

![]()
ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຄະນະປະສານງານຮ່ວມມືສອງກອງທັບ ຈີນ-ລາວ
ເວລາອອກຂ່າວ: 2023-02-09 09:10:04 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 23 | ຄວາມນິຍົມ:
ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ຄະນະປະສານງານຮ່ວມມືສອງກອງທັບ ຈີນ-ລາວ ນຳໂດຍສະຫາຍ ພົນຕີ ຈາງ ປາວສຸນ ຮອງຫົວໜ້າຫ້ອງການຮ່ວມມືການທະຫານສາກົນ, ຄະນະກຳມະການທະຫານສູນກາງ ກອງທັບປົດປ່ອຍປະຊາຊົນຈີນ ໃນວັນທີ 8 ກຸມພາ 2023 ນີ້, ເນື່ອງໃນໂອກາດທີ່ຄະນະເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມຄະນະປະສານງານຮ່ວມມືສອງກອງທັບ ລາວ-ຈີນ, ຈີນ-ລາວ ຄັ້ງທີ 8 ຢູ່ ສປປ ລາວ, ໃນລະຫວ່າງວັນທີ 8-9 ກຸມພາ 2023 ນີ້.
ໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວຂອງ ສະຫາຍ ພົນຕີ ຈາງ ປາວສຸນ ພ້ອມດ້ວຍຄະນະ ເຊິ່ງເປັນການປະກອບສ່ວນນຳເອົາຜົນປະໂຫຍດໃຫ້ແກ່ວຽກງານການຮ່ວມມືຊ່ວຍເຊິ່ງກັນ ແລະ ກັນຂອງ ສອງກອງທັບ ລາວ-ຈີນ, ທັງເປັນການເພີ່ມພູນຄູນສ້າງຄວາມສາມັກຄີທີ່ມີມູນເຊື້ອອັນດີງາມ ລະຫວ່າງສອງຊາດ, ສອງກອງທັບໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ, ພ້ອມທັງໄດ້ຕີລາຄາສູງຕໍ່ໝາກຜົນຂອງການພົບປະລະຫວ່າງຄະນະຜູ້ແທນທັງສອງກອງທັບ ລາວ-ຈີນ, ຈີນ-ລາວ ເຊິ່ງແມ່ນອີກບາດກ້າວໜຶ່ງໃນການປະສານງານການຮ່ວມມື ທີ່ສອງພັກ-ສອງລັດ ກໍຄື 2 ກະຊວງປ້ອງກັນປະເທດ ລາວ-ຈີນ ໃຫ້ໄດ້ຮັບໝາກຜົນດີຍິ່ງໆຂຶ້ນ.
ໂອກາດດຽວກັນ, ສະຫາຍ ພົນຕີ ຈາງ ປາວສຸນ ໄດ້ກ່າວສະແດງຄວາມຂອບໃຈຕໍ່ສະຫາຍລັດຖະມົນຕີກະຊວງປ້ອງກັນປະເທດ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງລາຍງານຜົນຂອງກອງປະຊຸມຄະນະປະສານງານຮ່ວມມືສອງກອງທັບ ຈີນ-ລາວ, ລາວ-ຈີນ ໃຫ້ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮັບຊາບ, ໂດຍສອງຝ່າຍຈະພະຍາຍາມສຸດຄວາມສາມາດເພື່ອພ້ອມກັນປົກປັກຮັກສາເສີມຂະຫຍາຍສາຍພົວພັນຮ່ວມມືລະຫວ່າງ 2 ຊາດ, 2 ກອງທັບ ຈີນ-ລາວ, ລາວ-ຈີນ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ, ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ, ເພື່ອສັນຕິພາບ, ມິດຕະພາບ, ສະຖຽນລະພາບ ແລະ ການຮ່ວມມືພາຍໃນພາກພື້ນ ແລະ ສາກົນ.
ໂດຍ: ອາຫວຸ້ນ

news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ