

![]()
ເປັນເຈົ້າພິທັກຮັກສາຄວາມສະຫງົບ ຕິດພັນກັບການພັດທະນາກົມກອງ
ເວລາອອກຂ່າວ: 2023-02-08 09:10:47 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 88 | ຄວາມນິຍົມ:
ອີງຕາມການລາຍງານຂອງ ສະຫາຍ ພັນໂທ ໄຊ ອຸໄທເຮືອງ ຫົວໜ້າການເມືອງ ກອງບັນຊາການທະຫານເມືອງແອດ ຕໍ່ກອງປະຊຸມສະຫຼຸບວຽກງານຮອບ
ດ້ານ ປະຈຳປີ 2022 ຂອງກົມກອງໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານເມືອງແອດ ແຂວງຫົວພັນ ຍາມໃດກໍເປັນເຈົ້າການຊີ້ນຳ-ນຳພາກົມກອງເຄື່ອນໄຫວຈັດຕັ້ງປະຕິບັດທຸກຂົງເຂດວຽກງານທີ່ປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ກໍຄືໜ້າທີ່ການເມືອງຂອງກົມກອງ ໂດຍຖືສຳຄັນວຽກງານຮັບປະກັນເຮັດໃຫ້ສະພາບມີຄວາມສະຫງົບ, ເອົາໃຈໃສ່ເຮັດວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດຕໍ່ຖັນແຖວພະນັກງານ-ນັກຮົບເປັນສຳຄັນສອດຫ້ອຍເຂົ້າທຸກຂົງເຂດວຽກງານລວມຂອງກົມກອງ ເຮັດໃຫ້ນາຍ ແລະ ພົນທະຫານມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີທັດສະນະຫຼັກໝັ້ນຊົນຊັ້ນ, ອຸ່ນອຽນທຸ່ນທ່ຽງ ເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ ແລະ ເປັນເຈົ້າການປະຕິບັດໜ້າທີ່ວິຊາສະເພາະ, ກົດລະບຽບຂອງກອງທັບຢ່າງເຂັ້ມງວດ, ພ້ອມນີ້ ຍັງໄດ້ນຳເອົາເນື້ອໃນເອກະສານສຳຄັນຕ່າງໆຂອງຊາດ, ຂອງພັກ, ກອງປະຊຸມໃຫຍ່ຕ່າງໆຂອງແຂວງ ແລະ ກອງບັນຊາການມາຈັດຕັ້ງເຜີຍແຜ່ເຊື່ອມຊຶມຢ່າງເປັນຂະບວນການຟົດຟື້ນ, ຕິດພັນກັບການຈັດຕັ້ງປະຕິບັດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ນອກນີ້ ຍັງໄດ້ຈັດຕັ້ງເອົາພະນັກງານລົງກໍ່ສ້າງຮາກຖານການເມືອງຕາມ 4 ເນື້ອໃນ 4 ຄາດໝາຍໃນຂອບເຂດກົມກອງຕັ້ງທັບຢ່າງຕໍ່ເນື່ອງແບບທາງເລິກ ແລະ ທາງກວ້າງ, ສົມທົບແໜ້ນກັບອຳນາດການປົກຄອງທ້ອງຖິ່ນ, ເຖົ້າແກ່ແນວໂຮມ, ເຈົ້າກົກເຈົ້າເຫຼົ່າ, ຊິງຊາວ, ກຳລັງ ປກຊ-ປກສ ກອງຫຼອນບ້ານເພື່ອຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ ເຮັດໃຫ້ຂອບເຂດຮັບຜິດຊອບມີຄວາມສະຫງົບປອດໄພໂດຍພື້ນຖານ, ສາມາດສ້າງບ້ານປ້ອງກັນຊາດເຂັ້ມແຂງ ໄດ້ 14 ບ້ານ, ຄຽງຄູ່ກັນນັ້ນ ວຽກງານກຽມພ້ອມສູ້ຮົບ ໄດ້ຈັດຕັ້ງລະບົບປະຈຳການແຕ່ລະຂັ້ນ, ແຕ່ລະໄລຍະຄົບຊຸດ ຕິດພັນກັບການອົບຮົມການເມືອງ, ຫັດແອບການທະຫານທາງດ້ານ
ສິລະປະຍຸດ-ຍຸດທະວິທີຂັ້ນພື້ນຖານຂອງທະຫານຮາບເປັນປົກກະຕິ ອັນໄດ້ເຮັດໃຫ້ນາຍ ແລະ ພົນທະຫານ ມີຄວາມຊຳນິຊຳນານ, ຄ່ອງແຄ້ວຮັບປະກັນເຮັດສຳເລັດໜ້າທີ່ການເມືອງ ຂອງກົມກອງທີ່ໄດ້ຮັບມອບໝາຍ. ສຳລັບວຽກງານ ປັບປຸງກໍ່ສ້າງພັກ-ພະນັກງານແມ່ນປະຕິບັດຕາມ 5 ຫຼັກການ 3 ທິດນຳຂອງພັກ ຕິດພັນກັບການກໍ່ສ້າງພະນັກງານ 3 ຮຸ່ນ. ປັດຈຸບັນ ກອງບັນຊາການເມືອງແອດ ມີ 1 ຄະນະພັກຮາກຖານ, ມີ 3 ໜວ່ຍພັກຂຶ້ນກັບ, ມີສະມາຊິກພັກທັງໝົດ 71 ສະຫາຍ, ສົມບູນ 67 ສະຫາຍ, ສະມາຊິກພັກແຂງ 67 ສະຫາຍ, ມີ 3 ໜ່ວຍພັກເປັນໜ່ວຍພັກແຂງຄື: ໜວ່ຍພັກການເມືອງ, ໜ່ວຍພັກເສນາທິການ ແລະ ໜ່ວຍພັກພະລາ. ໄດ້ສົ່ງພະນັກງານໄປຍົກລະດັບທິດສະດີການເມືອງຊັ້ນກາງ 12 ສະຫາຍ, ວິຊາສະເພາະຢູ່ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ 1 ສະຫາຍ,ໄດ້ເປີດຊຸດອົບຮົມວຽກງານການເມືອງ, ການທະຫານໃຫ້ກອງຮ້ອຍກອງຫຼອນ-ປກສ 5 ກອງຮ້ອຍ ມີພະນັກງານກອງຫຼອນເຂົ້າຮ່ວມ 292 ສະຫາຍແລະ ອົບຮົມການທະຫານໃຫ້
ໂຮງຮຽນ ມສ 4 ໝວດ ມີນັກຮຽນເຂົ້າຮ່ວມ 872 ຄົນ, ຍິງ 319 ຄົນ,
ປັບປຸງການຈັດຕັ້ງກອງຮ້ອຍກອງຫຼອນໄດ້ 4 ກອງຮ້ອຍ, ຊ່ວຍເຫຼືອປະຊາຊົນທີ່ປະສົບໄພນ້ຳຖ້ວມ ຈຳນວນ 2 ບ້ານ ມີ 35 ສະຫາຍ.
ວຽກງານແກ້ໄຂຊີວິດການ ເປັນຢູ່ແມ່ນໄດ້ຊີ້ນຳພະນັກງານ-ນັກຮົບ ປະຕິບັດທິດນຳ ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ໂດຍຖືເອົາ 4 ປູກ 4 ລ້ຽງທີ່ກົມໃຫຍ່ພະລາທິການກອງທັບວາງອອກເປັນສຳຄັນຕາມທ່າແຮງບົ່ມຊ້ອນຕົວຈິງຂອງກົມກອງ ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງພະນັກງານ-
ນັກຮົບດີຂຶ້ນເປັນກ້າວໆ. ໃນປີຜ່ານມາ, ກົມກອງສາມາດກໍ່ສ້າງຫ້ອງປະຊຸມໄດ້ 1 ຫຼັງ ເປັນເງິນ 35.000.000 ກີບ, ສ້າງສາງອຸປະໂພກ1 ຫຼັງ, ອະນາໄມສະໜາມຫັດແອບການທະຫານ 11 ຄັ້ງ, ປູກຕົ້ນໄມ້ກິນໝາກໄດ້ 600 ຕົ້ນ ແລະ ສ້າງລາຍຮັບຈາກການປູກຝັງ-ລ້ຽງສັດຈຳນວນໜຶ່ງ.
ໂດຍ: ບົວລາ ສໍລາວັນ

news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ