

![]()
ໂຮງຮຽນທະຫານຊາຍແດນ 712 ຈັດຕັ້ງຍິງເປົ້າໝາຍດ້ວຍລູກປືນແທ້ ໃຫ້ນັກຮຽນກໍ່ສ້າງນາຍສິບ ຊຸດທີ V
ເວລາອອກຂ່າວ: 2023-02-07 08:55:46 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 220 | ຄວາມນິຍົມ:
ໃນລະຫວ່າງວັນທີ 23-25 ມັງກອນ 2023 ນີ້, ໂຮງຮຽນທະຫານຊາຍແດນ 712 ໄດ້ຈັດຕັ້ງຍິງເປົ້າໝາຍດ້ວຍລູກປືນແທ້ ໃຫ້ນັກຮຽນກໍ່ສ້າງນາຍສິບ ຊຸດທີ V, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສັກສົມບັດ ແກ້ວສິດທິວົງສາ ຫົວໜ້າການທະຫານໂຮງຮຽນ, ມີຄະນະພັກ-ຄະນະບັນຊາ, ກອງພັນນັກຮຽນ, ພະນັກງານ-ອົງການ ຕະຫຼອດຮອດຄູ-ອາຈານ ແລະ ນັກຮຽນກໍ່ສ້າງນາຍສິບ ຊຸດທີ V ເຂົ້າຮ່ວມ.
ສະຫາຍ ພັນໂທ ລອນ ແສນດາວເຮືອງ ຮອງຫົວໜ້າພະແນກອົບຮົມກໍ່ສ້າງ ໄດ້ກ່າວວ່າ: ເພື່ອເຮັດໃຫ້ການຍິງເປົ້າໝາຍດ້ວຍລູກປືນແທ້ໃນຄັ້ງນີ້ ໄດ້ຮັບປະສິດ
ທິພາບສູງ ຄະນະຊີ້ນຳ ແລະ ບັນດາຄູ-ອາຈານ ໄດ້ເອົາໃຈໃສ່ເນັ້ນໜັກໃຫ້ນັກຍິງແຕ່ສະຫາຍຍົກສູງຄວາມຮັບຜິດຊອບຂອງຕົນເອງ ຕັດສິນໃຈສຸມທຸກສະຕິປັນ
ຍາເພື່ອດັບສູນເປົ້າໝາຍໃຫ້ໄດ້ຕາມຄາດໝາຍທີ່ວາງໄວ້. ໃນ ນັ້ນ, ມີນັກຍິງ161 ສະຫາຍ ແລະ ປືນທີ່ນຳມາຍິງໃນຄັ້ງນີ້ ປະກອບມີ 2 ຊະນິດຄື: ປືນກົນເບົາ ແລະ
ປືນກົນໜັກ, ປືນກົນເບົາ ປະກອບມີ AKM, ຜົນໄດ້ຮັບສະຫຼຸບໄດ້ດັ່ງນີ້ ຂັ້ນດີເລີດ 9 ສະຫາຍ ເທົ່າກັບ 5,59%, ຂັ້ນດີຫຼາຍ 53 ສະຫາຍ 32,91%, ຂັ້ນດີ 99 ສະ
ຫາຍ ເທົ່າກັບ 61,49%. ສ່ວນປືນກົນໜັກ ປະກອບມີ ປືນ DK 75 ມມ ແລະ DK 82 ມມ ມີ 18 ໝູ່ ສະຫຼຸບໄດ້ດັ່ງນີ້: ຂັ້ນເກັ່ງ 15 ໝູ່ ເທົ່າກັບ 83,33%, ຂັ້ນ
ດີ 3 ໝູ່ ເທົ່າກັບ 16,66%. ໃນນັ້ນ, ມີນັກຍິງເກັ່ງ 3 ສະຫາຍ.
ການປະຕິບັດຍິງລູກປືນແທ້ ໃນຄັ້ງນີ້ເພື່ອເຮັດໃຫ້ນັກຮຽນ ກຳໄດ້ຈັງຫວະບາດກ້າວ, ວິທີນຳໃຊ້ອາວຸດ-ກະສຸນໃຫ້ຊຳນິຊຳນານ ແລະ ສາມາດດັບສູນເປົ້າ
ໝາຍໄດ້, ຮູ້ໝູນໃຊ້ທ່າຈັງຫວະ ເພື່ອຮັບມືໃນທຸກກໍລະນີທີ່ຈະເກີດຂຶ້ນ, ແກ້ໄຂທຸກສະພາບການໃຫ້ທັນເວລາ, ຮັກສາໄດ້ຄວາມປອດໄພ 100%. ທັງນີ້, ກໍເປັນການປະຕິບັດຕາມແຜນການອົບຮົມ-ຫັດແອບ ການຮຽນ, ການສອນ ພາກທິດສະດີ, ຫຼັກການ ແລະ ພາກປະຕິບັດຕົວຈິງ ທັງເປັນການ ເສີມກຳລັງແຮງ ເວົ້າລວມ, ເວົ້າສະເພາະ ກໍຄືວຽກງານປ້ອງກັນຊາດ, ປ້ອງກັນຊາຍແດນ ໃຫ້ເຕີບໃຫຍ່ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.
ໂດຍ: ວາດ ຄະສົມຜອງ

news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ