ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ວຕກ ຂຸ້ນຂ້ຽວກະກຽມ​ດຳເນີນ​ກອງ​ປະຊຸມ​ໃຫຍ່​ຮາກ​ຖານ​ພັກ
ເວລາອອກຂ່າວ: 2023-02-07 08:48:00 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 165 | ຄວາມນິຍົມ:



ກອງ​ປະຊຸມ​ກະກຽມ​ດຳເນີນ​ກອງ​ປະຊຸມ​ໃຫຍ່​ຮາກ​ຖານ​ພັກ ຂອງ​ວິທະຍາຄານ​ເຕັກນິກການ ທະຫານກອງທັບ (ວຕກ) ໄດ້​ ຈັດ​ຂຶ້ນ​ໃນ​ວັນ​ທີ 27 ມັງກອນ 2023 ນີ້, ໂດຍ​ການ​ເປັນປະທານ​ຂອງ ສະຫາຍ ພົນ​ຈັດຕະວາ ແສງ​ຍືນ ລັດສະໝີ ເລຂາຄະນະ​ພັກ ​ຫົົວ​ໜ້າ​ການເມືອງ ວິທະຍາ​ຄານ​ເຕັກນິກ​ການ​ທະຫານ, ມີ​ຄະນະ​ພັກ-ຄະນະ​ອຳນວຍ​ການ, ບັນດາ​ຄະນະ​ພັກ​ຮາກ​ຖານ, ຄະ ນະ​ໜ່ວຍ​ພັກ​ທົ່ວ ​ວຕກ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ຄຳ​ບົກ ເພັດ​ດາ​ວອນ ຮອງ​​ຫົົວ​ໜ້າ​ຫ້ອງ​ການເມືອງ ໄດ້​ຜ່ານ​ບົດ​ແນະນຳ​ຂອງ ກົມ​ໃຫຍ່​ການເມືອງ​ກອງທັບ ແລະ ບົດ​ແນະນຳ​ຂອງ​ຄະນະ​ພັກ ວິທະຍາຄານ​ເຕັກນິກ​ການ​ທະຫານ ວ່າ​ດ້ວຍ​ການ ກະກຽມ​ດຳເນີນ​ກອງ​ປະຊຸມ​ໃຫຍ່​ຮາກ​ຖານ​ພັກ ໃນ​ທົ່ວ​​ອົົງ​ຄະນະ​ພັກ ​ວຕກ ໂດຍ​ປະຕິບັດ​ຕາມ​ຄຳ​ສັ່ງ​ແນະນຳ​ຂອງ​ກະຊວງ​ປ້ອງ​ກັນ​ປະເທດ ສະບັບ​ເລກ​ທີ 2381/​ຄພກປທ ລົງ​ວັນ​ທີ 20 ມິຖຸນາ 2018 ແລະ ບົດ​ແນະນຳ​ກົມ​ໃຫຍ່​​ການເມືອງ​ກອງທັບ ສະບັບ​ເລກ​ທີ 5336/​ກມທ, ລົງ​ວັນ​ທີ 16 ກັນຍາ 2022 ວ່າ​ດ້ວຍ​ການ​ກະກຽມ​ຈັດ​ຕັ້ງ​ດຳເນີນ​ກອງ​ປະຊຸມ​ໃຫຍ່​ຂອງ​ບັນດາ​ຮາກ​ຖານ​ພັກ ໃນ​​ທົົົ່ວ​ກອງທັບ ແລະ ບົດ​ຄຳ​ສັ່ງ​ແນະນຳ​ຂອງ​ຄະນະ​ພັກ ວິທະຍາຄານ​ເຕັກນິກ​ການ​ທະຫານ ວ່າ​ດ້ວຍ​ການ​ດຳເນີນ​ກອງ​ປະຊຸມ​ໃຫຍ່​ຮາກ​ຖານ​ພັກ ໃນ​ທົ່ວ​ວິທະຍາຄານ. ທັງ​ນີ້, ກໍ​ເພື່ອ​ແນໃສ່​ເຮັດ​ໃຫ້​ບັນດາ​ໜ່ວຍ​ພັກ​ຮາກ​ຖານ ມີ​ຄວາມ​ເປັນ​ເອກະ​ພາບ​ໃນ​ການຈັດຕັ້ງ​ປະຕິບັດ​ເນື້ອ​ໃນ​ແຜນການ​ກ່ຽວ​ກັບ​ການ​ດຳເນີນ​ກອງ​ປະຊຸມ​ໃຫຍ່​ຮາກ​ຖານ​ພັກ​ທົ່ວ ​ວຕກ ຢ່າງ​ຖືກຕ້ອງ, ເປັນ​ບັ້ນ​ດຳເນີນ​ຊີວິດ​ການເມືອງ​ປົວແປງ​ພາຍ​ໃນ​ພັກ, ສັງເກດ​ຕີ​ລາຄາ​ຄືນ ແບບແຜນ​ວິທີ​ນຳພາ, ວິທີ​ເຮັດ​ວຽກ, ປັບປຸງ​ບູລະນະອົງການ​ນຳພາ​ຂອງ​ພັກ ໃຫ້​ມີ​ຄວາມ​ປອດ​ໃສ​ເຂັ້ມແຂງ, ໜັກ​ແໜ້ນ; ສາມາດ​ນຳພາ, ບັນຊາ​ໜ່ວຍ​ພັກ​ຂອງ​ຕົນ ໃຫ້​ມີ​ຄວາມ​ເຂັ້ມແຂງ ຮັບປະກັນ​ຄວາມ​ສາມັກຄີ ເປັນ​ເອກະ​ພາບ​ສູງ​ຢູ່​ພາຍ​ໃນ​ພັກ ໂດຍ​ຕິດ​ພັນ​ກັບ 4 ໜ້າທີ່​ໃຫຍ່ 26 ແຜນ​ງານ​ຂອງ​ຄະນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ ແລະ ມະຕິ​ກອງ​ປະຊຸມ​ໃຫຍ່​ ຄັ້ງ​ທີ 2 ຂອງ ອົງຄະ​ນະ​ພັກ ວິທະຍາຄານ​ເຕັກນິກ​ການ​ທະຫານ ວາງ​ອອກ ໄປ​ຄຽງ​ຄູ່​ກັບ​ຂະ​ບວນ​ການ​ປິ່ນ​ອ້ອມ ​ວຕກ. ໃນ​ກອງ​ປະຊຸມ​ຍັງ​ໄດ້​ຜ່ານ​ມາດຖານເງື່ອນໄຂ, ຂັ້ນ​ຕອນ​ທາບ​ທາມ​ບຸກ​ຄະລາ​ກອນ ຜູ້​ທີ່​ຈະ​ເລືອກເຟັ້ນ​ເຂົ້າ​ໃນ​ຄະນະ​ໜ່ວຍ​ຊຸດ​ໃໝ່ ໃຫ້​ພຽບ​ພ້ອມ​ໄປ​ດ້ວຍ ຄຸນ​ທາດ​ການເມືອງ, ຄຸນສົມບັດ, ສິນ​ທຳ​ປະຕິວັດ, ຄວາມ​ຮູ້, ຄວາມ​ສາມາດ, ແບບແຜນ​ວິທີ​ນຳພາ​ເຮັດ​ວຽກ ແລະ ມີ​ສຸຂະພາບ​ແຂງແຮງ​ດີ. ໃນ​ໂອກາດ​ດຽວ​ກັນ ສະຫາຍ ພົນ​ຈັດຕະວາ ແສງ​ຍືນ ລັດສະໝີ ກໍ​ໄດ້​ໂອ້​ລົມ ແລະ ເນັ້ນ​ໜັກ​ໃຫ້​ແຕ່​ລະ​ໜ່ວຍ​ພັກ​ຮາກ​ຖານ, ບັນດາ​ອະນຸ​ກຳມະການ, ຄະນະ​ຊີ້​ນຳ ທຸກ​ພາກສ່ວນ​ຈົ່ງ​ຍົກ​ສູງ​ຄວາມ​ຮັບຜິດຊອບ, ຕິດຕາມ​ກວດກາ​ເນື້ອ​ໃນ, ກະກຽມ​ແຜນການ​ເປີດ​ກອງ​ປະຊຸມ​ໃຫຍ່ ໜ່ວຍ​ພັກ​ຮາກ​ຖານ​ໃຫ້​ຈັດ​ຂຶ້ນ​ພ້ອມ​ກັນ​ຢ່າງ​ເປັນ​ຂະ​ບວນ, ທັນ​ກັບ​ເວລາ, ສາມັກຄີ​ກັນ​ເຮັດ​ຈົນ​ສຳເລັດ ເພື່ອ​ເປັນ​ບ່ອນ​ອີງ​ໃຫ້​ແກ່​ການ​ກະກຽມ​ດຳເນີນ​ກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກ ວິທະຍາຄານ​ຄັ້ງ​ທີ 3 ໃຫ້​ດຳເນີນ​ໄປ​ດ້ວຍ​ຜົນສຳເລັດ​ຕາມ​ລະດັບ​ຄາດໝາຍ. ໂດຍ: ເພັດ​ນາລີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ