ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກະຊວງ​ປ້ອງ​ກັນ​ປະເທດ ມອບ​ລົດ​ໃຫຍ່ 2 ຄັນ​ ໃຫ້​ກອງ​ພົນ​ທີ 1
ເວລາອອກຂ່າວ: 2023-02-09 09:00:52 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 271 | ຄວາມນິຍົມ:



ໃນ​ວັນ​ທີ 6 ກຸມພາ 2023 ນີ້, ກະຊວງ​ປ້ອງ​ກັນ​ປະເທດ ໄດ້​ມອບ​ລົດ​ໃຫຍ່​ຍີ່ຫໍ້ SUV ຈຳນວນ 2 ຄັນ ໃຫ້​ກອງ​ພົນ​ທີ1 ເພື່ອ​ນຳ​ໃຊ້​ເຂົ້າ​ໃນ​ການ​ປະຕິບັດ​ໜ້າທີ່​ວຽກ​ງານ​ລວມ​ຂອງ​ກົມ​ກອງ ເນື່ອງ​ໃນ​ໂອກາດ​ວັນ​ສ້າງຕັ້ງ​ກອງ​ພົນ​ທີ 1 ຄົບຮອບ 38 ປີ (12 ກຸມພາ 1985-12 ກຸມພາ 2023). ເຊິ່ງ​ລົດ​ດັ່ງກ່າວ​ແມ່ນ​ຜະລິດ​ຈາກ ​ສປ ຈີນ, ລວມ​ມູນ​ຄ່າ 44.600 ໂດ​ລາ​ສະຫະລັດ, ຕາງໜ້າ​ມອບ​ໂດຍ ສະຫາຍ ພົນ​ຕີ ສາຍໃຈ ກົມ​ມະ​ສິດກຳມະການ​ຄະນະ​ປະຈຳ​ພັກ​ກະ ຊວງ ຫົວໜ້າ​ຫ້ອງ​ວ່າການ​ກະຊວງ​ປ້ອງ​ກັນ​ປະເທດ, ກ່າວ​ຮັບ​ໂດຍ ສະຫາຍ ພັນ​ເອກ ວົງ​ຈັນ ພັນ​ຈັນທະ​ມານ ເລຂາ​ຄະນະ​ພັກ ຫົວໜ້າ​ການເມືອງ ກອງ​ພົນ​ທີ 1 ໂດຍ​ມີ ສະຫາຍ ພົນ​ຈັດຕະວາ ສີ​ພອນ​ໄຊ ຄຳ​ທອງ​ເຫວີນ ຫົວໜ້າ​ກົມເສດຖະກິດ ຫ້ອງ​ວ່າການ​ກະຊວງ​ປ້ອງ​ກັນ​ປະເທດ ພ້ອມ​ດ້ວຍຄະນະ​ເຂົ້າ​ຮ່ວມ​ເປັນ​ສັກຂີ​ພະຍານ. ໂອກາດ​ນີ້, ສະຫາຍ ພັນ​ເອກ ວົງ​ຈັນ ພັນ​ຈັນທະ​ມານ ຕາງໜ້າ​ໃຫ້​ຄະນະ​ພັກ-ຄະນະ​ບັນຊາ ແລະ ພະນັກງານ-ນັກຮົບ ກອງ​ພົນ​ທີ 1 ກ່າວ​ສະແດງ​ຄວາມ​ຂອບໃຈ​ຢ່າງ​ສູງ​ຕໍ່​ກະຊວງ​ປ້ອງ​ກັນ​ປະເທດ ແລະ ພາກສ່ວນ​ທີ່​ກ່ຽວຂ້ອງ ທີ່​ຍາມ​ໃດ​ກໍ​ເປັນ​ຫ່ວງ​​ດເປັນ​ໄຍ, ໃຫ້ການ​ຊີ້​ນຳ ແລະ ເຫັນ​ໄດ້​ເຖິງ​ຄວາມ​ສຳຄັນ​ໃນ​ການ​ປະຕິບັດ​ໜ້າທີ່​ຢູ່​ເຂດ​ຫຍຸ້ງຍາກ​ການ​ດານ​ຂອງ​ກອງ​ພົນ ເພາະ​ລົດ​ດັ່ງກ່າວ​ເປັນ​ລົດ​ທີ່​ມີ​ຄວາມ​ແຮງ​ສູງ, ມີ​ຄວາມ​ເໝາະ​ສົມ​ໃນ​ການ​ໃຊ້​ເຄື່ອນ​ໄຫວ​ປະຕິບັດ​ໜ້າທີ່​ເຂດ​ຫຍຸ້ງຍາກ​ກັນດານ ພ້ອມ​ທັງ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ​ຈະ​ປົກ​ປັກ​ຮັກສາ, ຄຸ້ມ​ຄອງ, ນຳ​ໃຊ້​ລົດ​ດັ່ງກ່າວ​ໃຫ້​ເກີດ​ປະໂຫຍດ​ສູງ​ສຸດ. ໂດຍ: ໂກ​ຮັງ ພັນທະ​ວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ