

![]()
ປະທານສະພາແຫ່ງຊາດລາວ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງປະທານຄະນະມິດຕະພາບລັດຖະສະພາ ຣັດເຊຍ-ລາວ
ເວລາອອກຂ່າວ: 2023-02-08 08:47:41 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 21 | ຄວາມນິຍົມ:
ຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ, ປະທານຄະນະມິດຕະພາບລັດຖະສະພາ ລາວ-ຣັດເຊຍ ຂອງສະພາແຫ່ງຊາດ ແຫ່ງ ສປປລາວ, ຄະນະຜູ້ແທນສະພາສູງ ແຫ່ງສະຫະພັນຣັດເຊຍ ນຳໂດຍທ່ານ ປາເວວ ຕາຣາການົບ (Pavel Tarakanov) ປະ ທານຄະນະມິດຕະພາບລັດຖະສະພາ ຣັດເຊຍ-ລາວ ສະມາຊິກກຳມາທິການງົບປະມານ ແລະ ການເງິນຕະຫຼາດ, ປະທານຄະ ນະມິດຕະພາບ ລັດຖະສະພາຣັດເຊຍ-ລາວ ຂອງສະພາສູງ ແຫ່ງ ສະຫະພັນຣັດເຊຍ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງວັນທີ 6-10 ກຸມພາ 2023.
ຈຸດປະສົງຂອງການຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້ ກໍເພື່ອປະກອບສ່ວນໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ມີມູນເຊື້ອອັນດີງາມ ແລະ ການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງ ສປປລາວ ແລະ ສະຫະພັນຣັດເຊຍ ກໍຄືການພົວ ພັນຮ່ວມມືລະຫວ່າງສະພາແຫ່ງ ຊາດລາວ ແລະ ສະພາສູງຣັດເຊຍ, ທັງເປັນການຊຸກຍູ້ການ ຮ່ວມມືລະຫວ່າງສອງລັດຖະ ບານ ລາວ-ລັດເຊຍ ເປັນຕົ້ນ ການຈັດຕັ້ງປະຕິບັດບັນດາສັນ ຍາ, ສົນທິສັນຍາຂໍ້ຕົກລົງ, ບັນດາໂຄງການລົງທຶນ ແລະ ຮ່ວມມືຕ່າງໆ, ການຄ້າສອງຝ່າຍ, ການ ທ່ອງທ່ຽວ, ການສຶກສາ ແລະ ວຽກງານອື່ນໆ.
ໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້, ຄະນະຜູ້ແທນດັ່ງກ່າວ ໄດ້ເຂົ້າຢ້ຽມຂ່ຳນັບ ທ່ານ ປອ. ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດລາວ ແລະ ເຂົ້າຢ້ຽມຂ່ຳນັບທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ. ນອກຈາກນັ້ນ, ຄະນະຍັງໄດ້ພົບປະເຮັດວຽກກັບ ທ່ານ ຄຳເຈນ ວົງ ໂພສີ ລັດຖະມົນຕີກະຊວງແຜນ ການ ແລະ ການລົງທຶນ, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ, ປະທານສະພາການຄ້າ ແລະ ອຸດ ສາຫະກຳ ແຫ່ງ ສປປລາວ ແລະ ຢ້ຽມຢາມສະຖານທີ່ວັດທະນະທຳ ແລະ ທ່ອງທ່ຽວ ຈຳນວນໜຶ່ງ ຢູ່ນະຄອນຫຼວງວຽງຈັນ ແລະ ຈະເດີນທາງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຫຼວງພະບາງ ເພື່ອສຳຜັດກັບວັດທະນະທຳ, ຮີດຄອງປະເພນີ, ທຳມະຊາດທີ່ສວຍງາມ ແລະ ອຸດົມສົມບູນ ຂອງເມືອງມໍລະດົກໂລກ ຕື່ມອີກ.
ໃນມື້ດຽວກັນ ຄະນະມິດ ຕະພາບລັດຖະສະພາລາວ-ຣັດເຊຍ ໄດ້ມີການພົບປະສອງຝ່າຍຮ່ວມກັນ ທີ່ຫໍສະພາແຫ່ງຊາດ ເພື່ອເປັນການຕີລາຄາຄືນການພົວພັນຮ່ວມມືໃນໄລຍະຜ່ານມາ ແລະ ພ້ອມກັນປຶກສາຫາລືທິດທາງແຜນການພົວພັນຮ່ວມມືໃນຕໍ່ໜ້າ ລະຫວ່າງ ສອງຄະນະມິດຕະພາບລັດຖະສະພາ ລາວ-ຣັດເຊຍ-ລາວ ໃນນາມທີ່ເປັນກົນໄກໜຶ່ງ ຂອງສອງອົງການນິຕິບັນຍັດ ຂອງສອງຝ່າຍ ແນໃສ່ຊຸກຍູ້ ແລະ ສົ່ງເສີມການພົວພັນ ແລະ ຮ່ວມມືລະຫວ່າງສອງອົງ ການນິຕິບັນຍັດ, ສອງຝ່າຍໄດ້ ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ສ. ຣັດເຊຍ ແລະ ສອງອົງການນິຕິບັນຍັດ ກໍຄື ຄະນະມິດຕະພາບລັດຖະສະພາລາວ-ຣັດເຊຍ, ໄດ້ຮັບການສົ່ງເສີມການຮ່ວມມືທາງດ້ານການເມືອງເປັນສ່ວນໃຫຍ່, ແຕ່ການຮ່ວມມືດ້ານເສດຖະກິດ ຍັງບໍ່ທັນຫຼາຍ ເນື່ອງຈາກຈຸດພິເສດທາງດ້ານພູມີປະເທດທີ່ຢູ່ຫ່າງໄກກັນ, ແຕ່ແນວໃດກໍຕາມ ສອງຝ່າຍຈະໄດ້ພ້ອມກັນຊຸກຍູ້ໃຫ້ມີການແລກ ປ່ຽນການຢ້ຽມຢາມຂອງຄະນະຜູ້ແທນລະດັບຕ່າງໆ ນຳກັນ ໂດຍສະເພາະລະຫວ່າງສະພາແຫ່ງຊາດລາວ ແລະ ສະພາສູງແຫ່ງ ສະຫະພັນ ຣັດເຊຍ, ສືບຕໍ່ສົ່ງສານອວຍພອນກັນໃນໂອກາດວັນສຳ ຄັນຕ່າງໆ ແລະ ສະໜັບສະໜູນ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນເວທີລັດຖະສະພາພາກພື້ນ ແລະ ສາກົນ. ພິເສດ, ສອງຝ່າຍ ຈະຊຸກຍູ້ສອງລັດຖະບານ ເສີມຂະຫຍາຍການຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການທ່ອງທ່ຽວໃຫ້ເປັນຮູບປະທຳຫຼາຍຂຶ້ນ, ຜ່ານມາ ໄດ້ມີການເປີດສາຍການບິນໂດຍກົງຮ່ວມກັນລະຫວ່າງ ລາວ-ຣັດເຊຍ ຢ່າງເປັນທາງການ ພ້ອມກັນນັ້ນ ເຮົາຍັງມີເສັ້ນທາງລົດໄຟ ລາວ-ຈີນ ເຊິ່ງເປັນອີກເງື່ອນໄຂໜຶ່ງທີ່ດີໃນການປະກອບສ່ວນເຂົ້າໃນການໄປມາຫາສູ່ ເຊິ່ງກັນ ແລະ ກັນ, ມີການຄ້າຂາຍຮ່ວມກັນ, ການລົງທຶນ, ການທ່ອງທ່ຽວ ແລະ ອື່ນໆ ໃນອະນາຄົດ ຈະນຳເອົາຜົນປະໂຫຍດມາໃຫ້ປະຊາຊົນສອງຊາດ.

news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ