

![]()
ການເຄື່ອນໄຫວຂອງກົມກອງຕ່າງໆ ໃນໄລຍະທ້າຍເດືອນມັງກອນ
ເວລາອອກຂ່າວ: 2023-02-08 08:52:29 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 119 | ຄວາມນິຍົມ:
ຄະນະບໍລິຫານງານຊາວໜຸ່ມກອງຮ້ອຍໄຟ ກອງພັນໃຫຍ່ 497: ດຳເນີນກອງປະຊຸມໃຫຍ່ ຄັ້ງທີ V, ເຊິ່ງຄະນະບໍລິຫານງານຊາວໜຸ່ມໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງນຳພາ-ແນວຄິດໃຫ້ສະມາຊິກຊາວໜຸ່ມດ້ວຍການດຳເນີນຊີວິດການເມືອງຂັ້ນຈຸ, ຂັ້ນໜ່ວຍ ຢ່າງເປັນປົກກະຕິ ເຮັດໃຫ້ສະມາຊິກຊາວໜຸ່ມມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ສາມາດເຮັດສຳເລັດໜ້າທີ່ການ
ເມືອງທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້. ຄຽງຄູ່ກັນນີ້, ຍັງໄດ້ປຸກລະດົມສະມາຊິກຊາວໜຸ່ມເຂົ້າຮ່ວມຂະບວນການຕ່າງໆທີ່ກົມກອງ ກໍຄື ຂັ້ນເທິງຈັດຂຶ້ນເຮັດໃຫ້ມີບັນຍາກາດຟົດຟື້ນແຂງແຮງ ແລະ ຕໍ່ເນື່ອງ. ນອກນີ້, ຍັງໄດ້ເອົາໃຈໃສ່ວຽກງານເພີ່ມພູນຜະລິດໃນການປູກຝັງ-ລ້ຽງສັດ ເພື່ອແກ້ໄຂຊີວິດການເປັນຢູ່ຂອງພະ
ນັກງານ-ນັກຮົບໃຫ້ນັບມື້ມີຊີວິດດີຂຶ້ນເປັນກ້າວໆ. ກອງປະຊຸມຍັງປ່ອນບັດຄັດເລືອກເອົາຄະນະໜ່ວຍຊຸດໃໝ່ໄດ້ຕາມລະດັບຄາດໝາຍ.
ກອງພັນໃຫຍ່ 941: ສະຫຼຸບວຽກງານຮອບດ້ານ ປະຈຳປີ 2022, ເຊິ່ງຄະນະພັກ-ຄະນະບັນຊານອກຈາກເຮັດສຳເລັດໜ້າທີ່ການເມືອງແລ້ວ ຍັງໄດ້ເອົາໃຈໃສ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃນການປ້ອງກັນເວນຍາມສຳນັກງານອົງການ, ຂົວເສັ້ນທາງໝູ່ບ້ານ, ເຂື່ອນໄຟຟ້ານ້ຳລີກ, ນ້ຳມັງ1-3 ແລະ ສະ
ຖານທີ່ຕ່າງໆທີ່ນອນໃນເຂດປ່າສະຫງວນແຫ່ງຊາດ ໃຫ້ມີຄວາມສະຫງົບປອດໄພໂດຍພື້ນຖານ. ຄຽງຄູ່ກັນນີ້, ຍັງໄດ້ເອົາໃຈໃສ່ວຽກງານເພີ່ມພູນຜະລິດຜົນໃນການປູກຝັງ-ລ້ຽງສັດ ແລະ ບໍລິການອື່ນໆ ສາ ມາດສ້າງລາຍຮັບເຂົ້າຄັງລວມໄດ້ 591.000.000 ກວ່າກີບ.
ກອງບັນຊາການທະຫານແຂວງສະຫວັນນະເຂດ: ໄດ້ຈັດພິທີມອບ-ຮັບກຳລັງທະຫານໃໝ່ ເຊິ່ງຈະໄດ້ແບ່ງອອກເປັນ 2 ຈຸ, ຈຸທີ 1 ຈະໄດ້ມອບໃຫ້ກອງພົນທີ 4
ແລະ ຈຸທີ 2 ຈະໄດ້ຈັດເຂົ້າຢູ່ກຳລັງທ້ອງຖິ່ນທະຫານແຂວງສະຫວັນນະເຂດ, ພາຍຫຼັງຈັດພິທີມອບ-ຮັບແລ້ວ, ສະຫາຍ ພັນໂທ ແກ້ວ ຄຳບຸນເລີຍ ຮອງຫົວໜ້າ
ຫ້ອງເສນາທິການທະຫານແຂວງສະຫວັນນະເຂດ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກຳລັງທະຫານໃໝ່ທີ່ໄດ້ສະໝັກໃຈເຂົ້າມາຮັບໃຊ້ຊາດ ພ້ອມທັງເນັ້ນໜັກຈົ່ງພ້ອມກັນເອົາໃຈໃສ່ເຝິກຝົນຫຼໍ່ຫຼອມຕົນເອງຢ່າງຮອບດ້ານ, ເອົາໃຈໃສ່ປະຕິບັດຂໍ້ກຳນົດ, ກົດລະບຽບຂອງກອງທັບວາງອອກໃຫ້ເຂັ້ມງວດ ເພື່ອພ້ອມກັນເຮັດ
ສຳເລັດໜ້າທີ່ການເມືອງທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້.
v ໜ່ວຍສະຫະພັນແມ່ຍິງ ຫ້ອງພະລາທິການທະຫານແຂວງຫຼວງນ້ຳທາ: ໄດ້ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX, ເຊິ່ງຄະນະນຳແມ່ຍິງໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງນຳພາ-ແນວຄິດໃຫ້ສະມາຊິກສະຫະພັນແມ່ຍິງໃນການເຂົ້າຮ່ວມເຊື່ອມຊຶມບັນດາມະຕິ, ຄຳສັ່ງ ຕ່າງໆຂອງຊາດ ຂອງພັກ ຂອງກອງທັບ ແລະ ຂອງສູນກາງສະຫະພັນແມ່ຍິງລາວວາງອອກ ອັນໄດ້ເຮັດໃຫ້ສະມາຊິກສະຫະພັນແມ່ຍິງມີແນວຄິດອຸ່ນອຽນທຸ່ນທ່ຽງ, ມີຄຸນສົມບັດສິນທຳປະຕິວັດ, ຮັກສາໄດ້ລັກສະ
ນະທີ່ເປັນມູນເຊື້ອຂອງແມ່ຍິງລາວ. ຄຽງຄູ່ກັນນີ້, ຍັງໄດ້ປຸກລະດົມສະມາຊິກສະຫະພັນແມ່ຍິງເຂົ້າຮ່ວມຂະບວນການຕ່າງໆທີ່ກົມກອງຈັດຂຶ້ນໃຫ້ມີບັນຍາກາດຟົດຟື້ນແຂງແຮງ ແລະ ຕໍ່ເນື່ອງ. ນອກຈາກນີ້, ຍັງໄດ້ເອົາໃຈໃສ່ປູກຝັງ-ລ້ຽງສັດ ແລະ ບໍລິການຕ່າງໆ ສາມາດສ້າງລາຍຮັບເຂົ້າຄັງລວມໄດ້ 25.000.000 ກວ່າກີບ. ກອງປະຊຸມຍັງປ່ອນບັດຄັດເລືອກເອົາຄະນະໜ່ວຍຊຸດໃໝ່ໄດ້ຕາມລະດັບຄາດໝາຍ.
+ ກອງຮ້ອຍທະຫານຊາຍແດນ 255 ທະຫານແຂວງບໍລິຄຳໄຊ: ສະຫາຍ ພັນເອກ ຫງວຽນວັນກ່ຽນ ຫົວໜ້າການທະຫານໂຮງຮຽນທະຫານຊາຍແດນຊັ້ນສູງ ສສ ຫວຽດນາມ ພ້ອມຄະນະ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກຢູ່ກອງຮ້ອຍທະຫານຊາຍແດນ 255 ທະຫານແຂວງບໍລິຄຳໄຊ, ໂດຍການຕ້ອນຮັບຂອງ ສະຫາຍ ພັນເອກ ສັກສົມບັດ ແກ້ວສິດທິວົງສາ ຫົວໜ້າການທະຫານໂຮງຮຽນຊາຍແດນ 712 ພ້ອມຄະນະ. ຈາກນັ້ນ, ໄດ້ຍົກໃຫ້ເຫັນສະພາບທີ່ຕັ້ງ, ພາລະບົດບາດ ຂອງກອງຮ້ອຍໃນໄລຍະຜ່ານມາ. ພ້ອມນັ້ນ, ກໍຍົກໃຫ້ເຫັນສະພາບການເຄື່ອນໄຫວຂອງກອງ
ຮ້ອຍທະຫານຊາຍແດນ 255 ເຊິ່ງເປັນກຳລັງຫຼັກແຫຼ່ງໃນການລາດຕະເວນຕາມຂອບເຂດຊາຍແດນ ແລະ ຂອບເຂດຕົນຮັບຜິດຊອບ ໃຫ້ມີຄວາມສະຫງົບປອດໄພ 100% ການມາຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້ ເປັນການປະກອບສ່ວນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອຄວາມສາມັກຄີແບບພິເສດການຮ່ວມມືຮອບດ້ານລະຫວ່າງສອງພັກ-ລັດ ກໍຄື ສອງກອງທັບ ເວົ້າລວມ, ເວົ້າສະເພາະ ກໍຄື ກອງຮ້ອຍທະຫານຊາຍແດນ 255 ແລະ ໂຮງຮຽນທະຫານຊາຍແດນຊັ້ນສູງ ໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ.
+ ກອງພົນທີ 1: ໄດ້ປະກາດຍຸບໜ່ວຍພັກ V ຄະນະພັກຮາກຖານຫ້ອງເສນາທິການ ແລະ ປະກາດບົ່ງຕົວແຕ່ງຕັ້ງຄະນະໜ່ວຍພັກ ກອງພັນ 616. ອີງຕາມກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XI ໝວດທີ 2 ມາດຕາ
13 ວ່າດ້ວຍການບົ່ງຕົວແຕ່ງຕັ້ງ, ຍົກຍ້າຍ ແລະ ສິ້ນສຸດການເປັນກຳມະການພັກ ຕົກລົງປະກາດຍຸບໜ່ວຍພັກ V ຄະນະພັກຮາກຖານຫ້ອງເສນາທິການ ແລະ ປະກາດບົ່ງຕົວແຕ່ງຕັ້ງຄະນະໜ່ວຍພັກກອງພັນ 616 ຊຸດໃໝ່ຂຶ້ນ, ຕົກລົງແຕ່ງຕັ້ງ ສະຫາຍ ພັນຕີ ສຸວັນທອນ ໂພທິລາດ ເປັນເລຂາໜ່ວຍພັກ, ສະຫາຍ ຮ້ອຍເອກ ພົມມາ ທຳມະວົງ ເປັນຮອງເລຂາ, ສະຫາຍ ພັນຕີ ລຳພອນ ລັດສະດາວົງ ເປັນກຳມະການໜ່ວຍພັກ. ທັງນີ້, ກໍເພື່ອເປັນການປັບປຸງບູລະນະການຈັດຕັ້ງນຳພາ-ບັນຊາໃນກຳລັງປະກອບອາວຸດເວົ້າສະເພາະຢູ່ ກອງພົນທີ 1 ໃຫ້ມີຄວາມໜັກແໜ້ນເຂັ້ມແຂງຢ່າງຮອບດ້ານ.

news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ