທອງ ສີບຸນເຮືອງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ