

![]()
ເຜີຍແຜ່ວຽກງານສະກັດກັ້ນ ແລະ ຕ້ານການຄ້າມະນຸດ ຢູ່ກອງບັນຊາການທະຫານແຂວງຄຳມວ່ນ
ເວລາອອກຂ່າວ: 2023-02-07 08:55:11 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 695 | ຄວາມນິຍົມ:
ວັນທີ 6 ກຸມພາ 2023 ນີ້, ຄະນະອະນຸກຳມະການ ສະກັດກັ້ນການຄ້າມະນຸດກະຊວງປ້ອງກັນປະເທດໄດ້ລົງເຜີຍແຜ່ວຽກງານສະກັດກັ້ນ ແລະ ຕ້ານການຄ້າມະນຸດໃຫ້ແກ່ນາຍ ແລະ ພົນທະຫານ ຢູ່ກອງບັນຊາການທະຫານແຂວງຄຳມວ່ນ, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ສີພັນ ພຸດທະວົງ ຫົວໜ້າກົມທະຫານຊາຍແດນ, ກົມໃຫຍ່ເສນາທິການກອງທັບ, ຄະນະກຳມະການຊີ້ນຳວຽກງານການຕ້ານການຄ້າມະນຸດ ແລະ ເຂົ້າຮ່ວມຂອງ ສະຫາຍ ພົນຈັດຕະວາ ສົມແຄນ ອັບປະສອນ ຫົວໜ້າການເມືອງກອງບັນຊາການທະຫານແຂວງຄຳມວ່ນ, ມີບັນດາອະນຸກຳມະ ການສະກັດກັ້ນການຄ້າມະນຸດ ກະຊວງປ້ອງກັນປະເທດ, ຜູ້ຕາງໜ້າພະແນກການກົມທະຫານຊາຍແດນ, ຜູ້ຕາງໜ້າ ກອງບັນຊາການທະຫານເມືອງ ທົ່ວແຂວງ, ພາກສ່ວນກ່ຽວຂ້ອງ ພ້ອມດ້ວຍພະນັກງານ-ນັກຮົບ ກອງບັນຊາການທະຫານແຂວງຄຳມວ່ນ ເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ສົມແຄນ ອັບປະສອນ ຫົວໜ້າການເມືອງກອງບັນຊາການແຂວງຄຳມວ່ນ ໄດ້ລາຍງານສະພາບການເຄື່ອນໄຫວງານຽກງານສະກັດກັ້ນ ແລະ ຕ້ານ ການຄ້າມະນຸດຢູ່ແຂວງຄຳມວ່ນໃຫ້ຮູ້ວ່າ: ແຂວງຄຳມວ່ນ ກໍເປັນແຂວງໜຶ່ງທີ່ໄດ້ຮັບຜົນກະທົບຈາກການຄ້າມະນຸດ ໂດຍມີນາຍໜ້າຕົວະຍົວະຫຼອກລວງ ເອົາຊາວໜຸ່ມຍິງສາວໄປແຕ່ງງານແອບແຝງກັບຄົນຕ່າງປະເທດ ແລະ ຕົວະໄປເຮັດວຽກອື່ນຢູ່ຕ່າງປະເທດ. ການຄ້າມະນຸດແມ່ນການຂູດຮີດທາງເພດ, ການຖືກຕົວະຍົວະຫຼອກລວງໄປ ແຕ່ງດອງກັບຄົນຕ່າງປະເທດ ໂດຍບໍ່ມີເອກະສານຖືກຕ້ອງ, ການຂູດຮີດແຮງງານ ແລະ ອື່ນໆ. ເຊິ່ງມັນໄດ້ສະແດງໃຫ້ເຫັນໃນໄລຍະຜ່ານມາ ມີຍິງສາວຈຳນວນຫຼາຍຖືກນາຍໜ້າຕົວະໃຫ້ໝັ້ນໝາຍ, ແຕ່ງງານກັບຄົນຕ່າງປະເທດ ຫຼື ຕົວະໄວລຸ້ນໃຫ້ໄປເຮັດວຽກຢູ່ຕ່າງປະເທດ ໂດຍອ້າງວ່າ ເຮັດວຽກໄດ້ເງິນຫຼາຍ, ມີທີ່ພັກສະດວກສະບາຍ. ພ້ອມນີ້, ຍັງກວດພົບບ້ານເຮົາວ່າມີເຮືອນພັກ, ໂຮງແຮມ, ຮ້ານອາຫານ, ຮ້ານກິນດື່ມ, ຮ້ານເສີມຄວາມງານ, ຮ້ານຕັດຜົມ, ຮ້ານນວດ, ຮ້ານບັນເທີງຢູ່ຫຼາຍແຫ່ງທີ່ເປີດເປັນບ່ອນບັງໜ້າ ເພື່ອການຄ້າມະນຸດ.
ກອງປະຊຸມຄັ້ງນີ້, ນັກສຳມະນາກອນທີ່ມາຈາກຫຼາຍພາກສ່ວນ ໄດ້ຜັດປ່ຽນກັນເຜີຍແຜ່, ລາຍງານກ່ຽວກັບວຽກງານຕ້ານ ແລະ ສະກັດກັ້ນການຄ້າມະນຸດ ເຊັ່ນ: ລາຍງານສະພາບການຕ້ານການຄ້າມະນຸດໃນ ສປປ ລາວ, ລາຍງານພາລະບົດບາດຂອງທະຫານຊາຍແດນຕໍ່ກັບການເຄື່ອນໄຫວສະກັດກັ້ນການຄ້າມະນຸດ, ເຜີຍແຜ່ວ່າດ້ວຍການຕ້ານການຄ້າມະນຸດ, ສົນທິສັນຍາສອງຝ່າຍ ວ່າດວ້ຍການຕ້ານການຄ້າມະນຸດ ແລະ ສະພາບລວມກ່ຽວກັບການຊ່ວຍເຫຼືອ ແລະ ການດຳເນີນຂັ້ນຕອນສົ່ງຜູ້ຖືກເຄາະຮ້າຍຈາກການຄ້າມະນຸດກັບຄືນປະເທດລາວ, ຊ່ອງທາງການໄປເຮັດວຽກຢູ່ຕ່າງປະເທດແບບປອດໄພ, ການແຕ່ງດອງ ແລະ ເອົາເດັກມາລ້ຽງເປັນລູກແບບແອບແຝງ, ສົນທິສັນຍາສາກົນ ແລະ ພາກພື້ນກ່ຽວກັບວຽກງານການຕ້ານການຄ້າມະນຸດ ແລະ ສົນທິສັນຍາອາຊຽນວ່າດ້ວຍການ ຕ້ານການຄ້າມະນຸດສະເພາະແມ່ຍິງ ແລະ ເດັກນ້ອຍ, ການປົກປ້ອງສິດທິມະນຸດໃນວຽກງານຕ້ານການຄ້າມະນຸດ, ລະບຽບການ ແລະ ຂັ້ນຕອນການຂໍຈົດທະບຽນແຕ່ງດອງລະຫວ່າງ ພົນລະເມືອງລາວກັບຄົນຕ່າງປະເທດ, ການປົກປ້ອງ ແລະ ຊ່ວຍເຫຼືອຜູ້ຖືກເຄາະຮ້າຍ.
ໂອກາດນີ້ ສະຫາຍ ພົນຈັດວາ ສີພັນ ພຸດທະວົງ ກໍໄດ້ໃຫ້ກຽດໂອ້ລົມ ແລະ ກ່າວຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອເປັນການປະກອບສ່ວນເສີມສ້າງຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບເນື້ອໃນ ແລະ ບັນດາຫຼັກການທີ່ສຳຄັນ ຂອງບັນດາສົນທິສັນຍາສາກົນ ແລະ ພາກພື້ນທີ່ພົວພັນເຖິງການຕ້ານການຄ້າມະນຸດທີ່ ສປປ ລາວ ເຮົາ ເປັນພາຄີ ແລະ ມີພັນທະຈັດຕັ້ງປະຕິບັດໃຫ້ແກ່ເຈົ້າໜ້າທີ່ກ່ຽວຂ້ອງຂອງລັດ. ຫວັງວ່າບັນດາສະຫາຍທີ່ເຂົ້າຮ່ວມກອງປະຊຸມຈະນຳເອົາບົດຮຽນ ແລະ ຄວາມຮູ້ ໄປເຜີຍແຜ່ໃຫ້ກົມກອງຂອງຕົນ ໃຫ້ຮັບຮູ້ຢ່າງທົ່ວເຖິງກອງປະຊຸມດັ່ງກ່າວຈະໄດ້ດຳເນີນໄປເປັນ ເວລາ 2 ວັນ ຈຶ່ງຈະສຳເລັດລົງ.

news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ