

![]()
ຫ້ອງການເມືອງ ກອງພົນທີ 1 ຕ້ອນຮັບ ບ້ານຮາກຖານແຮກສ່ຽວເຂົ້າອວຍພອນ
ເວລາອອກຂ່າວ: 2023-02-08 08:48:00 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 109 | ຄວາມນິຍົມ:
ໃນວັນທີ 31 ມັງກອນ 2023, ຄະນະນຳຫ້ອງການເມືອງ ກອງພົນທີ 1, ນຳໂດຍ ສະຫາຍ ພັນເອກ ສອນໄຊ ຈັນຍາລາດ ຫົວ ໜ້າຫ້ອງການເມືອງ ໄດ້ຕ້ອນຮັບ ອຳນາດການປົກຄອງບ້ານນາມອນ ເມືອງວັງວຽງ ແຂວງວຽງຈັນ ເຂົ້າອວຍ ພອນ, ນຳໂດຍ ສະຫາຍ ທອງດຳ ພະນິດນັນ ນາຍບ້ານ ບ້ານນາມອນໃຕ້ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ ແລະ ຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງພົນທີ 1 ຄົບຮອບ 38 ປີ ( 12 ກຸມພາ 1985 - 12 ກຸມພາ 2023 ).
ສະຫາຍ ທອງດຳ ພະນິດນັນ ຕາງໜ້າຄະນະບ້ານ ແລະ ອົງການຈັດຕັ້ງຕ່າງໆຂອງບ້ານ ໄດ້ກ່າວຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ, ຄວາມສາມັກຄີຮັກ
ແພງອັນສະໜິດສະໜົມ ແລະ ຄຳອວຍພອນໄຊອັນປະເສີດຕໍ່ ຄະນະພັກ-ຄະນະບັນຊາ ຫ້ອງການເມືອງ ແລະ ອົງການຈັດຕັ້ງຊາວໜຸ່ມ, ແມ່ຍິງ ກອງພົນທີ 1
ຈົ່ງໃຫ້ມີສຸຂະພາບເຂັ້ມແຂງ, ຫ້າວຫັນໝັ້ນຍືນ, ພ້ອມກັນເຮັດໜ້າທີ່ອັນສຳຄັນ ແລະ ມີກຽດສະຫງ່າທີ່ພັກ-ລັດ, ກອງທັບ, ປະຊາຊົນມອບໝາຍໃຫ້.
ໂດຍ: ໂກຮັງ ພັນທະວົງ

news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ