ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

​ຮທກ ປາຖະກະຖາ ວັນ​ແມ່ຍິງ​ສາກົນ 8 ມີນາ
ເວລາອອກຂ່າວ: 2023-03-15 09:38:35 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 161 | ຄວາມນິຍົມ:



ວັນ​ທີ 6 ມີນາ 2023 ນີ້, ໂຮງຮຽນ​ທິດ​ສະ​ດີ​ການເມືອງ​ກອງທັບ ໄດ້​ຈັດ​ພິທີ ປາຖະກະຖາ ວັນ​ແມ່ຍິງ​ສາກົນ ຄົບຮອບ 113 ປີ (8 ມີນາ 1910-8 ມີນາ 2023). ໂດຍ​ໃຫ້​ກຽດ​ເປັນ​ປະທານ ແລະ ປາຖະກະຖາ​ຂອງ ສະຫາຍພົນ​ ຈົດ​ຕະ​ວາ ​ປອ ຄຳ​ຜາຍ ສະພັງ​ເໜືອ ເລຂາ​ຄະນະ​ພັກ ຫົວໜ້າ​ການເມືອງ ໂຮງຮຽນ​ທິດ​ສະ​ດີ​ການເມືອງ​ກອງທັບ, ມີ​ຄະນະ​ພັກ-ຄະນະ​ອຳນວຍ​ການ, ຄະນະ​ຫ້ອງ, ຄະນະ​ວິຊາ​ຄູ, ກອງພັນ, ຊາວ​ໜຸມ, ແມ່ຍິງ​ທົ່ວ​ໂຮງຮຽນ​ເຂົ້າ​ຮ່ວມ. ໃນ​ພິທີ ສະຫາຍ ພົນ​ຈົດ​ຕະ​ວາ ​ປອ ຄຳ​ຜາຍ ສະພັງ​ເໜືອ ໄດ້​ປາຖະກະ ຖາ​ຫວນ​ຄຶນ​ມູນເຊື້ອ ວັນ​ແມ່ຍິງ​ສາກົນ ຄົບຮອບ 113 ປີ ເຊິ່ງ​ບາງ​ຕອນ​ໄດ້​ກ່າວ​ວ່າ: ວັນ​ແມ່ຍິງ​ສາກົນ​ໄດ້​ກຳເນີດ​ຂຶ້ນ​ໃນ​ທ່າມກາງ​ສະພາບ​ເສດຖະກິດ​ຂອງ​ພວກ​ສັກ​ດີ​ນາ ແລະ ນາຍທຶນ​ຂະຫຍາຍຕົວ ເມື່ອ​ໂຮງ​ຈັກ, ໂຮງງານ​ອຸດສາຫະກຳ​ຂອງ​ນາຍທຶນ​ຂະຫຍາຍຕົວ ມັນ​ສ້າງ​ໄດ້​ຄວາມ​ຮັ່ງມີ​ໃຫ້​ແກ່​ພວກ​ນາຍທຶນ ແຕ່​ເພີ່ມ​ຄວາມທຸກ​ຍາກ​ລຳບາກ​ໃຫ້​ແກ່​ຊາວ​ຜູ້​ອອກແຮງ​ງານ ໂດຍ​ສະເພາະ​ແມ່ນ​ກຳມະກອນ​ແມ່ຍິງ ຢູ່​ພາຍ​ໃຕ້​ລະບອບ​ສັກ​ດີ​ນາ, ນາຍທຶນ, ແມ່ຍິງ​ຖືພາ​ຖືກ​ກົດ​ ຂີ່​ຂູດ​ຮີດ​ຢ່າງ​ໜັກໜ່ວງ, ເຮັດ​ວຽກ​ຫຼາຍ​ຊົ່ວໂມງ​ຕໍ່​ມື້, ແຕ່​ໄດ້​ຮັບ​ຄ່າ​ຈ້າງ​ແຮງ​ງານ​ຖືກ ເຮັດ​ວຽກ​ງານ​ບໍ່​ມີ​ການ​ຮັບປະກັນ, ບໍ່​ມີ​ລະບອບ​ປົກ​ປັກ​ຮັກສາ​ສຸຂະພາບ​ຂອງ​ແມ່ຍິງ ແລະ ເດັກນ້ອຍ. ສະພາບ​ຄວາມ​ຫຍຸ້ງຍາກ ແລະ ຖືກ​ກົດ​ຂີ່​ຂູດ​ຮີດ ໃນ​ວັນ​ທີ 8 ມີນາ 1908 ແມ່ຍິງ ຈຳນວນ​ໜຶ່ງ​ໝື່ນ​ຫ້າ​ພັນ​ຄົນ ໄດ້​ເດີນ​ຂະ​ບວນ​ປະ​ທ້ວງ​ຢູ່​ເມືອງ​ນິວ​ຢອກ ຮຽກຮ້ອງ​ໃຫ້​ນາຍທຶນ​ຫຼຸດຜ່ອນ​ຊົ່ວໂມງ​ເຮັດ​ວຽກ​ລົງ, ຢຸດ​ເຊົາ​ການ​ຂູດ​ຮີດ​ແຮງ​ງານ​ເດັກ ແລະ ທວງ​ໃຫ້​ແມ່ຍິງ​ມີ​ສິດ​ໃນ​ການ​ອອກສຽງ​ເລືອກ​ຕັ້ງ ແລະ ຮັບ​ການ​ສະໝັກ​ເລືອກ​ຕັ້ງ​ການ​ເດີນ​ຂະ​ບວນ​ຄັ້ງ​ນັ້ນ, ແມ່ນ​ພາຍ​ໃຕ້​ຄຳ ​ຂວັນ​ທີ່​ວ່າ: “ເຂົ້າຈີ່ ແລະ ດອກ​ກຸຫຼາບ ”; ເຂົ້າຈີ່ ໝາຍ​ເຖິງ​ເສດຖະກິດ​ທີ່​ດີ​ຂຶ້ນ, ດອກ​ກຸຫຼາບ​ໝາຍ​ເຖິງ​ຄຸນ​ນະ​ພາບ​ຊີວິດ​ທີ​ດີ​ຂຶ້ນ. ມາ​ເຖິງ​ປີ 1910 ການ​ຕໍ່ສູ້​ຂອງ​ແມ່ຍິງ ໄດ້​ແຜ່​ຂະຫຍາຍ​ກວ້າງ​ອອກ​ໄປ​ສູ່​ປະເທດ​ທຶນ​ນິຍົມ​ຢູ່​ທະວີບ​ເອີ​ຣົບ ແລະ ກອງ​ປະຊຸມ​ສາກົນ​ກ່ຽວ​ກັບ​ບັນຫາ​ແມ່ຍິງ​ຄັ້ງ​ທຳ​ອິດ​ໄດ້​ຈັດ​ຂຶ້ນ​ຢູ່​ທີ່​ໂກ​ເປນ​ຮາກ ນະຄອນຫຼວງ​ຂອງ​ປະເທດ ດ້ານ​ມາກ. ກອງ​ປະຊຸມ​ດັ່ງກ່າວ​ໄດ້​ຮັບຮອງ ແລະ ຕົກລົງ​ເອົາ​ວັນ​ທີ 8 ມີນາ​ຂອງ​ທຸກໆ​ປີ ເປັນ​ວັນ​ແມ່ຍິງ​ສາກົນ. ວັນ​ທີ 8 ມີນາ ແມ່ນ​ເຫດ​ບ້ານ-ການເມືອງ​ທີ່​ສຳຄັນ, ເປັນ​ຂີດ​ໝາຍ​ແຫ່ງ​ໄຊຊະນະ​ອັນ​ພື້ນຖານ​ຂອງ​ຂະ​ບວນ​ການ​ແມ່ຍິງ​ສາກົນ​ໃນ​ການ​ຕໍ່ສູ້​ທວງ​ເອົາ​ສິດຜົນປະໂຫຍດ​ອັນ​ເປັນ​ທຳ​ໃຫ້​ແກ່​ແມ່ຍິງ​ຊາວ​ຜູ້​ອອກແຮງ​ງານ​ໃນ​ທົ່ວ​ໂລກ, ເປັນ​ວັນ​ລະນຶກ​ເຖິງ​ການ​ ຕໍ່ສູ້​ຂອງ​ແມ່ຍິງ​ເພື່ອ​ປົດ​ປ່ອຍ​ຕົນ​ເອງ ແລະ ທວງ​ໃຫ້​ມີ​ສິດ ສະເໝີພາບ​ປະຊາທິປະໄຕ ກັບ ຜູ້​ຊາຍ, ທວງ​ໃຫ້​ພວກ​ນາຍທຶນ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່​ພາຍ​ໃຕ້​ຄຳ​ຂວັນ​ທີ່​ວ່າ: ຜູ້​ໜຶ່ງ​ເຮັດ​ວຽກ​ມື້​ລະ 8 ຊົ່ວໂມງ, ກອງ​ປະຊຸມ​ຍັງ​ໄດ້​ປຶກ ສາ​ຫາລື​ກ່ຽວ​ກັບ​ຮ່າງ​ການ​ປະ​ເມີນ ແລະ ຮ່າງ​ຍຸດ​ທະ​ສາດ​ທາງ​ດ້ານ​ບົດບາດ​ຍິງ-ຊາຍ ປີ 2030 ໃນ​ຂົງເຂດ​ອະນຸ​ພາກ​ພື້ນ​ແມ່ນ້ຳ​ຂອງ ແລະ ກອງ​ປະຊຸມ​ສຳ​ມະ​ນາ​ ແບບ​ທາງໄກ​ໃນ​ຫົວຂໍ້​ທີ່​ກ່ຽວຂ້ອງ​ກັບ​ການ​ພັດທະນາ​ແມ່ຍິງ, ການ​ສົ່ງເສີມ​ຄວາມ​ສະເໝີພາບ​ຍິງ-ຊາຍ, ການ​ສ້າງ​ຄວາມ​ເຂັ້ມແຂງ​ໃຫ້​ແກ່​ແມ່ຍິງ, ການ​ປົກ​ປ້ອງ​ສິດຜົນປະໂຫຍດ​ຂອງ​ແມ່ຍິງ-ເດັກນ້ອຍ. ໂອກາດ​ດຽວ​ກັນ​ນີ້, ປະທານ ກໍ​ໄດ້​ຮຽກຮ້ອງ​ມາ​ຍັງ​ຄະນະ​ພັກ-ຄະນະ​ອຳນວຍ​ການ, ໂດຍ​ສະເພາະ​ຄະນະ​ນຳ​ແມ່ຍິງ​ໃນ​ແຕ່​ລະ​ຂັ້ນ ຈົ່ງ​ເອົາໃຈໃສ່​ຕໍ່​ວຽກ ​ງານ​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ​ໃຫ້​ສະມາຊິກ​ແມ່ຍິງ​ຂອງ​ຕົນ​ຢ່າງ​ເປັນ​ປົກກະຕິ, ມີ​ຄຸນສົມບັດ​ສິນ​ທຳ​ປະຕິວັດ, ເຄົາລົບ​ປະຕິບັດ​ລະບຽບ​ກົດໝາຍ, ແນວທາງ​ການ​ຕ່າງປະເທດ​ຂອງ​ພັກ ແລະ ລະບຽບ​ຂອງ​ສູນ​ກາງ​ສະຫະພັນ​ແມ່ຍິງ​ລາວ​ວາງ​ອອກ ກໍ​ຄື ການຈັດຕັ້ງ​ປະຕິບັດ​ຢູ່​ໃນ​ກົມ​ກອງ​ຂອງ​ຕົນ​ຢ່າງ​ເຂັ້ມ​ງວດ, ມີ​ແບບແຜນ​ວິທີ​ເຮັດ​ວຽກ, ຮັກສາ​ຄວາມ​ສາມັກຄີ, ກໍ່ສ້າງ​ຊ່ວຍເຫຼືອ​ເຊິ່ງ​ກັນ ແລະ ກັນ, ຮັກສາ ຮີດຄອງ​ປະເພນີ ແລະ ມູນເຊື້ອ​ອັນ​ດີງາມ​ຂອງ​ແມ່ຍິງ​ລາວ​ບັນດາເຜົ່າ, ດຳລົງ​ຊີວິດ​ດ້ວຍ​ຄວາມ ປອດ​ໃສ​ຂາວ​ສະອາດ, ສັດຊື່​ບໍລິສຸດ, ມີ​ສະຕີ​ຕອບ​ຕ້ານ​ທຸກ​ປະກົດ​ການ​ຫຍໍ້ທໍ້​ທີ່​ຈະ​ເກີດ​ຂຶ້ນ​ຢູ່​ໃນ​ສັງຄົມ ກໍ​ຄື ຢູ່​ໃນ​ກົມ​ກອງ ແລະ ການ​ດຳລົງ​ຊີວິດ​ຄອບຄົວ​ຂອງ​ຕົນ​ໄດ້​ເປັນ​ຢ່າງ​ດີ. ໂດຍ: ນາງ ເກດ​ແກ້ວ ໄຊ​ສົມ​ພັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ