

![]()
ການນຳພາຖືກທິດ ກົມກອງມີການພັດທະນາ
ເວລາອອກຂ່າວ: 2023-02-07 09:05:56 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 160 | ຄວາມນິຍົມ:
ອີງຕາມບົດສະຫຼຸບວຽກ ງານຮອບດ້ານ ປະຈຳປີ 2022 ຂອງກອງບັນຊາການທະຫານເມືອງວຽງໄຊ ແຂວງຫົວພັນໄດ້ລາຍງານໃຫ້ຮູ້ວ່າ: ໃນໄລຍະຜ່ານມາ,
ຄະນະພັກ-ຄະນະບັນຊາໄດ້ເປັນເຈົ້າການຊີ້ນຳ-ນຳພາພະນັກງານ-ນັກຮົບໃນກົມກອງເຄື່ອນໄຫວຈັດຕັ້ງປະຕິບັດທຸກຂົງເຂດວຽກງານທີ່ປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ກໍຄືໜ້າທີ່ການເມືອງຂອງກົມກອງ ໂດຍຖືເອົາວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດເປັນກົກສອດຫ້ອຍເຂົ້າ ໃນທຸກຂົງເຂດວຽກງານເຮັດໃຫ້ພະນັກງານ-ນັກຮົບມີຄຸນທາດການເມືອງໜັກແໜ້ນ, ມີຄວາມອຸ່ນອຽນທຸ່ນທ່ຽງຕໍ່ໜ້າທີ່ການເມືອງ. ພ້ອມນີ້, ຍັງໄດ້ເຂົ້າຮ່ວມຮັບຟັງປາຖະກະຖາເຊື່ອມຊຶມມູນເຊື້ອວັນສຳຄັນຕ່າງໆຂອງຊາດ, ຂອງພັກ, ຂອງກອງທັບຢ່າງເປັນຂະບວນການຟົດຟື້ນ. ຊີ້ນຳພະນັກງານລົງກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານຕາມ 4 ເນື້ອໃນ 4 ຄາດໝາຍ ໃນຂອບເຂດກົມກອງຕັ້ງທັບຢ່າງຕໍ່ເນື່ອງ ໂດຍສົມທົບແໜ້ນກັບກຳລັງ ປກສ ແລະ ບ້ານເພື່ອຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມໃຫ້ທັນການ ເຮັດໃຫ້ຂອບ
ເຂດກົມກອງຮັບຜິດຊອບມີຄວາມສະຫງົບໂດຍພື້ນຖານ, ໄປຄວບຄູ່ກັນນັ້ນ ຍັງໄດ້ສຸມໃສ່ວຽກງານກຽມພ້ອມສູ້ຮົບໄດ້ຈັດຕັ້ງລະບົບປະຈຳການກຽມພ້ອມສູ້ຮົບຕະຫຼອດ 24 ຊົ່ວໂມງ. ຕັ້ງໜ້າເຝິກອົບຮົມຫັດແອບຮໍ່າຮຽນສິລະປະຍຸດ ຍຸດທະວິທີ ແລະ ວິຊາສະເພາະເຫຼົ່າຮົບໃຫ້ມີຄວາມຊຳນິຊຳນານ, ຄ່ອງແຄ້ວຮັບປະກັນ ເຮັດສຳເລັດໜ້າທີ່ການເມືອງຂອງກົມກອງທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້, ວຽກງານປັບປຸງກໍ່ສ້າງພັກ-ພະນັກງານແມ່ນປະຕິບັດຕາມທິດນຳ 5 ຫຼັກການ 3 ທິດນຳຂອງພັກ ຕິດພັນກັບການກໍ່ສ້າງພະນັກງານ 3 ຮຸ່ນສືບທອດ ແລະ ປ່ຽນແທນທັງກໍ່ສ້າງກັບທີ່ ແລະ ຢູ່ໂຮງຮຽນ, ວິທະຍາຄານທັງພາຍໃນ ແລະຕ່າງປະເທດ ເປັນຕົ້ນແມ່ນປະເທດເພື່ອນມິດຮ່ວມມືຍຸດທະສາດ.
ໃນນັ້ນ, ຈັດຕັ້ງອົບຮົມ-ຫັດແອບການເມືອງ, ການທະຫານ, ພະລາທິການ-ເຕັກນິກ ໄດ້ 1 ຄັ້ງ ມີຜູ້ເຂົ້າຮ່ວມ 90 ສະຫາຍ, ຮົມກອງຮ້ອຍກອງຫຼອນໄດ້ 2 ກອງຮ້ອຍ, ມີຈຳນວນນວນພົນເຂົ້າຮ່ວມ 120 ສະຫາຍ, ອົບຮົມໃຫ້ໂຮງຮຽນວິ
ຊາຊີບ,ໂຮງຮຽນຊົນເຜ່ົາ ແລະ ໂຮງຮຽນສາມັນໄດ້ 8 ແຫ່ງ ມີຜູ້ເຂົ້າຮວ່ມ 1.414 ຄົນ, ປັບປຸງໂຄງຮ່າງການຈັດຕັ້ງກອງຮ້ອຍ, ກອງຫຼອນໄດ້ 3 ກອງ, ວຽກງານ
ປັບປຸງກໍ່ສ້າງສຳນັກງານອົງການໃຫ້ມີຄວາມແໜ້ນໜາຖາວອນ ໂດຍສະເພາະກໍ່ສ້າງຫ້ອງການເຕັກນິກ ແລະ ສາງຍຸໂທ ໃນມູນຄ່າ 21.600.000 ກີບ, ເອົາໃຈ
ໃສ່ຊີ້ນຳພະນັກງານ-ນັກຮົບສຸມໃສ່ 4 ປູກ 4 ລ້ຽງຕາມເງື່ອນໄຂທ່າແຮງບົ່ມຊ້ອນຂອງຕົນ ໃນນີ້, ກົມກອງໄດ້ບຸກເບີກເນື້ອທີ່ດິນທຳການຜະລິດປູກຝັງ-ລ້ຽງສັດ ມີໜອງປາ 5 ໜອງ, ປູກໄມ້ອຸດສາຫະກຳ ແລະ ຕົ້ນໄມ້ໃຫ້ໝາກ, ມີງົວລ້ຽງ 8 ໂຕ ສາມາດສ້າງລາຍຮັບເຂົ້າກົມກອງໄດ້ 10 ລ້ານກວ່າກີບ.
ສະຫາຍ ພັນໂທ ວິເພັດ ລາດພົມໄຊ ຫົວໜ້າການເມືອງທະຫານເມືອງວຽງໄຊ ໃຫ້ຮູ້ວ່າ: ໂດຍທຶນດັ່ງກ່າວສົມທົບກັບງົບປະມານທີ່ຂັ້ນເທິງສະໜອງໃຫ້ແມ່ນໝູນໃຊ້ເຂົ້າໃນວຽກງານລວມຂອງກົມກອງ ເປັນຕົ້ນແມ່ນປະຕິບັດນະໂຍບາຍຕໍ່ນາຍ ແລະ
ພົນທະຫານທີ່ເຈັບເປັນ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນການກູ້ຢືມເພື່ອສ້າງເສດຖະກິດຄອບຄົວຂອງຕົນໃຫ້ດີຂຶ້ນ. ນອກນັ້ນ, ຍັງໄດ້ປັບປຸງກໍ່ສ້າງລະບົບຄ້າຍຄູ,
ເສັ້ນທາງເຂົ້າ-ອອກຄ້າຍໃຫ້ແໜ້ນໜາຖາວອນ ແລະ ມີໃບໜ້າໃໝ່ຕາມແບບກົມກອງວັດທະນະທຳ. ສຳລັບທິດທາງຕໍ່ໜ້າຈະສຸມໃສ່ຈັດຕັ້ງຜັນຂະຫຍາຍ 4 ໜ້າທີໃຫຍ່ 26 ແຜນການຂອງຄະນະພັກກະຊວງປ້ອງກັນປະເທດວາງອອກ ບົນຈິດໃຈ 5 ບາດກ້າວບຸກທະລຸໃຫ້ປະກົດຜົນເປັນຈິງ, ຕັ້ງໜ້າປັບປຸງກໍ່ສ້າງກຳລັງໃຫ້ໜັກ
ແໜ້ນ ເຂັ້ມແຂງ ພ້ອມກັນເຮັດສຳເລັດໜ້າທີ່ການເມືອງຮັບປະກັນເຮັດໃຫ້ສະພາບຂອບເຂດກົມກອງຮັບຜິດຊອບມີຄວາມສະຫງົບໂດຍພື້ນຖານ.
ໂດຍ: ບົວລາ ສໍລາວັນ

news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ