ກອງທັບປະຊາຊົນລາວ

ວັນພະຫັດ, ວັນທີ 01 ມິຖຸນາ 2023



ສະຫຼຸບ​ຜົນສຳເລັດ ແລະ ຍ້ອງຍໍ​ການ​ເຂົ້າ​ຮ່ວມ​ແຂ່ງຂັນ​ກິລາ​ການ​ທະຫານ​ສາກົນ
ເວລາອອກຂ່າວ: 2023-03-16 10:00:12 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 885 | ຄວາມນິຍົມ:



ພິທີ​ສະຫຼຸບ​ຜົນສຳເລັດ ແລະ ຍ້ອງຍໍ​ການ​ເຂົ້າ​ຮ່ວມ​ແຂ່ງຂັນ​ກິລາ​ການ​ທະຫານ ( ARMY GAMES-2022 ), ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 15 ມີນາ 2023 ນີ້, ຢູ່​ທີ່ ກອງພັນ​ໃຫຍ່ 661, ໂດຍ​ການ​ເປັນ​ປະທານ​ຂອງ​ ສະຫາຍ ພົນ​ຈັດຕະ ວາ ບົວ​ວັນ ບຸດ​ທະ​ຈັນໂທ ຫົວໜ້າ​ກົມ​ລົດ​ຕັງ-ຍານ​ເກາະ, ມີ​ຄະນະ​ພັກ-ຄະນະ​ບັນຊາ, ກົມ​ກອງ​ອ້ອມ​ຂ້າງ, ຫ້າງ​ຮ້ານ​, ບໍລິສັດ ພ້ອມ​ດ້ວຍ​ນັກ​ກິລາ​ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ຄຳ​ຈັນ ແສນ​ມະນີ ຫົວໜ້າ​ພະ​ແນກອົບຮົມ​ກົມ​ລົດ​ຕັງ-ຍານ​ເກາະ ໄດ້​ຍົກ​ໃຫ້​ເຫັນ​ຜົນງານ​ລວມ​ທີ່​ກອງທັບ​ປະຊາຊົນ​ລາວ​ຍາດ​ມາ​ໄດ້​ໃນ​ການ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ກິລາ​ການ​ທະຫານ ເຊິ່ງ​ຄະນະ​ນຳ​ກະຊວງ​ປ້ອງ​ກັນ​ປະເທດ​ໄດ້​ໃຫ້​ຄວາມ​ສຳຄັນ ແລະ ເປີດ​ກວ້າງ​ວຽກ​ງານ​ການ​ພົວພັນ​ຮ່ວມ​ມື​ທາງ​ດ້ານ​ການ​ທະຫານ​ສາກົນ ເພື່ອ​ຍົກ​ສູງ​ບົດບາດ​ຂອງ​ກອງທັບ​ປະຊາຊົນ​ລາວ​ກ້າວ​ສູ່​ເວທີ​ການ​ທະຫານ​ສາກົນ​ ກໍຄື​ຂອບ​ເຂດ​ພາກ​ພື້ນ ໂດຍ​ສະເພາະ​ແມ່ນ​ການ​ ອອກ​ຂ່າວ​ຜ່ານ​ສື່​ສັງຄົມ​ອອນ​ລາຍ ຄຽງ​ຄູ່​ກັນ​ນີ້​, ຄະນະ​ນຳ​ກະຊວງ​ປ້ອງ​ກັນ​ປະເທດ, ບັນດາ​ອົງການ​ກົມ​ໃຫຍ່, ກົມ​ວິຊາ​ສະເພາະ​ອ້ອມ​ຂ້າງ​ກະຊວງ​ໄດ້​ຊີ້​ນຳ ​ຢ່າງ​ໃກ້ຊິດຕິດແທດ​ໃນ​ການ​ເຝິກຊ້ອມ​ຫັດ​ແອບ​ໄປ​ແຂ່ງຂັນ​ ກໍຄື​ການ​ຊ້ອມ​ຮົບ​ຮ່ວມ​ ລາວ-ຣັດ​ເຊຍ ພ້ອມ​ນີ້​, ບັນດາ​ອະນຸ​ກຳມະການ​ຮັບຜິດຊອບ​ຕະຫຼອດ​ເຖິງ​ພະນັກ ງານ-ນັກຮົບ​ທີ່​ເຂົ້າ​ຮ່ວມ​ການ​ແຂ່ງຂັນ ແລະ ຊ້ອມ​ຮົບ​ລ້ວນ​ແຕ່​ມີ​ການ​ເຝິກຝົນ​ຫຼໍ່​ຫຼອມ​ຕົນ​ເອງ​ທາງ​ດ້ານ​ການເມືອງ-​ແນວ​ຄິດ ແລະ ອົບຮົມ-ຫັດ​ແອບ​ທາງ​ດ້ານ​ວິຊາ​ສະເພາະ ໂດຍ​ສະເພາະ​ການ​ນຳ​ໃຊ້​ພາຫະນະ, ອາວຸດ​ຍຸດ​ໂທ​ປະກອນ​ທີ່​ກົມ​ກອງ​ປະກອບ​ໃຫ້​ຢ່າງ​ເປັນ​ປົກກະຕິ​ຕໍ່​ເນື່ອງ ຜ່ານ​ການ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ທີ່​ຕິດ​ພັນ​ກັບ​ການ​ນຳ​ໃຊ້​ພາຫະນະ​ເຕັກນິກ ແລະ ອາວຸດ​ຍຸດ​ໂທ​ປະກອນ​ຂອງ​ທຸກ​ພາກສ່ວນ​ແມ່ນ​ຮັບປະກັນ​ຄວາມ​ປອດ​ໄພ 100% ສຳລັບ​ການ​ເຂົ້າ​ຮ່ວມ​ແຂ່ງຂັນ​ກິລາ​ການ​ທະຫານ​ນານາຊາດ 2022 ທີ່ ສ ຣັດ​ເຊຍ, ກອງທັບ​ປະຊາຊົນ​ລາວ​ໄດ້​ຖືກ​ເຊີນ​ເຂົ້າ​ຮ່ວມ​ເປັນ​ຄັ້ງ​ທີ 6 ຈັດ​ຕັ້ງ​ກຳລັງ​ເຂົ້າ​ຮ່ວມ 3 ປະເພດ​ກິລາ ໃນນັ້ນ, ທີມ​ລົດ​ຕັງ​ຈັດ​ໃນ​ອັນ​ດັບ​ທີ 6 ຈາກ 11 ປະເທດ ຕໍ່​ຜົນງານ​ທີ່​ຍາດ​ມາ​ໄດ້​ນັ້ນ​ກະຊວງ​ປ້ອງ​ກັນ​ປະເທດ​ຕົກລົງ​ມອບ​ຫຼຽນ​ໄຊ​ພິລາດ​ອາດ​ຫານ​ຊັ້ນ II ໃຫ້​ສະຫາຍ ພັນ​ເອກ ໄຊ​ສົງຄາມ ວໍ​ລິ​ຈິດ ເພື່ອ​ເປັນ​ການ​ຍ້ອງຍໍ​ສັນລະເສີນ​ຄຸນງາມຄວາມດີ​ທີ່​ມີ​ຜົນງານ​ດີເດັ່ນ ໃນ​ການ​ອຸປະຖຳ​ຊ່ວຍເຫຼືອ​ທາງ​ດ້ານ​ວັດຖຸ, ຊຸກຍູ້​ການ​ຊ້ອມ​ຮົບ ປະສານ​ເຫຼົ່າ​ຍິງ​ລູກປືນ​ແທ້ ສະເຫຼີມສະຫຼອງ​ວັນ​ສະຖາປະນາ ​ສປປ ລາວ ຄົບຮອບ 45 ປີ ໃຫ້​ແກ່​ກອງພັນ​ໃຫຍ່ 661 ແລະ ບັ້ນ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ກິລາ​ການ​ທະຫານ​ນານາຊາດ 2022 ທີ່ ສ ຣັດ​ເຊຍ, ຊັ້ນ III ໃຫ້​ກົມ​ກອງ​ລວມ​ໜູ່, ບຸກຄົນ ແລະ ບັນດາ​ບໍລິສັດ​ຕ່າງໆ ເພື່ອ​ເປັນ​ການ​ຍ້ອງຍໍ​ຄຸນງາມຄວາມດີ​ຂອງ​ຄະນະ​ພັກ-ຄະນະ​ບັນຊາ, ນາຍ ແລະ ພົນທະຫານ ພ້ອມ​ດ້ວຍ​ບັນດາ​ບໍລິສັດ​ຕ່າງໆທີ່​ໃຫ້ການ​ອຸປະຖຳ​ຊ່ວຍເຫຼືອ​ໃຫ້​ທີມ​ນັກ​ກິລາ​ລົດ​ຕັງ-ຍານ​ເກາະ ເຂົ້າ​ຮ່ວມ​ແຂ່ງຂັນ​ກິລາ​ການ​ທະຫານ​ສາກົນ​ປະຈຳ​ປີ 2022 ( ARMY GAMES- 2022 ) ໄດ້​ສຳເລັດ​ຕາມ​ແຜນການ ໃນ​ນີ້​, ຕົກລົງ​ມອບ​ຫຼຽນ​ໄຊ​ ຊັ້ນ III ໃຫ້​ກົມ​ກອງ​ລວມ​ໝູ່​ ຈຳນວນ 3 ກົມ​ກອງ, ບຸກຄົນ 2 ສະຫາຍ ແລະ 1 ບໍລິສັດ, ມອບ​ຫຼຽນ​ກາ​ລະນຶກ 70 ປີ​ ກອງທັບ​ປະຊາຊົນ​ລາວ​ໃຫ້​ບຸກຄົນ 1 ສະຫາຍ, 2 ບໍລິສັດ, ມອບ​ໃບ​ຍ້ອງຍໍ​ກະຊວງ​ປ້ອງ​ກັນ​ປະເທດ 36 ສະຫາຍ, 3 ບໍລິສັດ, ໃບ​ຍ້ອງຍໍ​ກົມ​ໃຫຍ່​ການເມືອງ​ກອງທັບ 17 ສະຫາຍ ແລະ 24 ບໍລິສັດ. ເຊິ່ງ​ໄດ້​ຈັດ​ຕັ້ງ​ມອບ​ໃຫ້​ບັນດາ​ກົມ​ກອງ ແລະ ບຸກຄົນ​ຢ່າງ​ສົມ​ກຽດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ