ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງພົນທີ 2 ມອບເຄື່ອງອຸປະໂພກ-ບໍລິໂພກ ແລະ ອຸປະກອນກິລາໃຫ້ກອງພັນ ໃຫຍ່ 201
ເວລາອອກຂ່າວ: 2023-02-08 08:30:38 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 888 | ຄວາມນິຍົມ:



ໃນວັນທີ 7 ກຸມພາ 2023 ນີ້, ຄະນະພັກ-ຄະນະບັນຊາກອງ ພົນທີ 2 ນໍາໂດຍ ສະຫາຍ ພົນ ຈັດຕະວາ ວຽງແກ້ວ ສີສຸລາດ ຫົວໜ້າການເມືອງກອງພົນທີ 2 ພ້ອມດ້ວຍຄະນະໄດ້ນຳເອົາ ເຄື່ອງອຸປະໂພກ-ບໍລິໂພກ ແລະ ອຸປະກອນກິລາມາມອບໃຫ້ກອງ ພັນໃຫຍ່ 201, ເຄື່ອງທີ່ນຳມາ ມອບໃນຄັ້ງນີ້ປະກອບມີ: ເຂົ້າສານ, ສາດປູ, ມຸ້ງ ແລະ ອຸປະກອນ ກິລາຈຳນວນໜຶ່ງກ່າວຮັບໂດຍ ສະຫາຍ ພັນເອກ ບຸນພົບ ວິໄລສັກ ຫົວໜ້າການເມືອງກອງພັນ ໃຫຍ່201 ພ້ອມທັງກ່າວສະແດງ ຄວາມຂອບໃຈມາຍັງຄະນະພັກ-ຄະນະບັນຊາກອງພົນທີ 2 ທີ່ ເຫັນໄດ້ເຖິງຄວາມໝາຍຄວາມສຳຄັນ ແລະ ມີຄວາມເປັນຫ່ວງ ເປັນໃຍໃຫ້ການຊຸກຍູ້ຕໍ່ກົມກອງ ຕະຫຼອດມາ ພ້ອມທັງໃຫ້ຄຳໝັ້ນ ສັນຍາວ່າຈະນຳເອົາເຄື່ອງດັ່ງ ກ່າວມາໝູນໃຊ້ເຂົ້າໃນຂອງກົມ ກອງໃຫ້ເກີດປະໂຫຍດສູງສຸດ.   ຂ່າວຍັງໃຫ້ຮູ້ອີກວ່າໃນວັນ ດຽວກັນນີ້: ຄະນະພັກ-ຄະນະ ບັນຊາກອງພົນທີ 2 ຍັງໄດ້ນຳ ເອົາວັດຖຸປັດໃຈ ແລະ ເຄື່ອງອຸປະໂພກ-ບໍລິໂພກຈຳນວນໜຶ່ງມາ ມອບໃຫ້ຄອບຄົວ ສະຫາຍ ພັນໂທ ບຸນພຽນ ກອງສະຫວັນ ຮອງຫົວໜ້າພະແນກການເມືອງ ກອງພັນໃຫຍ່ 201 ທີ່ຖືກຜົນກະທົບ ຈາກອັກຄີໄພໄຟໄໜ້ເຮືອນຕື່ມອີກ. ໂດຍ: ເກດ ອານຸສອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ