ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ປະດັບຫຼຽນກອງທັບ ສ ຣັດເຊຍ ໃຫ້ພະນັກງານ-ນັກຮົບກອງທັບປະຊາຊົນລາວ
ເວລາອອກຂ່າວ: 2023-02-08 08:34:35 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 177 | ຄວາມນິຍົມ:



ໃນ​ວັນ​ທີ 7 ກຸມພາ 2023 ນີ້, ຢູ່​ກົມ​ພົວພັນ​ຕ່າງປະເທດ ກະຊວງ​ປ້ອງ​ກັນ​ປະເທດ ໄດ້​ຈັດ​ພິ ທີ​ປະດັບ​ຫຼຽນ​ຈາກ​ຫ້ອງການ​ຜູ້ຕາງໜ້າ​ກະຊວງ​ປ້ອງ​ກັນ​ປະເທດ ແຫ່ງ ສ ຣັດ​ເຊຍ ປະຈຳ ​ສປປ ລາວ ໃຫ້​ແກ່​ພະນັກງານ-ນັກຮົບ​ກອງທັບ​ປະຊາຊົນ​ລາວ ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ ສະຫາຍ ພົນ​ຈັດຕະວາ ບຸນ​ເດືອງ ພັນ​ສົດໃສ ຫົວໜ້າ​ກົມ​ພົວພັນ​ຕ່າງປະເທດ, ມີ​ ສະຫາຍ ພົນ​ຕີ ຄຣາບ​ຢຽບ ເດິ​ມີ​ຕຼີ ເວິ​ລາ​ດີ​ເມຍ ໂລ​ວິດ ຫົວໜ້າ​ຫ້ອງການ​ຜູ້ຕາງໜ້າ​ກະຊວງ​ປ້ອງ​ກັນ​ປະເທດສະຫະພັນຣັດ​ເຊຍ ປະຈຳ ​ສປປ ລາວ ແລະ​ ຜູ້ທີ່ ໄດ້​ຮັບ​ການ​ຍ້ອງຍໍ​ເຂົ້າ​ຮ່ວມ. ໃນ​ພິທີ ສະຫາຍ ຫົວໜ້າ​ຫ້ອງ ການ​ຜູ້ຕາງໜ້າ​ກະຊວງ​ປ້ອງ​ກັນ​ປະເທດ ສະຫະພັນ​ຣັດ​ເຊຍ ປະຈຳ ​ສປປ ລາວ ໄດ້​ຜ່ານ​ຂໍ້​ຕົກລົງ​ຂອງ​ຫ້ອງການ​ຜູ້ຕາງໜ້າ​ກະຊວງ​ປ້ອງ​ກັນ​ປະເທດ ແຫ່ງ ສ.ຣັດ​ເຊຍ ປະຈຳ ​ສປປ ລາວ ວ່າ​ດ້ວຍ​ການ​ປະດັບ​ຫຼຽນ​ກາ ໃຫ້​ພະນັກງານ-ນັກຮົບ​ກອງທັບ​ປະຊາຊົນ​ລາວ ທີ່​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ການ​ຊ້ອມ​ຮົບ ລາວ-ຣັດ​ເຊຍ ລາ​ໂຣດ (LAROS 2022), ໃນ​ນັ້ນ​ ໄດ້​ປະດັບ​ຫຼຽນ​ກາພິລະອາດຫານ​ ໃຫ້ 8 ສະຫາຍ, ຫຼຽນ​ກາ​ມິດຕະພາບ 4 ສະຫາຍ ແລະ ຫຼຽນ​ກາ​ບຸກຄົນ​ດີເດັ່ນ 6 ສະຫາຍ​ຢ່າງ​ສົມ​ກຽດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ