ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກົມ​ໃຫຍ່​ເຕັກ​ນິ​ກກອງທັບ ສະຫຼຸບ​ວຽກ​ງານ​ຮອບດ້ານ ປະຈຳ​ປີ 2022
ເວລາອອກຂ່າວ: 2023-02-09 09:03:47 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 236 | ຄວາມນິຍົມ:



ກອງ​ປະຊຸມ​ສະຫຼຸບ​ວຽກ​ງານ​ຮອບດ້ານ ປະຈຳ​ປີ 2022 ແລະ ວາງ​ທິດ​ທາງ​ແຜນການ ປີ 2023 ຂອງ​ກົມ​ໃຫຍ່​ເຕັກນິກ​ກອງທັບ ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 8 ກຸມພາ 2023 ນີ້, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພົນ​ຕີ ປະສິດ ທ່ຽງ​ທຳ ກຳມະການ​ຄະນະ​ປະຈຳ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ ຫົວໜ້າ​ກົມ​ໃຫຍ່​ເຕັກນິກ​ກອງທັບ, ມີ​ບັນດາ​ສະຫາຍ​ຄະນະ​ກົມ​ໃຫຍ່, ຫົວໜ້າ​ກົມ, ຮອງ​ກົມ, ຫົວໜ້າ​ຫ້ອງ, ຮອງ​ຫ້ອງ, ວິທະຍາຄານ​ເຕັກນິກ​ການ​ທະຫານ, ຄະນະ​ພັກ-ຄະນະ​ບັນຊາ​ກົມ​ກອງ​ຮາກ​ຖານ ຕະຫຼອດ​ຮອດ​ພະນັກງານ​ຫຼັກ​ແຫຼ່ງ​ກົມ​ໃຫຍ່​ເຕັກນິກ​ກອງທັບ​ເຂົ້າ​ຮ່ວມ. ໃນ​ກອງ​ປະຊຸມ, ສະຫາຍ ພັນ​ເອກ ຄຳ​ສິງ ລື​ເດດ​ສົມບັດ ກຳມະການ​ຄະນະ​ພັກ​ອົງການ​ກົມ​ໃຫຍ່ ຫົວໜ້າ​ຫ້ອງການ​ກົມ​ໃຫຍ່​ເຕັກນິກ​ກອງທັບ ໄດ້​ຜ່ານ​ບົດ​ສະຫຼຸບ​ການເຄື່ອນໄຫວ​ຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ຮອບດ້ານ​ທົ່ວ​ກົມ​ໃຫຍ່​ເຕັກ ນິກ​ກອງທັບ ປະຈຳ​ປີ 2022 ແລະ ທິດ​ທາງ​ແຜນການ​ປີ 2023 ເຊິ່ງ​ໃນ​ບົດ​ສະ​ຖາບ​ໄດ້​ຍົກ​ໃຫ້​ເຫັນ​ວ່າ: ໃນ​ໄລຍະ​ຜ່ານ​ມາ, ຄະນະ​ນຳ​ກົມ​ໃຫຍ່ ໄດ້​ເອົາໃຈໃສ່​ຊີ້​ນຳ, ສຶກ​ສາ​ອົບຮົມ​ການເມືອງ-ແນວ​ຄິດໃຫ້​ພະນັກງານ-ນັກຮົບ​ເປັນ​ປົກກະຕິ, ຈັດ​ຕັ້ງ​ຄົ້ນຄວ້າ, ເຜີຍແຜ່​ເຊື່ອມ​ຊຶມ ແລະ ຜັນ​ຂະຫຍາຍ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI ຂອງ​ພັກ, 2 ວາລະ​ແຫ່ງ​ຊາດ, ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ V ຂອງ​ອົງຄະ​ນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ ແລະ ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ I ຂອງ​ອົງຄະ​ນະ​ພັກ​ກົມ​ໃຫຍ່​ເຕັກນິກ​ກອງທັບ ໂດຍ​ປິ່ນ​ອ້ອມ 4 ໜ້າທີ່​ໃຫຍ່ 26 ແຜນ​ງານ​ທີ່​ກະຊວງ​ປ້ອງ​ກັນ​ປະເທດ​ວາງ​ອອກ ເຮັດ​ໃຫ້​ພະນັກງານ-ນັກຮົບ ເຂົ້າໃຈ​ແຈ້ງ​ຕໍ່​ແນວທາງ​ນະໂຍບາຍ​ຂອງ​ພັກ-ລັດ, ຂອງ​ກອງທັບ, ກົມ​ກອງ​ຢ່າງ​ທົ່ວ​ເຖິງ, ໄດ້​ເປີດ​ອົບຮົມ​ການເມືອງ​ແນວ​ຄິດ ໃຫ້​ພະນັກງານ-ນັກຮົບ ຢູ່​ບັນດາ​ກົມ​ກອງ​ທົ່ວ​ກົມ​ໃຫຍ່​ເຕັກນິກ​ກອງທັບ, ຈັດ​ຕັ້ງ​ເຜີຍແຜ່​ເອກະສານ​ການ​ສ້າງ​ນັກຮົບ​ວັດທະນະທຳ-ກົມ​ກອງ​ວັດທະນະທຳ ໄດ້ 23 ກົມ​ກອງ, ຈັດ​ຕັ້ງ​ກອງ​ປະຊຸມ​ເປີດ​ຂະ​ບວນ​ການ​ແຂ່ງຂັນ​ຮັກ​ຊາດ ແລະ ພັດທະນາ ຕິດ​ພັນ​ກັບ​ຂະ​ບວນ​ການ​ດ້ານ​ຕ່າງໆ​ຂອງ​ກົມ​ກອງ ໃນ​ໂອກາດ​ວັນ​ສຳຄັນ​ຕ່າງໆ​ເຊັ່ນ: ວັນຊາດ​ທີ 2 ທັນວາ ຄົບຮອບ 47 ປີ, ວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ ຄົບຮອບ 74 ປີ. ຄະນະ​ພັກ​ກົມ​ໃຫຍ່​ເຕັກນິກ​ກອງທັບ ໄດ້​ເອົາໃຈໃສ່​ຊີ້​ນຳ-ນຳພາ​ຢ່າງ​ໃກ້​ສິດ​ຕິດ​ແທດ ເພື່ອ​ຮັບປະກັນ​ເຮັດ​ໃຫ້​ການຈັດຕັ້ງ​ພັກ-ສະມາຊິກ​ພັກ ມີ​ຄວາມ​ໜັກ​ແໜ້ນ, ເຂັ້ມແຂງ​ທາງ​ດ້ານ​ການເມືອງ-ແນວ​ຄິດ, ການຈັດຕັ້ງ ແລະ ແບບແຜນ​ການ ​ນຳພາ ໂດຍ​ປະຕິບັດ​ຕາມ 5 ຫຼັກການ 3 ທິດ​ນຳ ໃນ​ການ​ປັບປຸງ​ກໍ່ສ້າງ​ພັກ, ຈັດ​ຕັ້ງ​ເຊື່ອມ​ຊຶມ​ບັນດາ​ມະຕິ, ຄຳ​ສັ່ງ​ຕ່າງໆ​ຂອງ​ຂັ້ນ​ເທິງ, ຄົ້ນຄວ້າ​ປັບປຸງ​ໂຄງ​ປະກອບ​ການຈັດຕັ້ງ​ທົ່ວ​ອົງການ​ກົມ​ໃຫຍ່​ເຕັກນິກ​ກອງທັບ ໄລຍະ​ປີ 2021-2025 ສຳເລັດ. ໃນ​ນີ້, ຮັບປະກັນ​ການ​ປະກອບ​ພາຫະນະ, ອາວຸດ​ຍຸດ​ໂທ​ປະກອນ​ເຕັກ ນິກ ຕາມ​ຊະນິດ, ຈຳນວນ, ຄົບ​ຊຸດ ໃຫ້​ບັນດາ​ກົມ​ກອງ​ກຳລັງ​ຫຼວງ ແລະ ກຳລັງ​ທ້ອງຖິ່ນ ເພື່ອ​ຮັບປະກັນ​ໃຫ້​ແກ່​ການ​ອົບຮົມ-ຫັດ​ແອບ, ກຽມພ້ອມ​ສູ້​ຮົບ ແລະ ສູ້​ຮົບ​ມີ​ໄຊ ຕາມ​ຄຳ​ສັ່ງ​ຂອງ​ຂັ້ນ​ເທິງ. ໃນ​ປີຜ່ານມາ ໄດ້​ຮັບ​ລົດ​ໃໝ່ ທັງ​ໝົດ 437 ຄັນ, ເບີກ-ຈ່າຍ​ລົດ​ປະເພດ​ຕ່າງໆ​ທັງ​ໝົດ 223 ຄັນ, ຈ່າຍ​ອາ​ໄຫຼ່​ລົດ​ໂອ​ໂຕ ແລະ ລົດ​ສູ້​ຮົບ​ຈຳນວນ 1.438 ລາຍການ, ຕິດຕາມ​ການ​ສ້ອມແປງ​ລົດ​ສົກ​ປີ 2021-2022 ຢູ່​ບັນດາ​ໂຮງງານ​ແຕ່​ລະ​ພາກ​ທັງ​ໝົດ 49 ຄັນ, ບົວລະບັດ 28 ຄັນ​ສຳເລັດ; ສ້ອມແປງ​ປືນ​ໃຫຍ່​ໜ້າດິນ ຈຳນວນ 20 ກະບອກ ສຳເລັດ 7 ກະບອກ; ສ້ອມແປງ​ປືນ​ໃຫຍ່​ປ້ອງ​ກັນ​ອາກາດ ຈຳນວນ 11 ກະບອກ ສຳເລັດ 6 ກະບອກ; ສ້ອມແປງ​ລົດ​ຕິດ​ຕັ້ງ​ປືນ 122 ຈຳນວນ 1 ຄັນ ສຳເລັດ; ສ້ອມແປງ​ປືນ​ທະຫານ​ຮາບ ຈຳນວນ 43 ກະບອກ ສຳເລັດ 24 ກະບອກ; ບົວລະບັດ​ລູກປືນ​ຊະນິດ​ຕ່າງໆ, ວິໄຈ​ຕົວຢ່າງ​ໝື້​ລູກປືນ​ທີ່​ເອົາ​ມາ​ຈາກ​ສາງ ອ.3 ແລະ ອ.4 ຈຳນວນ​ທັງ​ໝົດ 90 ຕົວຢ່າງ, ຜົນ​ການ​ວິໄຈ​ມີ 89 ຕົວຢ່າງ​ຖືກຕ້ອງ​ຕາມ​ຫຼັກ ການ​ວິຊາ​ສະເພາະ ແລະ 1 ຕົວຢ່າງ​ແມ່ນ​ເຊື່ອມ​ຄຸນ​ນະ​ພາບ, ຊີ້​ນຳ​ບັນດາ​ກົມ​ກອງ​ເອົາໃຈໃສ່​ປູກຝັງ-ລ້ຽງສັດ ເພື່ອ​ຮັບປະກັນ​ຊີວິດ​ການ​ເປັນ​ຢູ່ ຂອງ​ກົມ​ກອງ​ຕາມ​ຂໍ້​ກຳນົດ​ຂັ້ນ​ເທິງ​ວາງ​ອອກ. ກອງ​ປະຊຸມ​ຈະ​ດຳເນີນ​ໄປ​ເປັນ​ເວລາ 2 ວັນ ​ຈຶ່ງ​ສຳເລັດ. ໂດຍ: ຄຳ​ສອນ ພົມ​ໄຊ​ຍາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ