
ວປກ ສະຫຼຸບວຽກງານຮອບດ້ານປະຈຳປີ 2022
ເວລາອອກຂ່າວ: 2023-03-16 10:03:04 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 105 | ຄວາມນິຍົມ:
ກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານຮອບດ້ານຂອງວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ປະຈຳປີ 2022 ໄດ້ຈັດຂຶ້ນໃນວັນທີ 15 ມີນາ 2023 ນີ້, ໂດຍການເປັນປະ ທານຂອງ ສະຫາຍ ພົນຕີ ຄຳຫຼ້າ ພັນໄຊຍະສຸກ ຫົວໜ້າການເມືອງວິທະຍາຄານປ້ອງກັນຊາດສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ-ນັກຮົບເປັນປົກກະຕິ, ຈັດຕັ້ງຄົ້ນຄວ້າ, ເຜີຍແຜ່ເຊື່ອມຊຶມ ແລະ ຜັນຂະ ຫຍາຍມະຕິກອງປະຊຸມໃຫຍ່ຄັ້ງ ທີ XI ຂອງພັກ, 2 ວາລະແຫ່ງ ຊາດ, ມະຕິກອງປະຊຸມໃຫຍ່ ຄັ້ງ ທີ V ຂອງອົງຄະນະພັກກະຊວງ ປ້ອງກັນປະເທດ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ກະຊວງປ້ອງກັນປະເທດວາງອອກ ເຮັດໃຫ້ພະນັກງານ-ນັກ ຮົບ ເຂົ້າໃຈແຈ້ງຕໍ່ແນວທາງນະ ໂຍບາຍຂອງພັກ-ລັດ, ຂອງກອງ ທັບ, ກົມກອງຢ່າງທົ່ວເຖິງ, ເອົາ ໃຈໃສ່ຊີ້ນຳ-ນຳພາຢ່າງໃກ້ສິດຕິດແທດ ເພື່ອຮັບປະກັນເຮັດໃຫ້ການຈັດຕັ້ງພັກ-ສະມາຊິກພັກ ມີຄວາມໜັກແໜ້ນ, ເຂັ້ມແຂງທາງດ້ານການເມືອງ-ແນວຄິດ, ການຈັດຕັ້ງ ແລະ ແບບແຜນການ ນຳພາ ໂດຍປະຕິບັດຕາມ 5 ຫຼັກ ການ 3 ທິດນຳ ໃນການປັບປຸງກໍ່ສ້າງພັກ, ຈັດຕັ້ງເຊື່ອມຊຶມບັນ ດາມະຕິ, ຄຳສັ່ງຕ່າງໆຂອງຂັ້ນ ເທິງ, ຄົ້ນຄວ້າປັບປຸງໂຄງປະ ກອບການຈັດຕັ້ງທົ່ວອົງການວິທະຍາຄານ, ໄດ້ຮັບຮອງເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃນສົກປີ 2021-2022 ມີ 21 ໜ່ວຍພັກ, ມີສະມາຊິກພັກທັງໝົດ 1.246 ສະຫາຍ, ຍິງ 292 ສະຫາຍ, ດ້ານຄຸນນະພາບມີສະມາຊິກພັກແຂງ 799 ສະຫາຍ, ຍິງ 230 ສະຫາຍ, ສະມາຊິກພັກກາງ 35 ສະຫາຍ, ຍິງ 08 ສະຫາຍ, ສ້າງແຜນການຂຶ້ນຫ້ອງໃຫ້ຊຽວຊານຈີນ 8 ຄັ້ງ, ຈ່າຍປື້ມລະບຽບໃຫ້ນັກສຶກສາ 323 ຫົວ,ຕົກລົງນຳພານັກສຶກສາໄປທັດສະນະ ແລະ ລົງເກັບກຳຂໍ້ມູນ 18 ຄັ້ງ, ສ້າງຕາ ຕະລາງຂຶ້ນຫ້ອງປະຈຳເດືອນໃຫ້ນັກສຶກສາ ແລະ ໃຫ້ຊຽ່ວຊານ 20 ຄັ້ງ 590 ສະບັບ, ກວດກາອຸປະກອນຮັບໃຊ້ການຮຽນ-ການສອນໃນຫ້ອງຮຽນ 144 ຄັ້ງ, ຕິດໃບປະກາສະນີຍະບັດໃຫ້ນັກສຶກສາທີ່ຮຽນຈົບ ຈຳນວນ 256 ໃບ, ພິມເອກະສານບົດວິທະຍານິພົນ 2.062 ໃບ 74 ຫົວ,ການປະຕິບັດລະບຽບແບບແຜນຂອງນັກສຶກສາທຸກລະລະບົບໄດ້ທັງໝົດ 1.690 ຄັ້ງ, ຕິດຕາມກວດກາ ແລະ ສອບເສັງໃຫ້ນັກສຶກສາທຸກລະບົບ 351 ຄັ້ງ, ເຮັດ ແຈ້ງການຮຽນຄືນ ແລະ ເສັງຄືນໃຫ້ນັກສຶກສາ 377 ຄັ້ງ, ສ້າງຕາຕະລາງຂຶ້ນຫ້ອງໃຫ້ນັກ ສຶກສາປະລິນຍາໂທ ຊຸດທີ XIV, XV 19 ຄັ້ງ, ລວບລວມຫົວບົດ ວິທະຍານິພົນ ແລະ ກວດກາເຕັກ ນິກ, ເກັບກຳໂຄ່ງຮ່າງວິທະຍານິພົນປະລິນຍາໂທການທະຫານ-ການເມືອງ ຊຸດທີ XIV 20 ຄັ້ງ, ເຂົ້າຮ່ວມຜ່ານຫົວບົດວິທະຍານິພົນຂັ້ນຄະນະວິຊາ, ຂັ້ນ ວປກ ຫ້ອງປະລິນຍາໂທການທະຫານ-ການເມືອງ ຊຸດທີ XIV 2 ຄັ້ງ,ຈັດພິມວາລະສານ ວປກ ໄດ້ 01 ສະບັບ ຈຳນວນ 1.000 ຫົວ, ມີ 25 ບົດ, ລົງທະບຽນປຶ້ມເຂົ້າໃໝ່ ແລະ ຕິດບາໂຄດໄດ້ 523 ຫົວ, ມີສະມາຊິກເຂົ້າອ່ານປື້ມໃນຫໍສະໝຸດ ແລະ ບໍລິການຢືມ-ສົ່ງປື້ມໄດ້ 1.029 ເທື່ອຄົນ,ເຮັດໜັງສືສະເໜີ, ຂຽນບົດຄຳເຫັນໂອ້ລົມ, ບົດຮັບຄຳໂອວາດໄດ້ 52 ສະບັບ,ເຮັດໃບຈາລຶກຜົນງານ 46 ໃບ, ເຮັດບັດເຂົ້າ-ອອກຄ້າຍ 206 ບັດ, ສະຕິກເກີ້ຕິດລົດ 260 ບັດ,ສຳເນົາເອກະສານເຂົ້າ- ອອກ ຫ້ອງການ ແລະ ວປກ ໄດ້ທັງ ໝົດ 8.006 ສະບັບ, ຮັບເອກະ ສານຈາກຂັ້ນເທິງ 637 ສະບັບ, ປ້ອງກັນຊ່ຽວຊານຕ່າງປະເທດ ແລະ ປ້ອງກັນທົ່ວໄປ 312 ຄັ້ງ, ສະໜອງຊີ້ນ, ປາທຸກຊະນິດ 21.498.4 ກິໂລ, ຜັກ-ໝາກໄມ້ທຸກຊະນິດ 97.720 ກິໂລ, ເກັບກູ້ເຂົ້ານາປີ, ນາແຊງ ໄດ້ເຂົ້າ ສານ 5350 ກິໂລ, ປູກຕົ້ນໄມ້ອຸດສາຫະກຳ 1.290 ຕົ້ນ. ຜະລິດນ້ຳດື່ມຕຸກໃຫຍ່ໄດ້ 24.853 ຕຸກ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ