

![]()
ກະຊວງປ້ອງກັນປະເທດ ມອບລົດໃຫຍ່ 2 ຄັນ ໃຫ້ກອງພົນທີ 1
ເວລາອອກຂ່າວ: 2023-02-09 09:00:52 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 43 | ຄວາມນິຍົມ:
ໃນວັນທີ 6 ກຸມພາ 2023 ນີ້, ກະຊວງປ້ອງກັນປະເທດ ໄດ້ມອບລົດໃຫຍ່ຍີ່ຫໍ້ SUV ຈຳນວນ 2 ຄັນ ໃຫ້ກອງພົນທີ1 ເພື່ອນຳໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານລວມຂອງກົມກອງ ເນື່ອງໃນໂອກາດວັນສ້າງຕັ້ງກອງພົນທີ 1 ຄົບຮອບ 38 ປີ (12 ກຸມພາ 1985-12 ກຸມພາ 2023). ເຊິ່ງລົດດັ່ງກ່າວແມ່ນຜະລິດຈາກ ສປ ຈີນ, ລວມມູນຄ່າ 44.600 ໂດລາສະຫະລັດ, ຕາງໜ້າມອບໂດຍ ສະຫາຍ ພົນຕີ ສາຍໃຈ ກົມມະສິດກຳມະການຄະນະປະຈຳພັກກະ
ຊວງ ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ, ກ່າວຮັບໂດຍ ສະຫາຍ ພັນເອກ ວົງຈັນ ພັນຈັນທະມານ ເລຂາຄະນະພັກ ຫົວໜ້າການເມືອງ ກອງພົນທີ 1 ໂດຍມີ ສະຫາຍ ພົນຈັດຕະວາ ສີພອນໄຊ ຄຳທອງເຫວີນ ຫົວໜ້າກົມເສດຖະກິດ ຫ້ອງວ່າການກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະເຂົ້າຮ່ວມເປັນສັກຂີພະຍານ.
ໂອກາດນີ້, ສະຫາຍ ພັນເອກ ວົງຈັນ ພັນຈັນທະມານ ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບ ກອງພົນທີ 1 ກ່າວສະແດງຄວາມຂອບໃຈຢ່າງສູງຕໍ່ກະຊວງປ້ອງກັນປະເທດ ແລະ ພາກສ່ວນທີ່ກ່ຽວຂ້ອງ ທີ່ຍາມໃດກໍເປັນຫ່ວງດເປັນໄຍ, ໃຫ້ການຊີ້ນຳ ແລະ ເຫັນໄດ້ເຖິງຄວາມສຳຄັນໃນການປະຕິບັດໜ້າທີ່ຢູ່ເຂດຫຍຸ້ງຍາກການດານຂອງກອງພົນ ເພາະລົດດັ່ງກ່າວເປັນລົດທີ່ມີຄວາມແຮງສູງ, ມີຄວາມເໝາະສົມໃນການໃຊ້ເຄື່ອນໄຫວປະຕິບັດໜ້າທີ່ເຂດຫຍຸ້ງຍາກກັນດານ ພ້ອມທັງໃຫ້ຄຳໝັ້ນສັນຍາວ່າຈະປົກປັກຮັກສາ, ຄຸ້ມຄອງ, ນຳໃຊ້ລົດດັ່ງກ່າວໃຫ້ເກີດປະໂຫຍດສູງສຸດ.
ໂດຍ: ໂກຮັງ ພັນທະວົງ

news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ