

![]()
ກົມໃຫຍ່ເສນາທິການກອງທັບ ມອບເງິນຊົດເຊີຍ ໃຫ້ພະນັກງານພັກການຮັບບຳນານ
ເວລາອອກຂ່າວ: 2023-02-08 08:42:34 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 61 | ຄວາມນິຍົມ:
ວັນທີ 7 ກຸມພາ 2023 ນີ້, ກົມໃຫຍ່ເສນາທິການກອງທັບ ໄດ້ຈັດພິທີມອບເງິນຊົດເຊີຍໃຫ້ ພະນັກງານທີ່ພັກການຮັບບຳ ນານ ໂດຍການເປັນປະທານຂອງ ສະຫາຍ ພົນຕີ ສີດາລໍ່ ຈົ່ງເຕັງເຈ້ຍຊ້າ ກຳມະການຄະ
ນະພັກກະຊວງປ້ອງກັນປະເທດ
ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຄະນະກົມ-ຫ້ອງການ, ພະແນກການ, ຄະນະ
ພັກ-ຄະນະບັນຊາກົມກອງ ແລະ
ພາກສ່ວນທີ່ໄດ້ຮັບເງິນນະໂຍ ບາຍບຳນານເຂົ້າຮ່ວມ.
ສະຫາຍ ພັນໂທ ສົມຈິດ ຄຸນນະວົງ ຫົວໜ້າພະແນກນະໂຍບາຍ ຫ້ອງການເມືອງ ກົມໃຫຍ່ເສນາທິການ ໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການອະນຸມັດໃຫ້ນາຍທະ ຫານພັກການຮັບບຳນານ ອີງຕາມກົດໝາຍວ່າດ້ວຍນາຍທະ
ຫານກອງທັບປະຊົນລາວ ( ສະ ບັບປັບປຸງ ) ໝວດທີ I ມາດຕາ 33 ແລະ 34, ອີງຕາມກົດໝາຍວ່າດ້ວຍປະກັນສັງຄົມ ( ສະບັບປັບປຸງ ) ເລກທີ 54 /ສພຊ, ອີງຕາມການຄົ້ນຄວ້າ ແລະ ນຳສະເໜີຂອງກົມໃຫຍ່ການເມືອງກອງທັບ ກະຊວງປ້ອງກັນປະ ເທດຕົກລົງໃຫ້ ສະຫາຍ ພັນໂທ ວັງແກ້ວ ຊໍປັນຍາ ກົມປ້ອງກັນອາກາດ, ສະຫາຍ ພັນໂທ ສົມບູນ ມະຫາວັນ ຫ້ອງການເມືອງ, ສະຫາຍ ພັນໂທ ແກ່ນຈັນ ໄຊຍະສິດ ກົມສື່ສານ,ສະຫາຍ ພັນໂທ ບຸນມີ ສີພົມມາ ກອງພັນ 214, ສະຫາຍ ພັນໂທ ຄຳພີ ຄຸດພິລາວັນ ກອງຮ້ອຍ 51,ສະຫາຍ ພັນໂທ ຄຳພອນ ວິໄລສັກ ໂຄງ ການສື່ສານ, ສະຫາຍ ພັນໂທ ເພັດສະຫວ່າງປັນຍາ ໂຮງງານແຜນທີ່ກອງທັບ, ສະຫາຍ ພັນໂທ ຕູ້ຍ ມະນີຄູນ ໂຮງຮຽນ 303, ສະຫາຍ ພັນໂທ ກົງໃຈ ສິລິວົງ ສູນບັນຊາ 761, ສະຫາຍ ພັນໂທ ສິນໄຊ ດວງພາສຸກ ສູນບັນຊາ 761, ສະຫາຍ ພັນໂທ ບົວພັນ ວົງພົມເພັດ ກອງພັນ 579, ສະ ຫາຍ ພັນໂທ ວົງພັນ ເທບພະວົງໄຊ ໂຮງຮຽນ 303, ສະຫາຍ ພັນໂທ ຄຳພັນ ໄຊສົງຄາມ ກອງພັນ 203, ສະຫາຍ ພັນໂທ ສີທາ ໄຊຍະບຸດ ໂຮງຮຽນ 303, ສະຫາຍ ພັນໂທ ສີນັນ ທຳມະສານ ໂຮງຮຽນ 303, ສະຫາຍ ພັນໂທ ກ້ອນປະເສີດ ຮຸ່ງສີງອນໂຮງຮຽນ 303, ສະຫາຍ ພັນຕີ ກົງສະຫວັນ ສີຫາລາດ ກອງພັນ 203, ສະຫາຍ ພັນຕີ ບຸນໂດຍ ແກ້ວຄຳລ້ຽງ, ສະຫາຍ ພັນຕີ ພຸດທະສອນ ຈັນທະພັນ ກອງພັນ 579, ສະຫາຍ ຮ້ອຍເອກ ນາງ ໄອ່ຄຳ ແກ້ວແສນອິນ ກອງພັນເຄມີ 15,ສະຫາຍ ຮ້ອຍເອກ ນາງ ຄຳພວງ ລໍວັນຄຳ ສູນບັນຊາ 761, ພັກການຮັບເງິນນະ ໂຍບາຍບຳນານ 15% ຈາກງົບປະມານຂອງລັດ ແລະ 5%,10% ຮັບຈາກກະຊວງປ້ອງກັນປະເທດ ລວມມູນຄ່າ 513.481.278 ກີບ.
ໂອກາດນີ້ ສະຫາຍ ພົນຕີ ສີດາລໍ່ ຈົງເຕັ່ງເຈ້ຍຊ້າ ໄດ້ມີຄຳເຫັນໂອ້ລົມ ແລະ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ທີ່ບັນດາສະຫາຍໄດ້ທຸ່ມເທເຫື່ອແຮງ, ສະຕິປັນຍາທີ່ໄດ້ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ປະກອບສ່ວນເຂົ້າໃນການປັບປຸງຄ້າຍຄູ-ກໍ່ສ້າງກົມກອງ ຕະຫຼອດໄລຍະຜ່ານມາ ຈົນເຮັດສຳເລັດໜ້າທີ່ການເມືອງອັນມີກຽດສະຫງ່າຂອງຕົນ, ພ້ອມນີ້ກໍໄດ້ເນັ້ນໜັກໃຫ້ບັນດາສະຫາຍທີ່ໄດ້ຮັບເງິນນະໂຍບາຍບຳນານໃນຄັ້ງນີ້, ຈົ່ງສືບຕໍ່ເປັນຫຼັກແຫຼ່ງແບບຢ່າງໃຫ້ແກ່ສັງຄົມ, ດຳລົງຊີວິດດ້ວຍຄວາມປອດໃສຂາວສະອາດ, ປະກອບສ່ວນເຂົ້າໃນການເຄື່ອນໄຫວນຳອຳນາດການປົກຄອງທ້ອງຖິ່ນທຸກຂັ້ນ, ສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ລູກຫຼານ, ປະຊາຊົນເຊື່ອມຊຶມແນວຕໍ່ທາງປ່ຽນແປງໃໝ່ຂອງພັກ, ປະຕິບັດລະບຽບກົດ ໝາຍຂອງລັດ ແລະ ນຳເອົາເງິນຈຳນວນກັ່ງກ່າວໄປໝູນໃຊ້ໃນວຽກງານທີ່ຈຳເປັນຂອງຄອບຄົວໃຫ້ເກີດປະໂຫຍດສູງສຸດ, ຕັ້ງ ໜ້າສ້າງເສດຖະກິດພັດທະນາຄອບຄົວຕົນເອງກໍຄືບ້ານເມືອງໃຫ້ຈະເລີນຮຸ່ງເຮືອງເປັນກ້າວໆ.
ໂດຍ: ເກດຕະວັນ

news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ