

![]()
ກອງພົນທີ 3 ປັບປຸງການຈັດຕັ້ງຢູ່ອົງການ, ກົມກອງ
ເວລາອອກຂ່າວ: 2023-02-07 08:54:15 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 420 | ຄວາມນິຍົມ:
ວັນທີ 27 ມັງກອນ 2023 ນີ້, ຢູ່ທີ່ສະໂມສອນ ກອງພົນທີ 3 ໄດ້ປະກາດການປັບປຸງການຈັດຕັ້ງຂັ້ນບັນຊາ ພະແນກຢູ່ບັນ ດາຫ້ອງ, ກົມກອງ, ກອງພັນ
ໃຫຍ່ 301, ກອງພັນໃຫຍ່ 302, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສໍຍັນ ລໍອິນສອນ ຮອງເລຂາຄະນະພັກ ຫົວໜ້າການເມືອງ ກອງພົນທີ 3, ມີຄະ
ນະຫ້ອງ, ພະນັກງານຫຼັກແຫຼ່ງມາຈາກອົງການ, ກົມກອງ ເຂົ້າຮ່ວມ.
ສະຫາຍ ພັນໂທ ວົງປະເສີດ ນັດອຸດົມ ຮອງຫົວໜ້າພະແນກພະນັກງານ ກອງພົນທີ 3 ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການສັ່ງຖອນ ແລະ ການແຕ່ງຕັ້ງພະ
ນັກງານບັນຊາບາງພະແນກການ, ກົມກອງທີ່ຂຶ້ນກັບກອງພົນທີ 3. ໃນນີ້, ຄະນະກອງພົນທີ 3 ຕົກລົງແຕ່ງຕັ້ງຂັ້ນຮອງຫົວໜ້າພະແນກ, ຊ່ວຍວຽກຢູ່ບັນດາອົງການກົມກອງ ທົ່ວກອງພົນທີ 3 ຈຳນວນ 34 ສະຫາຍ.
ສະຫາຍ ພັນໂທ ເພັດສິນສັງ ສຸຂະທິວົງ ຫົວໜ້າພະແນກຈັດຕັ້ງພັກ ໄດ້ຜ່ານມະຕິຕົກລົງຂອງຄະນະພັກກອງພົນ ວ່າດ້ວຍການບົ່ງຕົວ ແຕ່ງຕັ້ງເລຂາ, ຮອງເລຂາ ແລະ ກຳມະການຄະນະພັກຮາກຖານກອງພັນ 563 ຕື່ມອີກ.
ສະຫາຍ ພັນເອກ ສໍຍັນ ລໍອິນສອນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຜົນງານທີ່ບັນດາສະຫາຍສ້າງໄດ້ຕະຫຼອດໄລຍະຜ່ານມາ, ພ້ອມທັງຮຽກຮ້ອງຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ຈົ່ງຍົກສູງນ້ຳໃຈຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນທີ່ພັກ-ລັດ, ຂັ້ນເທິງມອບໝາຍໃຫ້, ມີແບບແຜນວິທີເຮັດວຽກທີ່ທັນສະໄໝ, ປະຕິບັດຫຼັກການລວມສູນປະຊາທິປະໄຕເຮັດວຽກເປັນໝູ່ຄະນະ, ເຮັດສຳເລັດໜ້າທີ່ການເມືອງຂອງຕົນທີ່ພັກ-ລັດການຈັດຕັ້ງມອບໝາຍ.
ໂດຍ: ເທບພະກອນ ລັດຕະນະສັກ

news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ