

![]()
ກອງພັນໃຫຍ່ 201 ມອບເຄື່ອງຊ່ວຍເຫຼືອ ຄອບຄົວພະນັກງານທີ່ຖືກຜົນກະທົບຈາກອັກຄີໄພ
ເວລາອອກຂ່າວ: 2023-02-09 08:59:41 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 733 | ຄວາມນິຍົມ:
ໃນວັນທີ 31 ມັງກອນ 2023, ກອງພັນໃຫຍ່ 201 ກອງພົນທີ 2 ນຳໂດຍ ສະຫາຍ ພັນໂທ ຄຳສາວ ຮຸ່ງລາຄຳ ຫົວໜ້າພະແນກການເມືອງ ກອງພົນທີ 2 ໄດ້ນຳເອົາວັດຖຸປັດໃຈໄປມອບໃຫ້ຄອບຄົວຂອງ ສະຫາຍ ພັນໂທ ບຸນພຽນ ກອງສະຫວັນ ຮອງຫົວໜ້າພະແນກການເມືອງ ກອງພົນທີ 2 ທີ່ຖືກຜົນກະທົບຈາກໄຟໄໝ້ເຮືອນໃນກາງເດືອນມັງກອນທີ່ຜ່ານມາ.
ສະຫາຍ ພັນໂທ ຄຳສາວ ຮຸ່ງລາຄຳ ໄດ້ຕາງໜ້າກ່າວມອບເຄື່ອງວັດຖຸປັດໄຈຈຳນວນໜຶ່ງໃຫ້ຄອບຄົວດັ່ງກ່າວ, ເພື່ອເປັນການຊ່ວຍເຫຼືອໃຫ້ກຳລັງໃຈ ແລະ ຊ່ວຍ
ແບ່ງເບົາຄວາມຫຍຸ້ງຍາກຕໍ່ຄອບຄົວຂອງ ສະຫາຍ ພັນໂທ ບຸນພຽນ ກອງສະ ຫວັນ.
ສະຫາຍ ພັນໂທ ບຸນພຽນ ກອງສະຫວັນ ໄດ້ກ່າວສະແດງຄວາມຂອບໃຈມາຍັງຄະນະພັກ-ຄະນະບັນຊາ, ການຈັດຕັ້ງທຸກຂັ້ນ ທີ່ມີຄວາມເປັນຫ່ວງເປັນໃຍ ແລະ ເຫັນໄດ້ຄວາມຫຍຸ້ງຍາກຂອງຄອບຄົວ.
ໂດຍ: ເກດ ອານຸສອນ

news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ