

![]()
ກອງພົນທີ 2 ມອບ-ໂອນ ພະແນກກົດໝາຍ ລະຫວ່າງ ຫ້ອງການ ແລະ ບໍລິຫານ ໄປຂຶ້ນກັບຫ້ອງການເມືອງ
ເວລາອອກຂ່າວ: 2023-02-07 08:52:52 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 626 | ຄວາມນິຍົມ:
ວັນທີ 27 ມັງກອນ 2023 ນີ້, ກອງພົນທີ 2 ໄດ້ຈັດພິທີມອບ- ໂອນພະແນກກົດໝາຍ ລະຫວ່າງຫ້ອງການ ແລະ ບໍລິຫານ ໄປຂຶ້ນກັບຫ້ອງການເມືອງ, ໂດຍການເປັນປະທານຂອງ ສະຫາຍ ພັນໂທ ຄຳຜາ ພຸດຫຼຽນທອງ ຫົວໜ້າ
ຫ້ອງການ, ມີສະຫາຍ ພັນໂທ ສອນເພັດ ວັນນະໄຊ ຄະນະພັກກອງພົນ ຮອງຫົວໜ້າຫ້ອງການເມືອງ ຜູ້ຊີ້ນຳວຽກງານຍຸຕິທຳ, ມີບັນດາຕາງໜ້າອົງການ, ພະ
ແນກການທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ສະຫາຍ ພັນໂທ ອຳນວຍ ສຸກສະຫວັດ ຄະນະພັກກອງພົນ ຮອງຫົວໜ້າຫ້ອງການ ໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງປະເທດ ວ່າດ້ວຍການໂອນກົມກົດໝາຍ ໄປຂຶ້ນກັບກົມໃຫຍ່ການເມືອງກອງທັບ ແລະ ຂໍ້ຕົກລົງຂອງ ກອງ
ພົນທີ 2 ວ່າດ້ວຍການໂອນພະແນກກົດໝາຍ ໄປຂຶ້ນກັບຫ້ອງການເມືອງ, ໂດຍອີງຕາມດຳລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງປ້ອງກັນ
ປະເທດ ແລະ ອີງຕາມແຜນຍຸດທະສາດປັບປຸງກໍ່ສ້າງກຳລັງກອງທັບດ້ານການຈັດຕັ້ງ ແລະ ການປະກອບຈຳນວນພົນ. ຈາກນັ້ນ, ສະຫາຍ ພັນໂທ ຫຸມແພງ ພົມມະນີ ຫົວໜ້າພະແນກກົດໝາຍ ໄດ້ຜ່ານບົດສະຫຼຸບຫຍໍ້ການເຄື່ອນໄຫວໃນໄລຍະຜ່ານມາ ເຊິ່ງພະແນກກົດໝາຍໄດ້ເຄື່ອນໄຫວແກ້ໄຂຄະດີຕ່າງໆ, ນຳເອົາເອກະສານກົດໝາຍເຜີຍແຜ່ໃຫ້ພະນັກງານ- ນັກຮົບຢູ່ແຕ່ລະກົມກອງໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ກົດໝາຍເປັນຢ່າງດີ. ໃນພິທີຍັງໄດ້ເຊັນບົດບັນທຶກມອບ-ໂອນພະແນກກົດໝາຍ
ລະຫວ່າງ ຫ້ອງການ ແລະ ບໍລິຫານໄປຂຶ້ນກັບຫ້ອງການເມືອງກອງພົນທີ 2 ຕື່ມອີກ.
ສະຫາຍ ພັນໂທ ຄຳຜາ ພຸດຫຼຽນທອງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ສ້າງໄດ້ຕະຫຼອດໄລຍະຜ່ານມາ ພ້ອມທັງ, ໃຫ້ທິດຊີ້ນຳບາງບັນຫາທີ່ສຳຄັນ ເປັນຕົ້ນແມ່ນການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ-ນັກຮົບມີຄວາມໜັກແໜ້ນ, ສືບຕໍ່ຮັດແໜ້ນຄວາມສາມັກຄີພາຍໃນໃຫ້ດີຂຶ້ນກວ່າເກົ່າ, ມີແບບແຜນວິທີເຮັດວຽກບົນພື້ນຖານຫຼັກການປະຊາທິປະໄຕ, ແບ່ງບຸກຄົນຮັບຜິດ ຊອບ ແລະ ເອົາໃຈໃສ່ຕໍ່ວຽກງານວິຊາສະເພາະຂອງຕົນສາມາດເຮັດສຳເລັດໜ້າທີ່ການເມືອງຕາມການຈັດຕັ້ງຂັ້ນເທິງມອບໝາຍໃຫ້.
ໂດຍ: ຄຳຮັກ ໄຊວັນທອນ

news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ