

![]()
ບໍລິສັດ ສະຫວັນໄຊ ກໍ່ສ້າງ ແລະ ການຄ້າຂາອອກ-ຂາເຂົ້າຈຳກັດຜູ້ດຽວ ມອບເຄື່ອງອຸປະກອນສື່ສານ ໃຫ້ກົມສື່ສານ
ເວລາອອກຂ່າວ: 2023-02-09 08:24:50 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 211 | ຄວາມນິຍົມ:
ໃນວັນທີ 8 ກຸມພາ 2023 ນີ້, ບໍລິສັດ ສະຫວັນໄຊ ກໍ່ສ້າງ ແລະ ການຄ້າຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ ໄດ້ນຳເຄື່ອງອຸປະກອນສື່ສານ ມາມອບໃຫ້ກົມສື່ສານກົມໃຫຍ່ເສນາທິການກອງທັບ, ໂດຍການກ່າວມອບຂອງ ທ່ານ ດວງຈັນ ດວງປະເສິດ ປະທານ ບໍລິສັດ ສະຫວັນໄຊ ກໍ່ສ້າງ ແລະ ການຄ້າຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ ແລະ ກ່າວຮັບຂອງ ທ່ານ ພັນເອກ ສຸບັນ ພັນທະວີ ຫົວໜ້າກົມສື່ສານ ກົມໃຫຍ່ເສນາທິການກອງທັບ, ໂດຍການເຂົ້າຮ່ວມເປັນສັກຂີພະຍານຂອງ ທ່ານ ພົນຕີ ພັນແສງ ບຸນພັນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະນະບັນຊາກົມສື່ສານ, ກົມ 213, ຫ້ອງການກົມໃຫຍ່ເສນາທິການກອງທັບ, ພະນັກງານກ່ຽວຂ້ອງເຂົ້າຮ່ວມ.
ເຊິ່ງເຄື່ອງທີ່ນໍາມາມອບໃນຄັ້ງນີ້ ປະກອບມີ: ເຄື່ອງຈັກຮັບຂ່າວແບບເຄື່ອນທີ່, ຄອມພິວເຕີຕັ່ງໂຕະ Desktop, ຄອມພິວເຕີໂນດບຸກ Laptop ລວມ 45 ຫົວໜ່ວຍ ມູນຄ່າທັງໝົດ 1,565,000,000 ກີບ
ໃນໂອກາດນີ້, ທ່ານ ພັນເອກ ສຸບັນ ພັນທະວີ ຕາງໜ້າໃຫ້ພະນັກງານ-ນັກຮົບ ໃນທົ່ວກົມສື່ສານ ສະແດງຄວາມຂອບໃຈຕໍ່ບໍລິສັດ ສະຫວັນໄຊກໍ່ສ້າງ ແລະ ການຄ້າຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ ທີ່ໃຫ້ການສະໜັບສະໜູນຊ່ວຍເຫຼືອທາງດ້ານເຄື່ອງອຸປະກອນສື່ສານຕໍ່ກົມສື່ສານກົມໃຫຍ່ເສນາທິການກອງທັບໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາ ກົມສື່ສານໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ ເພື່ອກຽມພ້ອມເຮັດສຳເລັດໜ້າທີ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມການມອບໝາຍຂອງຂັ້ນເທິງ ພ້ອມທັງກ່າວມອບຕໍ່ໃຫ້ກົມ 213 ໂດຍກ່າວຮັບຂອງ ທ່ານ ພົນຈັດຕະວາ ບົວວັນ ອາດຖະໜາ
ໄຊ ຮອງຫົວໜ້າກົມ 213.
ໂດຍ: ຈິດ ເພັດພູທອງ

news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ