

![]()
ເປີດຊຸດອົບຮົມກໍ່ສ້າງວຽກງານວິຊາສະເພາະນ້ຳມັນເຊື້ອໄຟ
ເວລາອອກຂ່າວ: 2023-02-08 08:37:26 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 18 | ຄວາມນິຍົມ:
ວັນທີ 7 ກຸມພາ 2023 ນີ້, ກົມນໍ້າມັນເຊື້ອໄຟ ກົມໃຫຍ່ພະລາທິການກອງທັບ ໄດ້ຈັດພິທີເປີດຊຸດອົບຮົມກໍ່ສ້າງວຽກງານວິຊາສະເພາະນໍ້າມັນເຊື້ອໄຟ
ຊັ້ນຕົ້ນ ຊຸດທີ XIII ປະຈຳສົກຮຽນ 2022-2023 ຢູ່ທີ່ສູນເຝິກວິຊາສະເພາະນໍ້າມັນເຊື້ອໄຟສາງນ້ຳມັນ ເລກ 4 ກອງທັບ, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ຄຳເພັດ ສີຊານົນ ຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີ ສະຫາຍ ພັນເອກ ຈັນທະຈັກ ໄຊຍະວົງສາ ຫົວໜ້າກົມນ້ຳມັນເຊື້ອໄຟ ກົມໃຫຍ່ພະລາທິການກອງທັບ, ຄະນະກົມນ້ຳມັນເຊື້ອໄຟ, ກົມເສນາພະລາ, ວິທະຍາຄານພະລາທິການ, ວິທະຍາຄານເຕັກນິກການທະຫານ, ກົມພະນັກງານ, ບໍລິສັດລັດວິສາຫະກິດນ້ຳມັນເຊື້ອໄຟວຽງຈັນ, ຄະນະສູນເຝິກ, ຕະຫຼອດຮອດຄູ-ອາຈານ, ວິຊາການ, ນັກຮຽນ ເຂົ້າຮ່ວມ.
ສະຫາຍ ພັນໂທ ຫຸມເພັງ ເພງລາວັນ ຫົວໜ້າພະແນກນໍ້າມັນເຊື້ອໄຟ ກົມໃຫຍ່ພະລາທິການກອງທັບ, ໄດ້ຂຶ້ນຜ່ານຫຼັກສູດໂຄງການຮຽນ-ການສອນກໍ່ສ້າງວິຊາສະເພາະນ້ຳມັນເຊື້ອໄຟກອງທັບ, ຊັ້ນຕົ້ນ ຊຸດທີ XIII ປະຈຳສົກຮຽນ 2022-2023, ເຊິ່ງຈຸດປະສົງຄາດໝາຍເພື່ອກໍ່ສ້າງພະນັກງານຂະແໜງການວິຊາສະເພາະນ້ຳມັນເຊື້ອໄຟກອງທັບ ໃຫ້ມີຄວາມຮູ້ພື້ນຖານທາງດ້ານວຽກງານຄຸ້ມຄອງນໍ້າມັນເຊື້ອໄຟກອງທັບ, ອຸປະກອນເຕັກນິກ ແລະ ລະບົບສາງນ້ຳມັນເຊື້ອໄຟໃນຍາມປົກກະຕິ ກໍຄືການເຄື່ອນໄຫວສູ້ຮົບ, ສ່ວນເນື້ອໃນໂຄງການຫຼັກສູດການຮຽນລວມພາກມີໝວດວິຊາການທະຫານ, ການເມືອງ, ເຫຼົ່າຮົບພະລາທິການ, ວິຊາສະເພາະນ້ຳມັນເຊື້ອໄຟ, ພາກທິດສະດີ ແລະ ປະຕິບັດຕົວຈິງ ລວມຈຳນວນທັງໝົດ 1.015 ຊົ່ວໂມງ, ການເປີດອົບຮົມມີນັກຮຽນ ຈຳນວນ 60 ສະຫາຍ, ກຳນົດການຮຽນ-ການສອນແມ່ນຈະໄດ້ດຳເນີນໄປເປັນເວລາ 8 ເດືອນ ຈຶ່ງຈະສຳເລັດ.
ໂອກາດນີ້, ສະຫາຍ ພົນຕີ ຄຳເພັດ ສີຊານົນ ໄດ້ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາທຸກຂັ້ນ, ພ້ອມດ້ວຍພະນັກງານ, ຄູ-ອາຈານ, ວິຊາການ ແລະ ຜູ້ທີ່ເຮັດໜ້າທີ່ວຽກງານວິຊາສະເພາະຕາມການມອບໝາຍຈາກຂັ້ນເທິງປະຕິບັດຢ່າງເຂັ້ມງວດໃນການໃຈໃສ່ລົງເລິກໃກ້ຊິດຕິດແທດ, ເປັນເຈົ້າການຊີ້ນຳ-ບັນຊາປັບປຸງສູນເຝິກ, ໂດຍສະເພາະຫຼັກສູດການຮຽນ-ການສອນ, ສະຖານທີ່, ລະບຽບວິໄນ ແລະ ເນື້ອໃນສິດສອນໃຫ້ຖັນແຖວພະນັກງານ ເພື່ອຮັບປະກັນການກໍ່ສ້າງພະນັກງານຂະແໜງນ້ຳມັນເຊື້ອໄຟກອງທັບ, ໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ, ຮູ້ໝູນໃຊ້ທິດສະດີ, ຫຼັກການເຂົ້າໃນວຽກງານຕົວຈິງຂອງກົມກອງໄດ້ຮັບຜົນດີ. ພ້ອມນັ້ນ, ນັກຮຽນທີ່ເຂົ້າມາເຝິກອົບຮົບຈາກກຳລັງຫຼວງ-ກຳລັງທ້ອງຖິ່ນກໍຕ້ອງເອົາໃຈໃສ່ຄົ້ນຄວ້າຮໍ່າຮຽນເພື່ອກໍ່ສ້າງໃຫ້ກາຍເປັນພະນັກງານສືບທອດປ່ຽນແທນໃນກອງທັບ.
ໂດຍ: ຄຳປະສົງ ລາດຊະວົງ

news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ