

![]()
ເຄື່ອນໄຫວຊຸກຍູ້ໃຫ້ກຳລັງໃຈ ພະນັກງານ-ນັກຮົບ ຢູ່ກົມກອງຫ່າງໄກ
ເວລາອອກຂ່າວ: 2023-02-07 09:03:41 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 368 | ຄວາມນິຍົມ:
ເນື່ອງໃນໂອກາດວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 74 ປີ ແລະ ວັນສ້າງຕັ້ງ ກອງພົນທີ 1 ຄົບຮອບ 38 ປີ (12 ກຸມພາ1995-12 ກຸມພາ 2020), ສະຫາຍ ພັນເອກ ວົງຈັນ ພັນຈັນທະມານ ເລຂາຄະນະພັກ ຫົວໜ້າການເມືອງ ກອງພົນທີ 1 ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມພົບປະໂອ້ລົມ ພະນັກງານ-ນັກຮົບ ກອງພັນ 596, ກອງພັນ 595 ແລະ ກອງພັນ 468 ເພື່ອເປັນການຊຸກຍູ້ໃຫ້ກຳລັງໃຈເຂົາເຈົ້າຕັ້ງໜ້າປະຕິ ບັດໜ້າທີ່ປ້ອງກັນຊາດ ທີ່ພັກ-ລັດມອບໝາຍໃຫ້.
ສະຫາຍຫົວໜ້າການເມືອງກອງພົນທີ 1 ໄດ້ເຄື່ອນໄຫວພົບປະໂອ້ລົມ ແລະ ຊີ້ນຳບັນດາວຽກສຳຄັນ ໃຫ້ພະນັກງານ-ນັກຮົບ ກົມກອງຕັ້ງທັບຢູ່ຫ່າງໄກ ໄດ້ຮັບ
ຮູ້, ເຂົ້າໃຈແຈ້ງຕໍ່ແນວທາງນະໂຍບາຍຂອງພັກ, ໜ້າທີ່ການເມືອງຂອງກົມກອງ ກໍຄືໜ້າທີ່ຄວາມຮັບຜິດຊອບຂອງຕົນເອງ; ເຊິ່ງ ສະຫາຍ ໄດ້ຍົກໃຫ້ເຫັນສະພາບການທີ່ພົ້ນເດັ່ນ ເປັນຕົ້ນແມ່ນສະພາບການຂອງໂລກ, ພາກພື້ນ, ພາຍໃນປະເທດ ແລະ ຂອບເຂດກົມກອງຮັບຜິດຊອບ ເຊິ່ງມີຫຼາຍເຫດການທີ່ເອື້ອອຳນວຍ ແລະ ມີທັງກາລະໂອກາດ, ສິ່ງທ້າທາຍທົດສອບຫຼາຍປະການທີ່ເປັນການກະທົບຕໍ່ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເວົ້າລວມ, ເວົ້າສະເພາະແມ່ນ ການສ້າງສາພັດທະນາກົມກອງ ແລະ ການປັບປຸງກໍ່ສ້າງກຳລັງ; ພ້ອມນີ້, ສະຫາຍ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບ ແຕ່ລະກົມກອງສ້າງໄດ້ໃນໄລຍະຜ່ານມາ, ເຊິ່ງໄດ້ຢັ້ງຢືນໃຫ້ເຫັນເຖິງຄວາມເອົາໃຈໃສ່ປະຕິບັດໜ້າທີ່ການເມືອງຂອງຕົນດ້ວຍຄວາມຮັບຜິດຊອບຂອງແຕ່ລະພາກສ່ວນ ແລະ ກ່າວວ່າ: ກຳລັງປະກອບອາວຸດ ກໍຄືກົມກອງທະຫານ ເປັນກອງກຳລັງແກ່ນສານທີ່ສຳຄັນ, ເປັນອາວຸດທີ່ແຫຼມຄົມຂອງພັກ-ລັດ ເຮັດໜ້າທີ່ຮັບປະກັນໃນການກຽມພ້ອມສູ້ຮົບ, ເຄື່ອນໄຫວສູ້ຮົບ ແລະ ແກ້ໄຂສະພາບຄວາມບໍ່ສະຫງົບຢູ່ໃນຂອບເຂດກອງພົນຮັບຜິດຊອບໃຫ້ມີຄວາມສະຫງົບ, ຮັບປະກັນໄດ້ຄວາມປອດໄພ ແລະ ໄປຄຽງຄູ່ກັບ 2 ໜ້າທີ່ຍຸດທະສາດຂອງພັກຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ເຂັ້ມແຂງໜັກແໜ້ນ ແລະ ຈະເລີນກ້າວໜ້າ. ນອກນັ້ນ, ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ ພະນັກງານ-ນັບຮົບປະຕິວັດຕ້ອງເພີ່ມທະວີເປັນເຈົ້າການຊີ້ນຳ-ນໍາພາ, ເປັນແບບຢ່າງໃນທຸກຂົງເຂດວຽກງານ; ມີຫຼັກການລວມສູນປະຊາ
ທິປະໄຕ, ເຮັດວຽກເປັນໝູ່ຄະ ນະ, ແບ່ງໃຫ້ບຸກຄົນຮັບຜິດຊອບ ແລະ ແທດເຖິງທຸກໜ້າທີ່ວຽກງານ; ອອກແຮງຫັນລົງກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດຮອບດ້ານ ຕາມທິດຊີ້ນຳຂອງພັກ; ສືບຕໍ່ຈັດຕັ້ງອົບຮົມ-ຫັດແອບ ສິລະປະຍຸດ-ຍຸດທະວິທີ ແລະ ວິຊາສະເພາະ ໃຫ້ເປັນປົກກະຕິ; ສືບຕໍ່ປັບປຸງກໍ່ສ້າງກຳລັງ ໂດຍການເພີ່ມທະວີການສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ພະນັກງານ-ນັກຮົບ ມີຄຸນທາດການເມືອງໜັກແໜ້ນ, ມີລະບຽບວິໄນເຂັ້ມງວດ, ເຊື່ອໝັ້ນຕໍ່ການນຳພາຂອງພັກ ແລະ ການຈັດຕັ້ງຂັ້ນເທິງ; ຍູ້ແຮງຂະບວນການປູກຝັງ-ລ້ຽງສັດ ເພື່ອຮັບປະກັນຊີວິດການເປັນຢູ່ຂອງກົມກອງ; ເສີມຂະຫຍາຍການພົວພັນຮ່ວມມືກັບອຳນາດການປົກຄອງທ້ອງຖິ່ນ ເພື່ອເກັບກຳສະພາບການຕ່າງໆ ແລະ ພົວພັນບັນດາບໍລິສັດ-ຫ້າງຮ້ານ ເພື່ອຍາດແຍ່ງເອົາການຊ່ວຍເຫຼືອມາພັດ
ທະນາກົມກອງ; ຕັ້ງໜ້າຜັນຂະຫຍາຍເນື້ອໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິ ກອງປະຊຸມໃຫຍ່ ຄັ້ງທີ V ຂອງຄະນະພັກກະຊວງປ້ອງກັນປະເທດ; ມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງຄະນະພັກ ກອງພົນທີ 1 ກໍຄືມະຕິ
ວ່າດ້ວຍ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກໃຫ້ປະກົດຜົນເປັນຈິງ ຕິດພັນກັບຂະບວນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ; ກອງ 3 ປອດ; ກອງວັດທະນະທຳ ແລະ ນັກຮົບວັດທະນະທຳ ແລະ ຂະບວນການອື່ນໆ ເພື່ອເປັນການປະກອບສ່ວນສ້າງຂະບວນການ, ສ້າງຜົນງານ ແລະ ພັດທະນາກົມກອງໃຫ້ມີບາດກ້າວຂະຫຍາຍຕົວອັນໃໝ່ໃຫຍ່ຫຼວງກວ່າ
ເກົ່າຕາມແນວທາງຂອງພັກ. ໂອກາດນີ້, ຫົວໜ້າການເມືອງ ກອງພົນພ້ອມດ້ວຍຄະນະໄດ້ຮັບຟັງການລາຍງານຫຍໍ້ສະພາບການເຄື່ອນໄຫວ ແລະ ການຈັດຕັ້ງປະ
ຕິບັດໜ້າທີ່ການເມືອງຂອງແຕ່ລະກົມກອງ ແລະ ການສະເໜີກ່ຽວກັບວຽກງານການປັບປຸງກໍ່ສ້າງກຳລັງ ແລະ ການປັບປຸງກໍ່ສ້າງກົມກອງ ຕິດພັນກັບຂະບວນການຕ່າງໆ ເພື່ອໃຫ້ຂັ້ນເທິງຮັບຮູ້ ແລະ ໃຫ້ທິດຊີ້ນຳຊ່ວຍເຫຼືອ. ການເຄື່ອນໄຫວຄັ້ງນີ້ ສະຫາຍຫົວໜ້າການເມືອງ ກອງພົນທີ 1 ຍັງໄດ້ມອບເຄື່ອງອຸປະກອນກິລາ ແລະ ເຄື່ອງບໍລິໂພກຈຳນວນໜຶ່ງ ໃຫ້ແຕ່ລະກົມກອງຕື່ມອີກ.
ໂດຍ: ໂກຮັງ ພັນທະວົງ

news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ