

![]()
ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນມັງກອນ 2023
ເວລາອອກຂ່າວ: 2023-02-09 09:17:36 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2 | ຄວາມນິຍົມ:
ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນມັງກອນ 2023 ໄດ້ດຳເນີນໃນລະຫວ່າງວັນທີ 7-8 ກຸມພາ 2023 ທີ່ສຳນັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ເຂົ້າຮ່ວມ.
ກອງປະຊຸມ ໄດ້ພ້ອມກັນປຶກສາຫາລື, ຄົ້ນຄວ້າພິຈາລະນາ ບັນດາຫົວຂໍ້ທີ່ສຳຄັນ ແລະ ຈຳເປັນຄື: ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງເອົາບົດສະຫຼຸບວຽກງານພົ້ນເດັ່ນປະຈຳເດືອນມັງກອນ 2023 ແລະ ທິດທາງແຜນການປະຈຳເດືອນ ກຸມພາ 2023 ຂອງລັດຖະບານ ໂດຍມອບໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໄປປັບປຸງ ແລະ ຮຽບຮຽງຄືນໃຫ້ມີເນື້ອໃນລະອຽດ, ຄົບຖ້ວນ, ສົມບູນຂຶ້ນຕື່ມ. ພ້ອມກັນນັ້ນ ກອງປະຊຸມໄດ້ຊີ້ນຳໃຫ້ສະມາຊິກລັດຖະບານ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດທິດທາງແຜນການປະຈຳເດືອນກຸມພາ 2023 ໂດຍຫັນເປັນແຜນວຽກຈຸດສຸມລະອຽດ, ຍົກສູງຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດວຽກງານຕາມພາລະບົດບາດ, ໜ້າທີ່ ແລະ ຂອບເຂດ ສິດຂອງຕົນເອງ ເພື່ອພ້ອມກັນຈັດຕັ້ງຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ ແລະ ແຜນການແກ້ໄຂຜົນການກວດສອບ ປີ 2023 ໃຫ້ສຳເລັດຕາມຄາດໝາຍ ແລະ ແຜນການທີ່ວາງໄວ້.
ກອງປະຊຸມໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງເອົາຮ່າງດຳລັດ ວ່າດ້ວຍ ກອງທຶນພັດທະນາອະຊີວະສຶກສາ, ກອງປະຊຸມໄດ້ຊີ້ນຳໃຫ້ກະຊວງສຶກສາທິການ ແລະ ກິລາ ສົມທົບກັບກະຊວງຍຸຕິທຳ ແລະ ພາກ
ສ່ວນກ່ຽວຂ້ອງ ເພື່ອປັບປຸງ ແລະ ຮຽບຮຽງໃຫ້ມີເນື້ອໃນຈະແຈ້ງ, ຮັດກຸມ, ຄົບຖ້ວນ, ສົມບູນ, ຖືກຕ້ອງ ຕາມຫຼັກການສ້າງນິຕິກຳ ແລະ ສາມາດຈັດຕັ້ງປະຕິບັດໄດ້ ໂດຍສະເພາະ ການອະທິບາຍຄຳສັບ, ເປົ້າໝາຍການນຳໃຊ້ກອງທຶນ, ການຄຸ້ມຄອງເບີກຈ່າຍ ແລະ ການນຳໃຊ້ເງິນ, ໂຄງປະກອບບຸກຄະລາກອນຂອງສະພາບໍລິຫານ. ພາຍຫຼັງປັບປຸງສຳເລັດແລ້ວ ສະເໜີຂໍທິດຊີ້ນຳຈາກທ່ານຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານຂົງເຂດການປົກຄອງ, ວັດທະນະທຳ ແລະ ສັງຄົມ ເພື່ອມີຄຳເຫັນ ກ່ອນສະເໜີທ່ານນາຍົກລັດຖະມົນຕີ ພິຈາລະນາລົງນາມປະກາດໃຊ້.
ກອງປະຊຸມ ໄດ້ພິຈາລະນາຮ່າງມະຕິ ວ່າດ້ວຍການພັດທະນາຊັບພະຍາກອນມະນຸດ ທີ່ມີຄຸນນະພາບ ຕອບສະໜອງໃຫ້ແກ່ການພັດທະນາໃນເງື່ອນໄຂໃໝ່, ກອງປະຊຸມໄດ້ຊີ້ນຳ ກະຊວງສຶກສາທິການ ແລະ ກິລາ ເປັນໃຈກາງປະສານສົມທົບກັບພາກສ່ວນກ່ຽວຂ້ອງ ປັບປຸງຕື່ມເປັນຕົ້ນ ໂຄງສ້າງຂອງບົດ, ການໃຊ້ຄຳສັບ ແລະ ປະໂຫຍກຄຳເວົ້າ ທີ່ເປັນເອກະພາບກັນ, ກຳນົດຄວາມຮັບຜິດຊອບຂອງພາກສ່ວນຕ່າງໆ ຕໍ່ການພັດທະນາຊັບພະຍາກອນ
ມະນຸດ ໃຫ້ຊັດເຈນ, ລະອຽດ ແລະ ຈະແຈ້ງ ໂດຍສະເພາະອັນໃດແມ່ນຂອງລັດ, ລວມໝູ່ ຫຼື ບຸກຄົນ, ລວມທັງການຕີລາຄາຜົນການພັດທະນາຊັບພະຍາກອນມະນຸດໃນໄລຍະຜ່ານມາ, ໃຫ້ສອດຄ່ອງກັບຄວາມເປັນຈິງຂຶ້ນຕື່ມ, ການກຳນົດເປົ້າໝາຍ, ຄາດໝາຍ ແລະ ມາດຕະການຈັດຕັ້ງປະຕິບັດໃຫ້ຊັດເຈນ, ທິດທາງການພັດທະນາຊັບພະຍາກອນມະນຸດ ໃຫ້ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມ ກໍ່ຄືແຜນຍຸດທະສາດການພັດທະນາປະເທດໃນແຕ່ລະໄລຍະ ໂດຍຖືຄຸນນະພາບເປັນກົກ. ພ້ອມນັ້ນ ກໍສະເໜີໃຫ້ມີການຈັດສຳມະນາວິຊາການ ເພື່ອລະດົມຄວາມຄິດເຫັນ ແລະ ສ້າງຄວາມເປັນເອກະພາບຕໍ່ຮ່າງມະຕິດັ່ງກ່າວ. ພາຍຫຼັງປັບປຸງສຳເລັດແລ້ວ ສົ່ງຮ່າງມະຕິດັ່ງກ່າວໃຫ້ຫ້ອງວ່າການສູນກາງພັກພິຈາລະນາລາຍງານກົມການເມືອງມີທິດຊີ້ນຳໃນຂັ້ນຕໍ່ໄປ.
ກອງປະຊຸມໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງຮ່າງດຳລັດ ວ່າດ້ວຍການປັບໃໝ ແລະ ນຳໃຊ້ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການກ່ຽວກັບມາດຕະຖານ; ແລະ ຮ່າງດຳລັດ ວ່າດ້ວຍການປັບໃໝ ແລະ ນຳໃຊ້ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການກ່ຽວກັບການວັດແທກ. ກອງປະຊຸມ ໄດ້ຊີ້ນຳກະຊວງອຸດສາຫະກຳ ແລະ ການຄ້າ ສົມ
ທົບກັບກະຊວງຍຸຕິທຳ ແລະ ພາກສ່ວນກ່ຽວຂ້ອງ ປັບປຸງຕື່ມ ໃຫ້ມີເນື້ອໃນຄົບຖ້ວນ, ຮັດກຸມ, ລະອຽດ ແລະ ຈະແຈ້ງຂຶ້ນຕື່ມ ໂດຍສະເພາະການກຳນົດອັດຕາຄ່າປັບໃໝ, ການນຳໃຊ້ເງິນຈາກການປັບໃໝ, ມາດຕະການຕໍ່ຜູ້ລະເມີດ, ການປົກປ້ອງຜູ້ຖືກຜົນກະທົບ ກໍຄືຜູ້ບໍລິໂພກ, ພ້ອມທັງ ຄົ້ນຄວ້າຄວາມເປັນໄປໄດ້ ໃນການໂຮມສອງຮ່າງດຳລັດດັ່ງກ່າວເຂົ້າເປັນດຳລັດສະບັບດຽວກັນ ໂດຍໃຫ້ຖືກຕ້ອງສອດຄ່ອງກັບກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ, ພາຍຫຼັງປັບປຸງສຳເລັດແລ້ວສະເໜີທ່ານນາຍົກລັດຖະມົນຕີ ພິຈາລະນາໃນຂັ້ນຕໍ່ໄປ. ພ້ອມກັນນີ້, ໄດ້ຊີ້ນຳໃຫ້ກະຊວງການເງິນ ເປັນໃຈກາງສົມທົບກັບພາກສ່ວນກ່ຽວຂ້ອງຄົ້ນຄວ້າກ່ຽວກັບການປັບໃໝ ຈະເຮັດເປັນນິຕິກຳລວມ ຫຼື ຈະແຍກເປັນນິຕິກຳຂອງແຕ່ລະຂະແໜງການແລ້ວລາຍງານລັດຖະບານ ເພື່ອມີທິດຊີ້ນຳ.
ກອງປະຊຸມໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງຮ່າງດຳລັດ ວ່າດ້ວຍ ເຂດປອດພາສີ ແລະ ຮ້ານຄ້າປອດພາສີ, ກອງປະຊຸມໄດ້ຊີ້ນຳໃຫ້ກະຊວງການເງິນສົມທົບກັບພາກສ່ວນກ່ຽວຂ້ອງປັບປຸງ ແລະ ຮຽບຮຽງເນື້ອໃນໃຫ້ລະອຽດ, ຈະແຈ້ງ, ຄົບຖ້ວນ, ສົມບູນ ແລະ ຮັດກຸມຂຶ້ນຕື່ມ ໂດຍສະເພາະ ການກຳນົດ ນິຍາມກ່ຽວກັບເຂດປອດພາສີ ແລະ ຮ້ານຄ້າປອດພາສີ, ການແບ່ງຂັ້ນຄຸ້ມຄອງ, ການມີສ່ວນຮ່ວມຂອງຂະແໜງການກ່ຽວຂ້ອງ, ເງື່ອນໄຂຂອງຜູ້ລົງທຶນຢູ່ໃນເຂດ, ປະເພດກິດຈະການ, ການກຳນົດຂອບເຂດທີ່ຕັ້ງ ແລະ ເນື້ອທີ່ເຂດ ປອດພາສີ, ພ້ອມທັງ ກວດກາຄືນຄວາມສອດຄ່ອງກັບນິຕິກຳທີ່ກ່ຽວຂ້ອງອື່ນໆ ແລະ ກຳນົດຄວາມຮັບຜິດຊອບ. ພາຍຫຼັງປັບປຸງສຳເລັດແລ້ວ ສະເໜີຂໍທິດຊີ້ນຳຈາກທ່ານຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານຂົງເຂດການປົກຄອງ, ວັດທະນະທຳ ແລະ ສັງຄົມ ເພື່ອມີຄຳເຫັນກ່ອນສະເໜີທ່ານນາຍົກລັດຖະມົນຕີ ພິຈາລະນາລົງນາມ ປະກາດໃຊ້.
ສຳລັບທິດທາງແຜນວຽກຈຸດສຸມປະຈຳເດືອນກຸມພາ 2023 ຕົ້ນຕໍແມ່ນສືບຕໍ່ສຸມໃສ່ປະຕິບັດບາງວຽກງານທີ່ສຳຄັນ ໃນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ 5 ແຜນວຽກທີ່ເປັນບູລິມະສິດອັນຮີບດ່ວນປີ 2023 ໄປ ຄຽງຄູ່ກັບແຜນພັດພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈຳປີ 2023 ຕິດພັນກັບ 2 ວາລະແຫ່ງຊາດ ເຊິ່ງບັນດາໜ້າວຽກຈຸດສຸມຕົວຈິງຈຳນວນໜຶ່ງມີດັ່ງນີ້:
1) ສຸມໃສ່ຈັດຕັ້ງຜັນຂະຫຍາຍດຳລັດຂອງນາຍົກລັດຖະມົນຕີ ເລກທີ 90 ລົງວັນທີ 31 ມັງກອນ 2023 ວ່າດ້ວຍ ການກຳນົດໜ້າວຽກ ແລະ ແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈຳປີ 2023 ແລະ ແຜນການແກ້ໄຂຜົນການກວດສອບ. ສະເໜີໃຫ້ແຕ່ລະກະຊວງແບ່ງຄວາມຮັບຜິດຊອບພາຍໃນຂອງຕົນໃຫ້ລະອຽດ.
2) ສືບຕໍ່ນຳພາ-ຊີ້ນຳການຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ດ້ວຍມາດຕະການຕ່າງໆຢ່າງຕັ້ງໜ້າ ແລະ ຕໍ່ເນື່ອງ ເຮັດໃຫ້ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທຸກຂັ້ນ ໄດ້ເຄື່ອນໄຫວປະຕິບັດໜ້າທີ່ຂອງຕົນຢ່າງເຂັ້ມແຂງ, ສາມາດຮັບປະກັນສະຖຽນລະພາບທາງດ້ານການເມືອງ-ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ. ພ້ອມກັນນັ້ນ, ກໍເພີ່ມທະວີຄວາມເອົາໃຈໃສ່ກໍ່ສ້າງຮາກຖານການເມືອງ ໃຫ້ມີຄວາມໜັກແໜ້ນ ແລະ ເຂັ້ມແຂງຂຶ້ນ.
3) ສືບຕໍ່ສຸມໃສ່ແກ້ໄຂບັນຫາເສດຖະກິດມະຫາພາກ ຕິດພັນກັບການແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ດີຂຶ້ນໂດຍໄວ ໃນນັ້ນສຸມໃສ່ການຈັດເກັບລາຍຮັບໃຫ້ໄດ້ຕາມແຜນການ, ຊຸກຍູ້ສ້າງໃຫ້ມີຖານລາຍຮັບໃໝ່, ຍູ້ແຮງການຫັນເປັນທັນສະໄໝໃນການຈັດເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍ ໃນທຸກຂົງເຂດ; ສືບຕໍ່ປະຕິບັດບັນດານິຕິກຳທີ່ລັດຖະບານວາງອອກ ກ່ຽວກັບການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານລັດ, ການປະຢັດ ແລະ ຕ້ານການຟູມເຟືອຍ, ການນຳໃຊ້ລົດຂອງລັດ ແລະ ອື່ນໆໃຫ້ເຂັ້ມງວດ ລວມທັງສຸມໃສ່ແກ້ໄຂບັນຫາການລົງທຶນຂອງລັດ ໃຫ້ມີປະສິດທິຜົນສູງຂຶ້ນ; ສືບຕໍ່ເອົາໃຈໃສ່ຄຸ້ມຄອງອັດຕາແລກປ່ຽນ, ລາຄາສິນຄ້າ, ປະລິມານ M2, ອັດຕາເງິນເຟີ້ໃຫ້ຢູ່ໃນລະດັບທີ່ຄຸ້ມຄອງໄດ້, ພ້ອມທັງ ສ້າງຄວາມເຂັ້ມແຂງໃຫ້ຄັງແຮສຳຮອງເງິນຕາຕ່າງປະເທດ ແລະ ສົ່ງເສີມການນຳໃຊ້ເງິນກີບຕາມກົດໝາຍກຳນົດ ໃຫ້ມີປະສິດທິຜົນ; ສືບຕໍ່ຈັດສັນແຫຼ່ງທຶນ ແລະ ສົ່ງເສີມຜູ້ປະກອບການຜະລິດພາຍໃນຕິດພັນກັບການປຸງແຕ່ງກະສິກຳເປັນສິນຄ້າ ເພື່ອສົ່ງອອກໃຫ້ມີຈຸດສຸມ, ຖືກເປົ້າໝາຍ ແລະ ສາມາດແຂ່ງຂັນໃນຕະຫຼາດແບບຍືນຍົງ.
4) ສືບຕໍ່ຊອກຫາ ແລະ ຈັດສັນແຫຼ່ງທຶນໄວ້ເພື່ອແກ້ໄຂໜີ້ສິນໃຫ້ທັນເວລາ ເພື່ອບໍ່ໃຫ້ຕົກເຂົ້າສູ່ສະພາບທີ່ ບໍ່ສາມາດຊຳລະໜີ້ໄດ້.
5) ສຸມໃສ່ພັດທະນາການບໍລິການ ແລະ ໂຄງລ່າງພື້ນຖານ ເພື່ອຮອງຮັບໃຫ້ການທ່ອງທ່ຽວ ໂດຍສະເພາະ ການສ້ອມແປງເສັ້ນທາງເຂົ້າສູ່ແຫຼ່ງທ່ອງທ່ຽວທີ່ເປັນເປົ້າໝາຍ ລວມທັງສົ່ງເສີມໃຫ້ພາກທຸລະກິດ ລົງທຶນພັດທະນາພື້ນຟູແຫຼ່ງທ່ອງທ່ຽວ ແລະ ອຸດສາຫະກຳການທ່ອງທ່ຽວໃຫ້ຫຼາຍຂຶ້ນ; ພ້ອມນັ້ນ ສືບຕໍ່ປັບປຸງ ແລະ ຍົກສູງຄຸນນະພາບການບໍລິການຜູ້ໂດຍສານທາງລົດໄຟ ແລະ ການບໍລິການຂົນສົ່ງສິນຄ້າ ໃຫ້ປອດໄພ, ສະດວກ, ວ່ອງໄວ ແລະ ມີປະສິດທິຜົນສູງຂຶ້ນ.
6) ສືບຕໍ່ເລັ່ງປັບປຸງກົນໄກການອຳນວຍຄວາມສະດວກ ໃນການດຳເນີນທຸລະກິດ ແລະ ສົ່ງເສີມການລົງທຶນໃຫ້ດີຂຶ້ນຕາມບັນດາໜ້າວຽກຕົວຈິງ ທີ່ໄດ້ກຳນົດໃນ
ມາດຕາ 5 ຂອງດຳລັດນາຍົກລັດຖະມົນຕີ ເລກທີ 90 ລົງວັນທີ 31 ມັງກອນ 2023; ສືບຕໍ່ເລັ່ງຊຸກຍູ້ ແລະ ສົ່ງເສີມບັນດາໂຄງການລົງທຶນຂອງຕ່າງປະເທດ ທີ່ໄດ້ອະນຸມັດແລ້ວໃຫ້ມີຄວາມຄືບໜ້າ ແລະ ມີຜົນໄດ້ຮັບຕົວຈິງຕາມແຜນທີ່ວາງໄວ້.
7) ສືບຕໍ່ສຸມໃສ່ພັດທະນາສີມືແຮງງານ ໃຫ້ມີຄຸນນະພາບ ສາມາດຕອບສະໜອງຄວາມຕ້ອງການຂອງຕະຫຼາດແຮງງານ; ສືບຕໍ່ປັບປຸງກົນໄກການຂຶ້ນທະບຽນ ແລະ ອອກໃບຕາດິນ ໃນຂອບເຂດທົ່ວປະເທດ ໃຫ້ມີຄວາມ ສະດວກວ່ອງໄວ ແລະ ຮັບປະກັນຄວາມຖືກຕ້ອງ ຕາມທິດຫັນເປັນທັນສະໄໝ.
8) ສືບຕໍ່ກະກຽມຄວາມພ້ອມ ແລະ ຈັດງານກິລາແຫ່ງຊາດຄົນພິການ ທີ່ຈະຈັດຂຶ້ນໃນເດືອນກຸມພາ ຢູ່ແຂວງຊຽງຂວາງ ໃຫ້ມີບັນຍາກາດຟົດຟື້ນ ແລະ ຮັບປະກັນໃຫ້ມີຄວາມປອດໄພຮອບດ້ານ.
9) ສຸມໃສ່ຈັດຕັ້ງຜັນຂະຫຍາຍຜົນການຢ້ຽມຢາມຂອງການນຳຂັ້ນສູງໃຫ້ເປັນຮູບປະທຳ ໂດຍສະເພາະຜົນການຢ້ຽມຢາມ ແລະ ບົດບັນທຶກການຮ່ວມມືກັບປະເທດເພື່ອນມິດຍຸດທະສາດ. ສຸມໃສ່ກະກຽມຄວາມພ້ອມ ຮອບດ້ານ ເພື່ອຕ້ອນຮັບການຢ້ຽມຢາມທາງການຂອງ ທ່ານນາຍົກລັດຖະມົນຕີແຫ່ງຣາຊະອານາຈັກກຳປູເຈຍ ແລະ ການເຄື່ອນໄຫວຕ່າງປະເທດຂອງການນຳຕາມແຜນການ. ພ້ອມກັນນັ້ນ ກໍເອົາໃຈໃສ່ຕິດຕາມສະພາບການ ສາກົນ ແລະ ພາກພື້ນຢ່າງໃກ້ຊິດ ເພື່ອກຳນົດທັດສະນະ ແລະ ມາດຕະການຮັບມືແຕ່ຫົວທີ.
ໃນຕອນທ້າຍ, ທ່ານປະທານກອງປະຊຸມ ໄດ້ຮຽກຮ້ອງມາຍັງສະມາຊິກລັດຖະບານ ຈົ່ງນຳເອົາແຜນຈຸດ ສຸມປະຈຳເດືອນກຸມພາ 2023 ໄປຫັນເປັນແຜນຈັດຕັ້ງປະຕິບັດຂອງຂະແໜງການຕົນໃຫ້ລະອຽດ, ມີການແບ່ງຄວາມຮັບຜິດຊອບ ແລະ ກຳນົດຄາດໝາຍໃນແຕ່ລະໄລຍະໃຫ້ສອດຄ່ອງກັບເງື່ອນໄຂສະພາບຄວາມເປັນຈິງ ແລະ ໄດ້ຮັບຜົນເປັນຢ່າງດີ.

news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ