

![]()
ກອງພົນທີ 2 ສະຫຼຸບວຽກງານປ້ອງກັນພາຍໃນ ປະຈຳປີ 2022
ເວລາອອກຂ່າວ: 2023-02-09 09:10:44 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 98 | ຄວາມນິຍົມ:
ທ້າຍເດືອນມັງກອນຜ່ານມາ, ກອງພົນທີ 2 ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານປ້ອງກັນພາຍໃນ ປະຈຳປີ 2022 ແລະ ມອບໃບຢັ້ງຢືນກົມກອງ ປອດໃສ ປອດໄພ ປອດຄະດີ ປະຈຳປີ 2022, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ວົງເພັດ ເພັງພານິດ ຫົວໜ້າຫ້ອງການເມືອງ ກອງພົນທີ 2, ມີຄະນະພັກ-ຄະນະບັນຊາອົງການ 5 ຫ້ອງ, ພະແນກການທີ່ກ່ຽວຂ້ອງ ແລະ ກົມກອງຮາກຖານ ເຂົ້າຮ່ວມ.
ສະຫາຍ ພັນໂທ ວົງສະໝອນ ອຸ່ນດາລາ ຫົວໜ້າພະແນກປ້ອງກັນພາຍໃນ ກອງພົນທີ 2 ໄດ້ຜ່ານບົດສະຫຼຸບ ຕີລາຄາຄືນການຈັດຕັ້ງປະຕິບັດວຽກງານປ້ອງກັນພາຍໃນ-ປ້ອງກັນຄວມສະຫງົບທົ່ວ ກອງພົນທີ 2, ເຊິ່ງໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ໃນໄລຍະ 1 ປີທີ່ຜ່ານມາ, ຄະນະພັກ-ຄະນະບັນຊາກອງພົນ ໄດ້ຖືເອົາວຽກງານປ້ອງກັນພາຍໃນເປັນບັນຫາສຳຄັນ, ໂດຍໄດ້ຊີ້ນຳ-ນຳພາພະແນກການທີ່ກ່ຽວຂ້ອງ ເຄື່ອນໄຫວຊີ້ນຳບັນດາກົມກອງຮາກຖານ ກ່ຽວກັບການຈັດຕັ້ງປະຕິບັດວຽກງານປ້ອງກັນພາຍໃນ ຢູ່ແຕ່ລະກົມກອງໃຫ້ເຂັ້ມງວດ ເປັນຕົ້ນແມ່ນ ການຄຸ້ມຄອງຊັບສິນຂອງກົມກອງ, ການປ້ອງກັນແຂກພາຍໃນ ແລະ ຕ່າງປະເທດທີ່ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ກົມກອງໃນໄລ
ຍະຜ່ານມາ ເຫັນວ່າມີຄວາມສະຫງົບປອດໄພ100%. ພ້ອມກັນນັ້ນ, ກໍໄດ້ເອົາໃຈໃສ່ເຮັດວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດເປັນກົກ ເພື່ອເຮັດໃຫ້ພະນັກງານ-ນັກຮົບ ມີແນວຄິດການເມືອງໜັກແໜ້ນ ແລະ ມີຄວາມເຂົ້າໃຈຢ່າງເລິກເຊິ່ງຕໍ່ວຽກງານປ້ອງກັນພາຍໃນ, ກຳແໜ້ນສະພາບການ ເມືອງແນວຄິດພາຍໃນ, ເປັນເຈົ້າການຕ້ານສະກັດກັ້ນບັນຫາປະກົດການຫຍໍ້ທໍ້ທີ່ອາດຈະເກີດຂຶ້ນຢູ່ໃນກົມກອງໃຫ້ຫຼຸດໜ້ອຍລົງ, ໄດ້ເອົາໃຈໃສ່ວຽກງານປ້ອງກັນພັກ-ພະນັກງານ, ດ້ວຍການກວດກາຊີວະປະຫວັດຢ່າງເຂັ້ມງວດ, ໄປຄຽງຄູ່ກັບການເຄື່ອນໄຫວແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆເປັນຕົ້ນບັນຫາການເກີດອຸບັດຕິເຫດ, ການຄ້າຂາຍເຖື່ອນ ແລະ ບັນຫາຄະດີຕ່າງໆທີ່ເກີດຂຶ້ນພາຍໃນກົມກອງ ໃຫ້ໄດ້ຮັບການແກ້ໄຂດີຂຶ້ນຜ່ານການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃນໄລຍະຜ່ານມາ, ສາມາດຕີລາ
ຄາແບ່ງປະເພດກົມກອງ ປອດໃສ, ປອດໄພ, ປອດຄະດີ ທັງໝົດ 25 ຫົວໜ່ວຍກົມກອງ. ໃນນັ້ນ, ກົມກອງປອດໃສ, ປອດໄພ , ປອດຄະດີ ປະເພດ I ມີ 17
ກົມກອງ ແລະ ປະເພດ II ມີ 8 ກົມກອງ.
ໃນກອງປະຊຸມ ຜູ້ເຂົ້າຮ່ວມຍັງໄດ້ຜັດປ່ຽນກັນປະກອບຄຳຄິດເຫັນໃສ່ບົດສະຫຼຸບ ແລະ ທິດທາງແຜນການ ເພື່ອພ້ອມກັນຊອກວິທີການປັບປຸງແກ້ໄຂບັນຫາທີ່
ຍັງຄົງຄ້າງໃຫ້ຫຼຸດໜ້ອຍລົງ ແນໃສ່ເຮັດໃຫ້ກົມກອງມີຄວາມສະຫງົບປອດໄພ 100%. ຈາກນັ້ນ, ກໍໄດ້ມອບໃບຢັ້ງຢືນໃຫ້ບັນດາຫົວໜ່ວຍກົມກອງ ປອດໃສ, ປອດໄພ, ປອດຄະດີ ຢ່າງສົມກຽດ ແລະ ເປີດຂະບວນການແຂ່ງຂັນສ້າງກົມກອງ ປອດໃສ, ປອດໄພ, ປອດຄະດີ ປະຈຳປີ 2023 ທົ່ວກອງພົນທີ 2 ຕື່ມອີກ.
ໂດຍ: ສຸວັນໂນ ທະລັງສີ

news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ