

![]()
ເຜີຍແຜ່ເອກະສານແຈ້ງຊັບສິນ ຢູ່ໂຮງຮຽນ ການທະຫານທ້ອງຖິ່ນແຂວງອັດຕະປື
ເວລາອອກຂ່າວ: 2023-02-08 08:46:54 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 146 | ຄວາມນິຍົມ:
ໃນວັນທີ 31 ມັງກອນ 2023, ກອງບັນຊາການທະຫານແຂວງອັດຕະປື ໄດ້ຈັດຕັ້ງເຜີຍແຜ່ເອກະ ສານການແຈ້ງຊັບສິນ ແລະ ລາຍຮັບຮອບພິເສດ ຢູ່ໂຮງຮຽນການທະຫານທ້ອງຖິ່ນ, ໂດຍການເປັນປະທານຂອງ ສະຫາຍ ພັນໂທ ຄຳລອງ ສີວິໄລ ຫົວໜ້າພະແນກປ້ອງກັນພາຍໃນ ກອງບັນຊາການທະຫານແຂວງອັດຕະປື, ມີ ຄະນະພັກ-ຄະນະອຳນວຍການໂຮງຮຽນ ຕະຫຼອດຮອດພະນັກງານ-ນັກຮົບ ເຂົ້າຮ່ວມ.
ສະຫາຍ ພັນຕີ ທອງຈັນ ອິນທະວົງ ຫົວໜ້າພະແນກຈັດຕັ້ງພັກ ກອງບັນຊາການທະຫານແຂວງອັດຕະປື ໄດ້ຜ່ານຂໍ້ຕົກລົງຂອງກອງບັນຊາການທະຫານແຂວງອັດຕະປື ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນຳລວມ ແລະ ຄະນະຮັບຜິດຊອບເຄື່ອນໄຫວແຈ້ງຊັບສິນ ແລະ ລາຍຮັບຮອບພິເສດທົ່ວກອງບັນຊາການທະຫານແຂວງອັດຕະປື. ອີງຕາມຄຳແນະນຳຂອງກະຊວງປ້ອງກັນປະເທດ ວ່າດ້ວຍການຈັດຕັ້ງປະຕິບັດດຳ ເນີນການແຈ້ງຊັບສິນ ແລະ ລາຍຮັບໃນກໍລະນີຕ່າງໆ ແລະ ອີງຕາມແຈ້ງການຂອງຄະນະກວດກາພັກ ວ່າດ້ວຍການແຈ້ງຊັບສິນ ແລະ ລາຍຮັບຮອບພິເສດໃນກອງທັບ.
ໂດຍ: ຄຳສິງ ດວງພະບາງ

news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ