ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງ​ປະຊຸມ​ຄະນະ​ປະສານ​ງານ​ຮ່ວມ​ມື​ ສອງ​ກອງທັບ ລາວ-ຈີນ, ຈີນ-ລາວ ຄັ້ງ​ທີ 8
ເວລາອອກຂ່າວ: 2023-02-09 09:06:14 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 313 | ຄວາມນິຍົມ:



ໃນ​ວັນ​ທີ 8 ກຸມພາ 2023 ນີ້, ຢູ່​ທີ່​ສະໂມສອນ​ຫ້ອງ​ວ່າການ​ກະຊວງ​ປ້ອງ​ກັນເທດ ໄດ້​ຈັດ​ກອງ​ປະຊຸມ​ຄະນະ​ປະສານ​ງານ​ຮ່ວມ​ມື​ສອງ​ກອງທັບ ລາວ-ຈີນ, ຈີນ-ລາວ ຄັ້ງ​ທີ 8 ໂດຍ​ການ​ເປັນ​ປະທານ​ຮ່ວມ​ຂອງ ສະຫາຍ ພົນ​ຕີ ສາຍໃຈ ກົມ​ມະ​ສິດ ກຳມະການ​ຄະນະ​ປະຈຳ​ພັກ​ກະຊວງ ຫົວໜ້າ​ຫ້ອງ​ວ່າການ​ກະຊວງ​ປ້ອງ​ກັນ​ປະເທດ, ສະຫາຍ ພົນ​ຕີ ຈາງ ປາວ​ສຸນ ຮອງ​ຫົວໜ້າ​ຫ້ອງການ​ຮ່ວມ​ມື​ການ​ທະຫານ​ສາກົນ, ຄະນະ​ກຳມະການ​ທະຫານ​ສູນ​ກາງ​ກອງທັບ​ປົດ​ປ່ອຍ​ປະຊາຊົນ​ຈີນ ພ້ອມ​ດ້ວຍ​ຄະນະ ແລະ ວິຊາ​ການ​ທີ່​ກ່ຽວ​ຂ້ອງ​ທັງ​ສອງ​ກອງທັບ​ເຂົ້າ​ຮ່ວມ. ໃນ​ກອງ​ປະຊຸມ, ​ສອງ​ຝ່າຍ ໄດ້​ພົບ​ປະ​ແລກປ່ຽນ ຕີ​ລາຄາ​ຄືນ​ສະພາບ​ວຽກ​ງານ​ດ້ານ​ຕ່າງໆ ທີ່ໄດ້​ຮ່ວມ​ມື​ກັນ​ຈັດ​ຕັ້ງ​ປະຕິບັດ​ໃນ​ໄລຍະ​ຜ່ານ​ມາ ບົນ​ພື້ນຖານ​ການ​ພົວພັນ​ອັນ​ດີ ລະຫວ່າງ ສອງ​ຊາດ, ສອງ​ພັກ​ກໍ​ຄື​ສອງ​ກອງທັບ ລາວ-ຈີນ. ໃນ​ໄລຍະ​ຜ່ານ​ມາ ການ​ປະຕິບັດ​ແຜນ​ງານ​ຮ່ວມ​ມື​ລະຫວ່າງ ສອງ​ກະຊວງ​ປ້ອງ​ກັນ​ປະເທດ ລາວ-ຈີນ, ຈີນ-ລາວ ໄດ້​ປະສົບ​ຜົນສຳເລັດ​ຫຼາຍ​ດ້ານ ເປັນຕົ້ນ ການ​ຮ່ວມ​ມື​ໃນ​ການ​ເຝິກຊ້ອມ​ກອບ​ກູ້​ໄພພິບັດ​ທາງ​ທຳ​ມະ​ຊາດ​ເພື່ອ​ມະນຸດ ສອງ​ກອງທັບ ລາວ-ຈີນ “ຂະ​ບວນ​ລົດໄຟ​ສັນຕິພາບ 2022“. ນອກ​ນີ້, ໄດ້​ຮັບ​ການ​ຊ່ວຍ​ທາງ​ດ້ານ​ຊ່ຽວຊານ​ຂອງ​ຈີນ ໃນ​ການ​ຍົກ​ສູງ​ທາງ​ດ້ານ​ວິຊາ​ການ​ໃນ​ກອງທັບ​ປະຊາຊົນ​ລາວ ເປັນຕົ້ນ​ແມ່ນ​ຊ່ຽວຊານ​ດ້ານ​ການ​ແພດ ປະຈຳ​ຢູ່​ໂຮງໝໍ​ສູນ​ກາງ 103 ກອງທັບ ແລະ ບັນດາ​ວິທະຍາຄານ​ຂອງ​ກອງທັບ​ປະຊາຊົນ​ລາວ, ກົນ​ໄກ​ການຈັດຕັ້ງ​ປະຕິບັດ​ອະນຸ​ສັນຍາ​ໄດ້​ມີ​ຄວາມ​ກົມກຽວ​ກັນ, ມີ​ການ​ປະສານ​ສົມທົບ​ນຳ​ກັນ​ຢ່າງ​ແໜ້ນ​ແຟ້ນ ແລະ ມີ​ປະ​ສິດທິ​ຜົນ​ດີ ບົນ​ຈິດ​ໃຈຄວາມ​ສາມັກຄີ ແລະ ການ​ຮ່ວມ​ມື ລະຫວ່າງ ສອງ​ຊາດ, ສອງ​ກອງທັບ ລາວ-ຈີນ, ຈີນ-ລາວ ພ້ອມ​ດຽວກັນ​ນີ້ ທັງ​ສອງ​ຝ່າຍ​ຍັງ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບເນື້ອ​ໃນ, ແຜນການ​ພົວພັນ​ຮ່ວມ​ມື​ກັນ ຂອງ​ສອງ​ກອງທັບ ລາວ-ຈີນ, ຈີນ-ລາວ ປະຈຳ​ປີ 2023.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ