

![]()
ທະຫານເມືອງຊຽງຄໍ້ ແຂວງຫົວພັນ ເປິດຊຸດອົບຮົມ-ຫັດແອບ ໃຫ້ກອງຮ້ອຍກອງຫຼອນເຂດນາຕອງ
ເວລາອອກຂ່າວ: 2023-02-09 08:58:48 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 934 | ຄວາມນິຍົມ:
ໃນວັນທີ 3 ກຸມພາ 2023, ກອງບັນຊາການທະຫານເມືອງຊຽງຄໍ້ ແຂວງຫົວພັນ ໄດ້ເປິດຊຸດ ອົບຮົມ-ຫັດແອບ ການເມືອງ-ການທະຫານໃຫ້ກອງຮ້ອຍກອງຫຼອນເຂດກຸ່ມນາຕອງ. ໂດຍມີ ສະຫາຍ ພັນຕີ ສີເພັດ ອຳຄາພອນ ຮອງຫົວໜ້າການທະຫານ ກອງບັນຊາການທະເມືອງຊຽງຄໍ້, ມີ ສະຫາຍ ບຸນທອງ ບຸນມາວົງ ເລຂາພັກເຂດກຸ່ນບ້ານນາຕອງ, ອຳນາດການປົກຄອງ 9 ບ້ານ, ແຂກທີ່ຖືກເຊີນ ພ້ອມດ້ວຍກຳລັງກອງຮ້ອຍກອງຫຼອນເຂດກຸ່ມນາຕອງເຂົ້າຮ່ວມ.
ສະຫາຍ ຮ້ອຍເອກ ພັນສີ ບຸນຄຳພອນ ຫົວໜ້າຂະແໜງອົບຮົມ ໄດ້ຜ່ານແຜນການອົບຮົມ-ຫັດແອບ ເນື້ອໃນເອກະສານທີ່ຈະໄດ້ອົບຮົມ-ຫັດແອບຄັ້ງນີ້ ປະກອບມີ 2 ພາກຄື: ການເມືອງ ໄດ້ຮຽນຮູ້ 7 ເອກະສານ, ພາກການທະຫານ ຈະໄດ້ຮຽນລະບຽບ, ສິ ລະປະຍຸດ-ຍຸດທະວິທີ ເຊິ່ງຈະໄດ້ດຳເນີນເປັນເວລາ 7 ວັນ.
ໂດຍ: ຄຳຕິກ ໄຊວົງເຮືອງ

news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ