
ຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ປະກາດໃຫ້ນາຍທະຫານພັກການຮັບບຳນານ
ເວລາອອກຂ່າວ: 2023-03-15 09:45:19 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1214 | ຄວາມນິຍົມ:
ວັນທີ 14 ມີນາ 2023 ນີ້, ຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ໄດ້ຈັດພິທີປະກາດການອະນຸມັດໃຫ້ນາຍທະຫານພັກການຮັບບຳນານ ໂດຍການ
ເປັນປະທານຂອງ ສະຫາຍ ພົນຈັດຕະວາ ພູມີ ດາລາເພັດ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ. ມີບັນດາຕາງໜ້າກົມກອງ, ຫ້ອງການ ແລະ ບັນດາສະຫາຍທີ່ໄດ້ພັກການຮັບບຳນານ ເຂົ້າຮ່ວມ.
ພັນໂທ ຄອນສະຫວັນ ແກ້ວທອນຈັນ ຫົວໜ້າພະແນກພະນັກງານຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການອະນຸມັດໃຫ້ນາຍທະຫານພັກການຮັບບຳນານ, ອີງຕາມກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ (ສະບັບປັບປຸງ) ໝວດທີ I ມາດຕາ 33 ແລະ ມາດຕາ 34, ອີງຕາມກົດໝາຍວ່າດ້ວຍປະກັນສັງຄົມ (ສະບັບປັບປຸງ), ອີງຕາມການຄົ້ນຄວ້າ ແລະ ນຳສະເໜີຂອງກົມໃຫຍ່ການເມືອງກອງທັບ ກະຊວງປ້ອງກັນປະເທດ ຕົກລົງເຫັນດີອະນຸມັດໃຫ້ນາຍທະຫານຢູ່ກົມໃຫຍ່ການເມືອງກອງທັບພັກການຮັບບຳນານມີລາຍຊື່ດັ່ງລຸ່ມນີ້: ສະຫາຍ ພັນໂທ ຄຳແພງ ລຽງໄຊວັນ ຫົວໜ້າພະແນກອຸດໜູນ, ບຳນານ ແລະ ພັກແລ້ງກົມພະນັກງານ, ສະຫາຍ ພັນໂທ ກອງແກ້ວ ບຸນມີ ຫົວໜ້າພະແນກອຸປະໂພກ-ບໍລິໂພກ ຫ້ອງການບໍລິຫານ, ສະຫາຍ ພັນໂທ ສຸກສາຄອນ ວີຄຳຊາວ ຫົວໜ້າພະແນກໂຄສະນາ ແລະ ເຜີຍແຜ່ກົດໝາຍ, ພັນໂທ ບຸນສີ ສຸນິພົນ ຫົວໜ້າພະແນກຟື້ນຟູສູນເສຍອົງຄະທຽມ 686, ສະຫາຍ ພັນໂທ ຄຳພູ ວົງໄຊ ຮອງພະແນກກາຍຍະບຳບັດສູນເສຍອົງຄະທຽມ 686, ສະຫາຍ ພັນໂທ ບົວຄຳ ພິມມະສອນ ຫົວໜ້າຂະ
ແໜງບຳບັດສູນເສຍອົງຄະທຽມ 686, ສະຫາຍ ພັນໂທ ນາງ ໄກສີ
ວັງເວີນໂຂງ ຫົວໜ້າພະແນກຮ້ອງ ກອງສິລະປະກອນກອງ ທັບ, ສະຫາຍ ພັນໂທ ນາງ ມະນີພອນ ປັນຍາຮັກ ຊ່ວຍວຽກພະແນກອົບຮົມ ກອງສິລະປະກອນກອງທັບ, ສະຫາຍ ຮ້ອຍເອກ ຄຳຜຸຍ ຫຼ້າມຸນທາ ຊ່ວຍວຽກພະແນກແຜນການສັງລວມ ໜັງສືພິມກອງທັບ, ສະຫາຍ ຮ້ອຍໂທ ນາງ ຄຳຕົ້ນ ທຳມະວົງສໍ ຮອງຫົວໜ້າການທະຫານສູນເສຍອົງຄະພິເສດ 790 ພັກການຮັບເງິນອຸດໜູນບຳນານນັບແຕ່ງວດ 3 ສົກປີ 2023 ເປັນຕົ້ນໄປ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ພູມີ ດາລາເພັດ ໄດ້ມີຄຳເຫັນໂອ້
ລົມຕໍ່ນາຍທະຫານທີ່ໄດ້ພັກການຮັບບຳນານໃນຄັ້ງນີ້ວ່າ: ໃຫ້ແຕ່ລະສະຫາຍທີ່ໄດ້ຮັບການພັກການຮັບບຳນານແລ້ວຈົ່ງສືບຕໍ່ດຳເນີນທຸລະກິດຄອບຄົວໃຜ
ລາວ, ປະກອບສ່ວນເຮັດໜ້າທີ່ການເມືອງຂອງຕົນເຂົ້າຮ່ວມວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢູ່ຂັ້ນບ້ານ ຫຼື ຂັ້ນເມືອງຕາມຄວາມຮຽກຮ້ອງຕ້ອງ
ການຂອງອຳນາດການປົກຄອງຕາມຄວາມຮູ້ຄວາມສາມາດ ແລະ ເຫື່ອແຮງ ຂອງແຕ່ລະສະຫາຍ ພ້ອມທັງເປັນແບບຢ່າງທີ່ດີໃຫ້ແກ່ພະນັກງານລຸ້ນສືບທອດ.
ໂດຍ: ສົມຄິດ ພູມມີຈິດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ