ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ມອບ-ຮັບ​ໜ້າທີ່ ເລຂາ​ຄະນະ​ພັກ ແລະ ລັດຖະມົນຕີ​ກະຊວງ​ການ​ເງິນ
ເວລາອອກຂ່າວ: 2023-02-06 09:51:12 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 196 | ຄວາມນິຍົມ:



ພິທີ​ມອບ-ຮັບ​ໜ້າທີ່ ເລຂາ​ຄະນະ​ພັກ ແລະ ລັດຖະມົນຕີ ກະຊວງ​ການ​ເງິນ ລະຫວ່າງ ທ່ານ ບຸນ​ໂຈມ​ ອຸບົນ​ປະເສີດ ກຳມະການ​ສູນ​ກາງ​ພັກ, ເລຂາ​ຄະນະ​ພັກ, ລັດຖະມົນຕີ​ກະຊວງ​ການ​ເງິນ (ຜູ້​ເກົ່າ) ແລະ ທ່ານ ສັນຕິພາບ ພົມວິຫານ ກຳມະການ​ສູນ​ກາງ​ພັກ, ເລຂາ​ຄະນະ​ພັກ, ລັດຖະມົນຕີ​ກະຊວງ​ການ​ເງິນ (ຜູ້​ໃໝ່) ໃນ​ວັນ​ທີ 3 ກຸມພາ 2023 ນີ້ ທີ່​ກະຊວງ​ການ​ເງິນ, ເພື່ອ​ສືບຕໍ່​ນຳພາ-ຊີ້​ນຳວຽກ​ງານ​ຕາມ​ການຈັດຕັ້ງ​ພັກ-ລັດ​ມອບ​ໝາຍ​ໃຫ້, ໂດຍ​ການ​ເຂົ້າ​ຮ່ວມ​ຂອງ ທ່ານ ສອນ​ໄຊ ສີ​ພັນ​ດອນ ກຳມະການ​ກົມ​ການເມືອງ​ສູນ​ກາງ​ພັກ, ນາຍົກລັດຖະມົນຕີ , ມີ​ຜູ້ຕາງໜ້າ​ຈາກ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ, ພ້ອມ​ດ້ວຍ​ອະດີດ​ການ​ນຳ​ຂັ້ນ​ສູງ ແລະ ພະນັກງານ​ຫຼັກ​ແຫຼ່ງ ກະຊວງ​ການ​ເງິນ ເຂົ້າ​ຮ່ວມ. ທ່ານ ນາງ ບຸດ​ສະ​ດີ ທະນະ​ເມືອງ ກຳມະການ​ສູນ​ກາງ​ພັກ, ຮອງ​ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ໄດ້​ຕາງໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ຜ່ານ​ບັນດາ​ນິຕິ​ ກຳ​ຕ່າງໆ ໂດຍ​ສະເພາະ​ເອກະສານ​ ວ່າ​ດ້ວຍ​ ການ​ຍົກຍ້າຍ ແລະ ແຕ່ງຕັ້ງເປັນຕົ້ນ​ແມ່ນ​ຄຳ​ສັ່ງ ຂອງ​ກົມ​ການເມືອງ​ສູນ​ກາງ​ພັກ ສະບັບ​ເລກ​ທີ 02/​ກມສພ, ລົງວັນ​ທີ 26 ມັງກອນ 2023 ວ່າ​ດ້ວຍ ການ​ຍົກຍ້າຍ​ພະນັກງານ​ການ​ນຳ​ຂັ້ນ​ສູງ​ໄປ​ຮັບ​ໜ້າທີ່​ໃໝ່ ແລະ ລັດ​ຖະ​ດຳລັດ​ຂອງ​ປະທານ​ປະເທດ​ວ່າ​ດ້ວຍ​ການ​ຍົກຍ້າຍ​ສະມາຊິກ​ລັດຖະບານ ໂດຍ​ຍົກຍ້າຍ ​ສະຫາຍ ບຸນ​ໂຈມ ອຸບົນ​ປະເສີດ ກຳມະການ​ສູນ​ກາງ​ພັກ ເລຂາ​ຄະນະ​ພັກ​ກະຊວງ, ລັດຖະມົນຕີ​ກະຊວງ​ການ​ເງິນ (ຜູ້​ເກົ່າ) ໄປ​ຮັບ​ໜ້າທີ່ໃໝ່​ຢູ່​ແຂວງ​ສະຫວັນ​ນະ​ເຂດ. ພ້ອມ​ດຽວ​ກັນ​ນີ້, ຍັງ​ໄດ້​ຜ່ານມະຕິ​ຕົກລົງ​ຂອງ​ຄະນະ​ເລຂາທິການ​ສູນ​ກາງ​ພັກ ສະບັບ​ເລກ​ທີ 280/​ຄລສພ ລົງ​ວັນ​ທີ 26 ມັງກອນ 2023 ວ່າ​ດ້ວຍ​ ການ​ແຕ່ງຕັ້ງ​ກຳມະການ​ຄະນະ​ພັກ, ກຳມະການ​ຄະນະ​ປະຈຳ​ພັກ​ກະຊວງ​ການ​ເງິນ, ມະຕິ​ຕົກລົງ​ຂອງ​ກົມ​ການເມືອງ​ສູນ​ກາງ​ພັກ ສະບັບ​ເລກ​ທີ 07/​ກມສພ ລົງ​ວັນ​ທີ 26 ມັງກອນ 2023 ວ່າ​ດ້ວຍ​ການ​ແຕ່ງຕັ້ງ​ເລຂາ​ຄະນະ​ພັກ​ກະຊວງ​ການ​ເງິນ ແລະ ລັດ​ຖະ​ດຳລັດ​ຂອງ​ປະທານ​ປະເທດ ສະບັບ​ເລກ​ທີ 010/​ປປທ ລົງ​ວັນ​ທີ 31 ມັງກອນ 2023 ວ່າ​ດ້ວຍ​ການ​ແຕ່ງຕັ້ງ​ສະມາຊິກ​ລັດຖະບານ ໂດຍ​ແຕ່ງຕັ້ງ ສະຫາຍ ສັນຕິພາບ ພົມວິຫານ ກຳມະການ​ສູນ​ກາງ​ພັກ ເປັນ​ເລຂາ​ຄະນະ​ພັກ​ກະຊວງ​ການ​ເງິນ ແລະ ເປັນ​ລັດຖະມົນຕີ​ກະຊວງ​ການ​ເງິນ (ຜູ້​ໃໝ່). ໂອກາດ​ນີ້, ທ່ານ ນາຍົກລັດຖະມົນຕີ ກໍ​ໄດ້​ໂອ້​ລົມ​ແລະ​ເນັ້ນ​ບາງ​ບັນຫາ​ຕໍ່​ຄະນະ​ນຳ​ກະຊວງ​ການ​ເງິນ ຕ້ອງ​ສຸມ​ໃສ່​ຈັດ​ຕັ້ງ​ປະຕິບັດ​ຮັກສາ​ສະຖຽນ​ລະ​ພາບ​ທາງ​ດ້ານ​ເສດຖະກິດ ໃຫ້​ໝັ້ນ​ທ່ຽງ ໂດຍ​ສະເພາະອັດຕາ​ເງິນ​ເຟີ້, ອັດຕາ​ແລກປ່ຽນ, ລາຄາ​ນ້ຳມັນ; ສືບຕໍ່​ຈັດ​ຕັ້ງ​ປະຕິບັດ​ວາລະ​ແຫ່ງ​ຊາດ​ຢ່າງ​ຫ້າວຫັນ ໂດຍ​ສະເພາະ ຊຸກຍູ້​ການ​ຜະລິດ​ເປັນ​ສິນຄ້າ​ສົ່ງ​ອອກ ເພື່ອ​ທົດ​ແທນ​ການ​ນຳ​ເຂົ້າ; ການ​ຄຸ້ມ​ຄອງ​ເງິນຕາ, ຫັນ​ເປັນ​ທັນ​ສະໄໝ; ຄຸ້ມ​ຄອງ​ລາຍ​ຮັບ-ລາຍ​ຈ່າຍ ຕິດ​ພັນ​ກັບ​ການ​ປະ​ຍັດ​ມັດທະຍັດ; ການ​ແກ້​ໄຂ​ໝີ້​ສິນ​ພາຍ​ໃນ ໂດຍ​ສະເພາະ​ໂຄງການ​ລົງທຶນ​ຂອງ​ລັດ ແລະ ໜີ້​ສິນ​ຂອງ​ລັດ​ວິ​ສາ​ຫະ​ກິດ​ຕ່າງໆ; ໃຫ້​ກະຊວງ​ການ​ເງິນ​ກວດກາ​ຄືນ ໄຈ້​ແຍກ​ແຕ່​ລະ​ສັນຍາ​ໂຄງການ ເນື່ອງ​ຈາກ​ມີ​ບາງ​ໂຄງການ​ສາມາດ​ສ້າງ​ລາຍ​ຮັບ​ໄດ້​ຫຼາຍ ເພື່ອ​ຫັນ​ບັນດາ​ໂຄງການ​ເຫຼົ່າ​ນີ້​ໃຫ້​ມີ​ສ່ວນ​ຮ່ວມ​ເພື່ອ​ຊ່ວຍ​ລັດຖະບານ; ເອົາໃຈໃສ່​ຈັດ​ເກັບ​ລາຍ​ຮັບ​ທາງ​ດ້ານ​ງົບປະມານ, ອັດຕາ​ການ​ຮົ່ວ​ໄຫຼ ຕ້ອງ​ຫັນ​ເປັນ​ທັນ​ສະໄໝ​ໃຫ້​ກວ້າງຂວາງ ແລະ ທົ່ວ​ເຖິງ​ແຕ່​ສູນກາງ​ລົງ​ຫາ​ທ້ອງຖິ່ນ​ຕື່ມ. ນອກຈາກ​ນີ້, ໃຫ້​ເອົາໃຈໃສ່​ກ່ຽວ​ກັບ​ການ​ບໍ​ລິ ຫານ​ຄຸ້ມ​ຄອງ​ລັດ​ດ້ວຍ​ກົດໝາຍ ເນື່ອງ​ຈາກ​ຄວາມ​ເອົາໃຈໃສ່​ໃນ​ການ​ປະຕິບັດ​ກົດໝາຍ ແລະ ການ​ບັງຄັບ​ໃຊ້​ກົດໝາຍ​ໃນ​ຂົງເຂດ​ການ​ເງິນ, ການ​ປະຕິບັດ​ຕໍ່​ການ​ລະເມີດ ແລະ ວິໄນ ຍັງ​ບໍ່​ທັນ​ເຂັ້ມ​ງວດ, ຂັ້ນ​ຂອດ​ການ​ບໍລິການ​ຍັງ​ຊັກ​ຊ້າ ແລະ ການຈັດຕັ້ງ​ຜັນ​ຂະຫຍາຍ​ໃນ​ການ​ປະຕິບັດ​ຄຳ​ສັ່ງ​ເລກ​ທີ 18 ຂອງ​ນາຍົກ​ວ່າ​ດ້ວຍ​ການ​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ຕ້ານ​ການ​ຮົ່ວ​ໄຫຼ​ດ້ານ​ງົບປະມານ​ຍັງ​ບໍ່​ທັນ​ເປັນ​ເອກະ​ພາບ ເປັນຕົ້ນ ຄວາມ​ເປັນ​ເຈົ້າ​ການ​ຂອງ​ບັນດາ​ກະຊວງ, ຂະແໜງການ ແລະ ທ້ອງຖິ່ນ​ຍັງ​ບໍ່​ທັນ​ເປັນ​ເຈົ້າ​ການ​ເທົ່າ​ທີ່​ຄວນ​ຕາມ​ທີ່​ໄດ້​ກຳນົດ​ໄວ້​ໃນ​ຄຳ​ສັ່ງ​ດັ່ງກ່າວ. ສະນັ້ນ, ໃຫ້​ກະຊວງ​ການ​ເງິນ​ກວດຄືນ; ພ້ອມ​ກັນ​ນີ້, ການ​ພັດທະນາ​ເຄື່ອງມື​ທີ່​ທັນ​ສະໄໝ​ເຂົ້າ​ໃນ​ການ​ຄຸ້ມ​ຄອງ​ການ​ຈັດ​ເກັບ​ລາຍ​ຮັບ ດ້ວຍ​ລະບົບ​ທີ່​ທັນ​ສະໄໝ ລວມ​ທຸກ​ຂົງເຂດ​ທີ່​ມີ​ແຫຼ່ງ​ລາຍ​ຮັບ ເພື່ອ​ອັດ​ຊ່ອງ​ວ່າງ​ການ​ຮົ່ວ​ໄຫຼ; ການ​ເກັບ​ລາຍ​ຮັບ​ຈາກ​ພາສີ​ທີ່​ດິນ ຍັງ​ຂາດ​ຂໍ້​ມູນ​ຂອງ​ທີ່​ດິນ ເພາະວ່າທີ່​ດິນ​ໄດ້​ແບ່ງ​ອອກ​ເປັນ​ຫຼາຍ​ປະເພດ​ທີ່​ດິນ ເຮັດ​ໃຫ້ການ​ເກັບ​ອາກອນ​ລາຍ​ໄດ້ ຍັງ​ບໍ່​ທັນ​ຖືກຕ້ອງ​ໃນ​ບາງ​ທ້ອງຖິ່ນ ແລະ ການ​ເກັບ​ຄ່າ​ທຳນຽມ​ປະຈຳ​ປີ ຍັງ​ບໍ່​ທັນ​ຄົບ​ຖ້ວນ​ຕາມ​ເວລາ. ໂດຍ: ມະນີ​ທອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ