ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງພັນ​ທີ 1 ມອບ​ຫໍ​ຂ່າວ​ໃຫ້​ໂຮງຮຽນ​ກໍ່ສ້າງ​ນາຍ​ສິບ ເລກ 1
ເວລາອອກຂ່າວ: 2023-02-07 08:51:42 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 144 | ຄວາມນິຍົມ:



ຫວ່າງ​ບໍ່​ດົນ​ຜ່ານ​ມາ​ນີ້ ກອງພັນ​ທີ 1 ໄດ້​ຈັດ​ຕັ້ງ​ມອບ​ຫໍ​ຂ່າວ​ຫຼັງ​ ໃໝ່​ໃຫ້​ໂຮງຮຽນກໍ່ສ້າງນາຍ​ ສິບ ເລກ 1 ໂດຍ​ການ​ເຂົ້າຮ່ວມ​ເປັນ​ປະທານ​ຂອງ ສະຫາຍ ພົນ ​ຈັດຕະວາ ສີ​ລາ​ວົງ ບຸນ​ມີ​ໄຊ ຫົວໜ້າ​ການເມືອງໂຮງຮຽນກໍ່ສ້າງນາຍສິບ ເລກ 1, ມີ ສະຫາຍ ພັນ​ໂທ ສຸກ​ໃຫວ ພິຈິດ ຮອງຫົວໜ້າ​ຫ້ອງ​ການເມືອງ, ມີ​ຄະນະ ​ພັກ-ຄະນະບັນຊາກອງພັນ, ກອງຮ້ອຍ, ຕາງໜ້າ​ຄະນະ​ພັກ-ຄະນະ ​ບັນຊາ 3 ກອງພັນ, ພະນັກງານ-ນັກຮົບ ແລະ ນັກຮຽນເຂົ້າ​ຮ່ວມ. ສະຫາຍ ພັນ​ຕີ ຄຳ​ພຸດ ໄຊ​ແສງ​ແກ້ວ ຫົວໜ້າ​ການເມືອງ ກອງພັນ​ທີ 1 ໄດ້​ລາຍ​ງານ​ຫຍໍ້​ກ່ຽວ​ກັບ​ການ​ກໍ່ສ້າງ​ຫໍ​ຂ່າວ ເຊິ່ງ​ໄດ້​ເລີ່ມ​ກໍ່ສ້າງມາ​ແຕ່​ທ້າຍ​ເດືອນ ພະຈິກ 2022 ເປັນຕົ້ນ​ມາ. ຫໍ​ຂ່າວ​ດັ່ງກ່າວ​ມີ​ຂະໜາດ​ກວ້າງ 6 ແມັດ, ຍາວ 9 ແມັດ ແລະ ສູງ 3 ແມັດ. ໃຊ້​ເສົາ​ເບຕົງເສີມເຫຼັກ, ຫຼັງຄາ​ມຸງ​​ດ້ວຍ​ກະເບື້ອງ ໂດຍ​ແມ່ນ​ທືນ​ສົມທົບ​ຂອງ​ນັກຮຽນ ກອງພັນ​ທີ 1 ແລະ ການ​ປະ​ກອບ​​ສ່ວນ​ຂອງ​ ໜ່ວຍ​ຊາວ​ໝຸ່ມ, ຮ່ວງ​ເງິນ​ບໍລິຫານ​ຂອງ​ກົມ​ກອງ​ຈຳນວນ​ໜຶ່ງ ລວມ​ມູນ​ຄ່າ​ໃນ​ການ​ກໍ່ສ້າງ 11.566.000 ກີບ. ການ​ສ້າງ​ຫໍ​ຂ່າວ ແມ່ນ​ການ​ຮັບປະກັນ​ທາງ​ດ້ານ​ການ​ໂຄສະນາ​ເຜີຍແຜ່​ການເຄື່ອນໄຫວ​ວຽກ​ງານ​ຂອງ​ກົມ​ກອງ ຕາມ​ພາລະ​ບົດບາດ, ສິດ ແລະ ໜ້າທີ່​ໃຫ້​ມີ​ຄຸນ​ນະ​ພາບ, ເປັນ​ການ​ປັບປຸງ​ໃຫ້​ກົມ​ກອງ​ມີ​ຄວາມ​ເປັນ​ລະບຽບ​ຈົບງາມ ແລະ ເຜີຍແຜ່​ຮູບ​ພາບ​ການເຄື່ອນໄຫວ ບັນດາ​ຂະ​ບວນ​ການ​ຕ່າງໆ​ໂດຍ​ສະເພາະ​ແມ່ນ ບົດ​ກາບກອນ, ບົດ​ຂ່າວ, ບົດ​ເພງ ແລະ ມູນເຊື້ອ​ຕ່າງໆ​ຂອງ​ກອງທັບ, ເພື່ອ​ເປັນ​ຜົນງານ​ໄວ້​ເອກ​ອ້າງ​ໃຫ້​ນັກຮຽນ​ແຕ່​ລະ​ຊຸດ​ໄດ້​ເບິ່ງ​ໄດ້​ຊົມ. ໂອກາດ​ນີ້, ສະຫາຍ ພົນ​ຈັດຕະວາ ສີ​ລາ​ວົງ ບຸນ​ມີ​ໄຊ ​ໄດ້​ມີ​ຄຳ​ເຫັນ​ໂອ້​ລົມ ແລະ ສະແດງ​ຄວາມ​ຊົມເຊີຍ​ຕໍ່​ບັນດາ​ສະຫາຍ​ທຸກ​ພາກ​ສ່ວນ​ທີ່​ໄດ້​ມີ​ນ້ຳ​ຈິດ​ນ້ຳໃຈ ລະດົມ​ທຶນ​ຊ່ວຍເຫຼືອ​ໃນ​ການ​ປະກອບ​ສວ່ນ​ສ້າງ​ຫໍ​ຂ່າວ​ຂອງ​ກົມ​ກອງ ເວົ້າ​ສະເພາະ ກໍ່​ແມ່ນ​ການ​ພັດທະນາ​ໂຮງຮຽນ​ໃຫ້​ມີ​ຄວາມ​ເປັນ​ລະບຽບ​ຈົບງາມ, ມີ​ຄວາມ​ສີວິໄລ​ຂຶ້ນ​ເປັນ​ເທື່ອ​ລະ​ກ້າວ ແລະ ເນັ້ນ​ໜັກ​ໃຫ້​ຄະນະ​ພັກ-ຄະນະ​ບັນຊາ​ກົມ​ກອງ​ຈົ່ງ​ສືບຕໍ່​ສືກ​ສາ​ອົບຮົມ​ການເມືອງ-ແນວ​ຄິດ​ໃຫ້​ພະນັກງານ-ນັກຮົບ ແລະ ນັກຮຽນ​ເປັນ​ຫຼັກ. ພ້ອມ​ນັ້ນ, ສະຫາຍ​ຍັງ​ໄດ້​ມອບ​ຫໍ​ຂ່າວ​ຄືນ​ໃຫ້​ທາງ​ກອງພັນ​ທີ1 ເປັນ​ຜູ້​ຄຸ້ມ​ຄອງ ປົກ​ປັກ​ຮັກສາ ເພື່ອ​ເຮັດ​ໃຫ້​​ກົມ​ກອງ​ມີ​ໃບ​ໜ້າ​ອັນ​ໃໝ່ ແລະ ກ້າວ​ໄປ​ສູ່​ກົມ​ກອງ​ທີ່​ມີ​ແບບແຜນ​ທັນ​ສະໄໝ ກົມ​ກອງ​ວັດທະນະທຳ​ໃນຕໍ່ໜ້າ. ໂດຍ: ນ້ອຍ​ຈັນ​ໄພ ແກ້ວ​ວັນ​ເຮືອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ