

![]()
ຫຍິບໝາກເບັງຂາຍ ສ້າງລາຍຮັບເພີ່ມໃຫ້ຄອບຄົວ
ເວລາອອກຂ່າວ: 2023-02-09 09:16:42 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 118 | ຄວາມນິຍົມ:
ການຫຍິບໝາກເບັງ ແມ່ນມູນເຊື້ອທີ່ດີງາມອັນໜຶ່ງທີ່ເປັນເອກະລັກທີ່ສະແດງເຖິງຄວາມປານີດທາງດ້ານສິລະປະ, ສີມືຫັດຖະກຳຂອງແມ່ຍິງລາວບັນດາເຜົ່າທີ່ຕິດພັນກັບສາສະໜາ, ຮີດຄອງປະເພນີ, ວັດທະນະທຳອັນດີງາມຂອງຊາດລາວ ກໍຄືມູນ
ເຊື້ອອັນດີງາມຂອງແມ່ຍິງລາວມາແຕ່ດົນນານແລ້ວ ເຊິ່ງມາເຖິງປັດຈຸບັນນີ້ ການນຳໃຊ້ໝາກເບັງເຂົ້າໃນພິທີການຕ່າງໆທາງສາສະໜາ ແມ່ນໄດ້ຮັບຄວາມນິຍົມ ຈາກສັງຄົມນັບມື້ຫຼາຍຂຶ້ນຈົນ ກາຍເປັນອີກຊ່ອງທາງໜຶ່ງ ເພື່ອ ສ້າງລາຍຮັບເພີ່ມໃຫ້ແກ່ຄອບ ຄົວ, ດັ່ງຄອບຄົວຂອງ ສະຫາຍ ພັນໂທ ນາງ ບຸນຮອງ ວົງດີ ຮອງ ຫົວໜ້າພະແນກສຳເນົາເອກະ ສານ, ຫ້ອງການ ກົມໃຫຍ່ພະລາ ທິການກອງທັບ ແມ່ນຄອບຄົວໜຶ່ງທີ່ໃຊ້ເວລາວ່າງໃຫ້ເກີດປະ ໂຫຍດ, ສູ້ຊົນຊອກແຫຼ່ງລາຍຮັບເພີ່ມເຂົ້າຄອບຄົວ ດ້ວຍການໝູນໃຊ້ພອນສະຫວັນ, ຄວາມມັກຮັກໃນວຽກງານຫັດຖະກຳ
ໂດຍຖືເອົາການຫຍິບໝາກເບັງບູຊາ ເປັນວຽກງານເສີມ, ເປັນກິດກຳໃນຍາມວ່າງຂອງຄອບຄົວ ເພື່ອສ້າງລາຍຮັບເພີ່ມໃຫ້ແກ່ຄອບຄົວ ເຊິ່ງສາມາດສ້າງລາຍຮັບສະເລ່ຍ 16-18 ລ້ານກີບຕໍ່ປີ.
ສະຫາຍ ພັນໂທ ນາງ ບຸນຮອງ ວົງດີ ມີຖິ່ນຖານກຳເນີດທີ່ ແຂວງຊຽງຂວາງ ໃນປັດຈຸບັນ ຄອບຄົວໄດ້ຍົກຍ້າຍມາຢູ່ບ້ານຈອມມະນີເໜືອ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ສ້າງຄອບຄົວກັບ ທ່ານ ຄຳຜ່ານ ຄຳເທພາ ມີລູກຮ່ວມກັນ 1 ຄົນ. ຍ້ອນຄວາມຕື່ນຕົວເຫັນໄດ້ຄວາມໝາຍຄວາມສຳຄັນຂອງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ສະພາບແວດລ້ອມຂອງຄອບຄົວນັບທັງພໍ່ເຖົ້າ, ແມ່ເຖົ້າ ແລະ ພໍ່ແມ່ ເປັນທະຫານທັງໝົດ ພາຍຫຼັງທີ່ຮຽນຈົບອ 3 ແລະ ວິຊາຊີບພິມດີດ ສະຫາຍໄດ້ສະໝັກໃຈເຂົ້າຢູ່ໃນຖັນແຖວກອງທັບ ໃນວັນທີ 2 ຕຸລາ 1995 ຢູ່ທີ່ ກົມຂົນສົ່ງກົມໃຫຍ່ ພະລາທິການກອງທັບ ຖືກມອບ ໝາຍໜ້າທີ່ຊ່ວຍວຽກຮັບແຂກ-ພິມດີດ, ຕໍ່ມາປີ 2000 ໄດ້ຖືກ ສັບຊ້ອນຊ່ວຍວຽກພິມດີດ ຢູ່ຂາເຂົ້າ-ຂາອອກກົມເສນາ-ພະ ລາ, ຈາກນັ້ນປີ 2015 ໄດ້ຖືກ ມອບໝາຍໜ້າທີ່ເປັນຮອງຫົວ ໜ້າພະແນກສຳເນົາເອກະສານ ຫ້ອງການ ກົມໃຫຍ່ພະລາທິການ ກອງທັບ ໂດຍລົງເລີກວຽກງານ ສຳເນົາເອກະສານ ແລະ ວຽກ ງານຫໍສະໝຸດ ຈົນເຖິງປັດຈຸ ບັນ. ຕະຫຼອດໄລຍະຂອງການເຮັດວຽກສະຫາຍໄດ້ຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະຕາມການມອບໝາຍຂອງ ຂັ້ນເທິງ ມີຜົນສຳເລັດເປັນກ້າວໆມາ. ເວົ້າເຖິງແຮງຈູງໃຈໃນເບື້ອງຕົ້ນ ກ່ອນທີ່ສະຫາຍຈະກ້າວເຂົ້າສູ່ການຫຍິບໝາກເບັງບູຊາຂາຍ ເປັນສິນຄ້ານັ້ນ ຍ້ອນເຫັນໝູ່ເຮັດ ຜ່ານມາ ແລະ ໄດ້ຮັບການຕອບ ຮັບຈາກສັງຄົມດີ ດັ່ງນັ້ນຈຶ່ງມີ ແນວຄິດຢາກລອງຫຍິບຄືໝູ່ ໂດຍເລີ່ມຕົ້ນຈາກການຫຍິບໃຫ້ແມ່ບູຊາ, ຫຍິບໃຫ້ເອື້ອຍບູຊາ ແລະ ຫຍິບວາງຂາຍຢູ່ໜ້າເຮືອນ ເຊິ່ງໄດ້ຮັບການຕອບຮັບຈາກລູກຄ້າ ເປັນຢ່າງດີ. ປັດຈຸບັນມີລູກຄ້າປະ ຈຳ 40 ກວ່າຄອບຄົວ, ສຳລັບວັດຖຸອຸກອນນຳໃຊ້ເຂົ້າໃນການຜະລິດແຕ່ລະຂັ້ນຕອນແມ່ນສາ ມາດຊອກຫາໄດ້ງ່າຍ ເປັນຕົ້ນແມ່ນໃບຕອງ, ດອກພຸດ, ດອກດາວເຮືອງ ສາມາດປູກເອງໄດ້ ເຮັດໃຫ້ຫຼຸດຜ່ອນຕົ້ນທຶນໃນການຜະລິດໄດ້ເປັນຢ່າງດີ, ຖ້າເປັນວັນສິນໃຫຍ່ມີລູກຄ້າສັ່ງຈອງຫຼາຍແມ່ນສັ່ງຊື້ຈາກທ້ອງຕະຫຼາດຈຳນວນໜຶ່ງ ເຊິ່ງກຳລັງແຮງໃນໃນການຜະລິດແມ່ນອີງໃສ່ສະມາຊິກໃນຄອບຄົວມີ 3 ແຮງງານຄື: ພໍ່, ແມ່ ແລະ ລູກ ໂດຍມີການແບ່ງປັນຄວາມຮັບຜິດຊອບຮ່ວມກັນລະອຽດ, ແມ່ມີໜ້າທີ່ຫຍິບ, ຜົວ ແລະ ລູກ ມີໜ້າທີ່ຈັດຫາໃບຕອງ, ດອກໄມ້ ແລະ ແຊມດອກໄມ້ຊ່ວຍ ພ້ອມທັງຈັດ
ສົ່ງຕາມການສັ່ງຈອງຂອງລູກຄ້າ ຖ້າເປັນວັນສິນນ້ອຍຈະໃຊ້ໃບຕ້ອງ 2 ໝື່ນ ຫຍິບໝາກເບັງໄດ້ 40 ກວ່າຄູ່, ວັນສິນໃຫຍ່ໃຊ້ໃບຕອງ 3 ໝື່ນ, ຫຍິບໝາກເບັງໄດ້ 80 ຫາ 100 ຄູ່. ໃນນີ້, ໝາກເບັງທີ່ຄອບຄົວ ພັນໂທ ນາງ ບຸນຮອງວົງດີ ຫຍິບປະກອບມີ: ໝາກເບັງ 3 ກີບ ລາຄາ 4 ພັນກີບ, ໝາກເບັງ 5 ກີບ ລາຄາ 7 ພັນກີບ, ໝາກເບັງ 9 ກີບ ລາຄາ 15 ພັນກີບແລະ ໝາເບັງບາລະມີຂາຍລາຄາ 35 ພັນກີບ. ເຊິ່ງໝາກເບັງທີ່ຂາຍດີກວ່າໝູ່ແມ່ນໝາກເບັງ 5 ກີບ ເຊິ່ງຈຸດເດັ່ນທີ່ເຮັດໃຫ້ລູກຄ້າປະທັບໃຈ, ເພິ່ງພໍໃຈແມ່ນຫຍິບແໜ້ນໜາ, ສະອາດ, ງາມດີຮັບສົ່ງເຖິງເຮືອນ ໂດຍບໍເສຍຄ່າສົ່ງ ດັ່ງນັ້ນຈຶ່ງເຮັດໃຫ້ການຜະລິດໝາກເບັງຂອງຄອບຄົວລາວ ມີລູກຄ້າປະຈຳນັບມື້ເພີ່ມຂຶ້ນເລື້ອຍໆ.
ສະຫາຍ ພັນເອກ ຄຳແຫວນ ຫຼ້າບົວມະຫາໄຊ ຫົວໜ້າຫ້ອງການ ກົມໃຫຍ່ພະລາທິການກອງທັບ ໄດ້ໃຫ້ການຢັ້ງຢືນວ່າ: ສະຫາຍ ພັນໂທ ນາງ ບຸນຮອງ ວົງດີ
ແມ່ນບຸກຄົນໜຶ່ງທີ່ມີຄວາມບຸນຫ້າວຫັນຕໍ່ໜ້າທີ່ວຽກງານວິຊາສະເພາະຕາມການມອບໝາຍຂອງຂັ້ນເທິງ, ມີສະຕິຕຶ່ນຕົວປະຕິບັດຂໍ້ກຳນົດ, ກົດລະບຽບຂອງກອງທັບ ແລະ ຈັດຕັ້ງຜັນຂະຫຍາຍເນື້ອໃນຂໍ້ແຂ່ງຂັນ 3 ດີ ຂອງແມ່ຍິງລາວວາງອອກຢ່າງເຂັ້ມງວດ ໂດຍສະເພາະແມ່ນສ້າງຄອບຄົວດີມີຄວາມຜາສຸກ ນຳໃຊ້ເວລາວ່າງນອກໂມງການໃຫ້ເກີດປະໂຫຍດນຳພາຄອບຄົວ ສູ້ຊົນຊອກແຫຼ່ງລາຍຮັບເພີ່ມ ເພື່ອພັດທະນາຊີວິດການເປັນຢູ່ຂອງຄອບຄົວໃຫ້ມີຢູ່ມີກິນ ເຊິ່ງໄດ້ຮັບການຍອມ
ຮັບ, ຍໍຍ້ອງຍໍສັນລະເສີນຈາກອົງການຈັດຕັ້ງ ແລະ ໝູ່ເພື່ອນຕະຫຼອດມາ.
ສະຫາຍ ພັນໂທ ນາງ ນຸ່ນແກ້ວ ຄຳມຸງຄຸນ ຫົວໜ້າພະແນກສະຫະພັນແມ່ຍິງກົມໃຫຍ່ພະລາທິການກອງທັບ ໄດ້ຢັ້ງຢືນຕື່ມອີກວ່າ: ໂດຍປະຕິບັດຕາມຄຳສັ່ງ
ແນະນຳຂອງສູນກາງສະຫະພັນແມ່ຍິງລາວ ກໍຄືຫ້ອງການສະຫະພັນແມ່ຍິງກອງທັບ ວາງອອກ ກ່ຽວກັບການຈັດຕັ້ງຜັນຂະຫຍາຍເນື້ອໃນຂໍ້ແຂ່ງຂັນ 3 ດີ ໄລຍະປີ 2021-2025 ເຊິ່ງໄລຍະທີ 1 ແຕ່ປີ 2021-2022 ຜ່ານມາ, ພະແນກສະຫະພັນແມ່ຍິງ ກົມໃຫຍ່ພະລາທິການກອງທັບ ໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມໃຫ້ສະມາຊິກສະຫະພັນແມ່ຍິງ ເປັນເຈົ້າການເຂົ້າຮ່ວມຂະບວນການວຽກງານດັ່ງກ່າວຢ່າງເປັນຂະບວນການຟົດຟື້ນກວ້າງຂວາງ ແລະ ມີຜົນສຳເລັດອັນຈົບງາມ. ໃນນີ້, ສາມາດຄັດເລືອກໄດ້ສະມາຊິກສະຫະພັນແມ່ຍິງທີ່ເປັນພົນລະເມືອງດີ 3 ພັນກວ່າສະຫາຍ, ສ້າງຄອບຄົວດີ 2 ພັນກວ່າຄອບຄົວ, ສະເພາະການສ້າງຄອບຄົວຕົວແບບມີ 138 ຄອບຄົວ, ໃນທົ່ວກົມໃຫຍ່ພະລາທິການກອງທັບ ສຳລັບຢູ່ອົງການກົມໃຫຍ່ພະ ລາທິການກອງທັບ ກໍມີຫຼາຍຄອບຄົວ ໜຶ່ງໃນນັ້ນມີຄອບຄົວຂອງ ສະຫາຍ ພັນໂທ ນາງ ບຸນຮອງ ວົງດີ.
ສະຫາຍ ພັນໂທ ນາງ ບຸນຮອງ ວົງດີ ຍັງໃຫ້ຮູ້ຕື່ມອີກວ່າ: ຈຸດດີໃນການຍືດຖືການຫຍິບໝາກເບັງເປັນອາຊີບເສີມ ສ້າງລາຍຮັບເພີ່ມໃຫ້ຄອບຄົວ ແມ່ນເປັນການສ້າງກິດຈະກຳຊຸກຍູ້ສົ່ງເສີມໃຫ້ສະມາຊິກໃນຄອບຄົວມີຄວາມສາມັກຄີ, ຮັກແພງຊ່ວຍເຫຼືອເຊິ່ງກັນແລະ ກັນ ທັງເປັນການຈັດຕັ້ງຜັນຂະຫຍາຍເນື້ອໃນຂໍ້ແຂ່ງຂັນ 3 ດີຂອງແມ່ຍິງລາວວາງອອກ ໃຫ້ປະກົດຜົນເປັນຈິງ. ສຳລັບທິດທາງໃນຕໍ່ໜ້າເພື່ອຫຼຸດຜ່ອນຕົ້ນທຶນໃນການຜະລິດຄອບຄົວຈະສູ້ຊົນຂະຫຍາຍພື້ນທີ່ປູກຕົ້ນກ້ວຍ (ເພື່ອ
ສະໜອງໃບຕອງ), ປູກດອກພຸດແລະ ດອກດາວເຮືອງ ໃຫ້ພຽງພໍກັບຄວາມຕ້ອງການຂອງການຜະລິດຕົວຈິງ.
ຈາກຜົນງານແບບແຜນການ ດຳລົງຊີວິດທີ່ດີເດັ່ນໃນການນຳ ພາຄອບຄົວຫຼຸດພົ້ນອອກຈາກຄວາມທຸກຍາກນັ້ນ ສະຫາຍ ພັນໂທ ນາງ ບຸນຮອງ ວົງດີ ໄດ້ຮັບ ການຢັ້ງຢືນເປັນຄອບຄົວຕົວ ແບບ 2 ສະໄໜ, ໄດ້ຮັບໃບຢັ້ງ ຢືນແມ່ຍິງ 3 ດີ 8 ໃບຈາກອົງການຈັດຕັ້ງສະຫະພັນແມ່ຍິງ ກອງທັບ, ສູນກາງສະຫະພັນ ແມ່ຍິງລາວ ແລະ ໄດ້ຮັບການຍອມຮັບຈາກໝູ່ເພື່ອນດ້ວຍກັນຕະຫຼອດມາ, ດັ່ງນັ້ນ ສະມາຊິກ
ສະຫະພັນແມ່ຍິງທຸກຄົນຄວນນໍາເອົາບົດຮຽນດັ່ງກ່າວນີ້ໄປນຳໃຊ້ເຂົ້າໃນການພັດທະນາຊີວິດການເປັນຢູ່ຄອບຄົວຂອງຕົນ ດ້ວຍການນຳໃຊ້ທ່າແຮງທີ່ມີໃນ
ຄອບຄົວ ເພື່ອນຳພາຄອບຄົວຂອງ ຕົນມີຢູ່, ມີກິນ, ກິນອີ່ມນຸ່ງອຸ່ນ, ກິນແຊບນຸ່ງງາມຫຼຸດພົ້ນອອກຈາກ ຄວາມທຸກຍາກເທື່ອລະກ້າວ.
ໂດຍ: ຄຳໃໝ່ ສັງທອງເພັດ

news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ