

![]()
ສຳເລັດກອງປະຊຸມສະຫຼຸບວຽກງານປ້ອງກັນຊາດ ປະຈຳປີ 2022
ເວລາອອກຂ່າວ: 2023-02-06 09:48:34 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 244 | ຄວາມນິຍົມ:
ກອງປະຊຸມສະຫຼຸບວຽກງານປ້ອງກັນຊາດ ປະຈຳປີ 2022 ແລະ ວາງທິດທາງແຜນການວຽກງານຈຸດສຸມປະຈຳປີ 2023 ໄດ້ສຳເລັດລົງດ້ວຍໝາກຜົນອັນຈົບງາມພາຍຫຼັງດຳເນີນມາເປັນເວລາ 2 ວັນໃນລະຫວ່າງວັນທີ 2-3 ກຸມພາ 2023 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີ ຄະນະນຳກະຊວງປ້ອງກັນປະເທດ, ຜູ້ຕາງໜ້າຄະນະພັກ-ຄະນະບັນຊາບັນດາກົມ, ກອງບັນຊາການ, ກອງພົນ, ຫົວໜ່ວຍບໍລິສັດລັດວິສາຫະກິດກອງທັບ ແລະ ພະນັກງານຫຼັກແຫຼ່ງອ້ອມຂ້າງອົງການກະຊວງ ແລະ ບັນດາກົມກອງກຳລັງຫຼວງ, ກຳລັງທ້ອງຖິ່ນທົ່ວກອງທັບເຂົ້າຮ່ວມ.
ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ມີຄຳເຫັນສັງລວມ ແລະ ໃຫ້ທິດຊີ້ນຳຫຼາຍບັນຫາສຳຄັນ ເຊິ່ງກອງປະຊຸມໄດ້ພ້ອມກັນຄົ້ນຄວ້າຕີລາຄາສະພາບການທີ່ສົ່ງຜົນກະທົບຕໍ່ການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດໃນປີ 2022, ກໍຄືການເຄື່ອນໄຫວປັບປຸງກໍ່ສ້າງກຳລັງທາງດ້ານການເມືອງ-ແນວຄິດ ແລະ ການຈັດຕັ້ງ, ການປະຕິບັດໜ້າທີ່ຂອງບັນດາອົງການ, ກົມກອງ-ທ້ອງຖິ່ນ, ເຊິ່ງໄດ້ຍົກໃຫ້ເຫັນຜົນງານດ້ານຕັ້ງໜ້າ, ບັນດາຈຸດອ່ອນທີ່ຍັງຄົງຄ້າງ, ວິທີການແກ້ໄຂ ແລະ ເປັນເອກະພາບຕໍ່ທິດທາງວຽກງານຈຸດສຸມໃນປີຕໍ່ໜ້າ ເພື່ອສືບຕໍ່ກໍ່ສ້າງກອງທັບເປັນກອງທັບທີ່ມີແບບແຜນ ແລະ ທັນສະໄໝ. ໃນປີ 2022 ຄະນະພັກ-ຄະນະນຳກະຊວງ ໄດ້ຊີ້ນຳ ແລະ ຈັດຕັ້ງເຊື່ອມຊືມ-ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ມະຕິສະໄໝທີ V ຂອງຄະນະພັກກະຊວງປ້ອງກັນປະເທດຢ່າງມີຈຸດສຸມ ແລະ ແທດກັບຕົວຈິງ, ມີໝາກຜົນໃນຫຼາຍດ້ານເປັນຕົ້ນແມ່ນການເຮັດໜ້າທີ່ຮັກສາຄວາມສະຫງົບປອດໄພໃຫ້ການນຳພັກ-ລັດ, ແຂກພາຍໃນ ແລະ ຕ່າງປະເທດ, ປ້ອງກັນບັນດາກອງປະຊຸມທີ່ສຳຄັນຕ່າງໆ, ບັນດາວັນບຸນປະຫວັດສາດທີ່ສຳຄັນຂອງຊາດ, ຂອງພັກ, ຂອງກອງທັບ, ປ້ອງກັນສຳນັກງານອົງການ, ສະໜາມບິນ, ເສັ້ນທາງທຸລະກັນດານ, ບັນດາໂຄງການກໍ່ສ້າງຂອງລັດຖະບານ, ມີຄວາມສະຫງົບປອດໄພ100%.
ໃນບົດສະຫຼຸບໄດ້ຍົກໃຫ້ເຫັນເຖິງຄວາມຕັດສິນໃຈ, ຄວາມເອົາໃຈໃສ່ຂອງອົງການ, ກົມກອງ-ທ້ອງຖິ່ນຕໍ່ໜ້າທີ່ການເມືອງຂອງຕົນໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ມີຜົນສຳເລັດຫຼາຍດ້ານ, ເຖິງວ່າສະພາບເສດຖະກິດ-ການເງິນ ມີຄວາມຫຍຸ້ງຍາກເກີດຈາກຫຼາຍປັດໄຈເປັນຕົ້ນ ບັນຫານ້ຳມັນເຊື້ອໄຟແພງຂຶ້ນ, ສະບຽງອາຫານ, ໄພເງິນເຟີ້, ໄພພິບັດທຳມະຊາດ ແລະ ບັນຫາອື່ນໆ, ແຕ່ພະນັກງານ-ສະມາຊິກພັກ ພວກເຮົາສ່ວນຫຼາຍມີແນວຄິດອຸ່ນອ່ຽນທຸ່ນທ່ຽງ ແລະ ຫ້າວຫັນປະຕິບັດໜ້າທີ່ວຽກງານເຊິ່ງ ໄດ້ສະແດງອອກ: ຫຼາຍກົມກອງກຳລັງຫຼວງ ແລະ ກຳລັງທ້ອງຖິ່ນ ຍັງສືບຕໍ່ສຸມໃສ່ເຄື່ອນໄຫວປະຕິບັດໜ້າທີ່ຢູ່ເຂດທຸລະກັນດານ-ຫ່າງໄກສອກຫຼີກ, ຕັ້ງໜ້າບຸກບືນ, ຫ້າວຫັນ, ເປັນແບບຢ່າງ, ນຳພາ-ຊີ້ນຳ, ໃກ້ຊິດຕິດແທດ ແລະ ລົງເຮັດຕົວຈິງກັບອ້າຍນ້ອງດ້ວຍຄວາມຮັບຜິດຊອບສູງ ເຮັດສຳເລັດໜ້າທີ່ການເມືອງຂອງຕົນ, ປະກອບສ່ວນໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ໂດຍສະເພາະຮັບປະກັນໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບປອດໄພ, ສ້າງເງື່ອນໄຂເອື້ອອຳນວຍໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງຊາດ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ. ກອງທັບເຮົາ ຍັງມີຄວາມໜັກແໜ້ນ, ມີຄວາມຈົ່ງຮັກ ພັກດີຕໍ່ພັກ, ຕໍ່ປະເທດຊາດ ແລະ ປະຊາຊົນຢ່າງສຸດໃຈ; ສືບຕໍ່ເປັນກຳລັງຫຼັກແຫຼ່ງໃນການປະຕິບັດ ແນວທາງ ປກຊ-ປກສ ທົ່ວປວງຊົນຮອບດ້ານຂອງພັກ. ພ້ອມນັ້ນ, ໃນກອງປະຊຸມບັນດາກົມກອງໄດ້ຂຶ້ນປະກອບຄຳເຫັນຕໍ່ຂົງເຂດວຽກງານປ້ອງກັນຢ່າງກົງໄປກົງມາແລະມີຈຸດສຸມຢ່າງໜັກແໜ້ນ.
ໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ມີຄຳເຫັນໂອ້ລົມຊີ້ແຈງຕໍ່ບັນດາຄຳເຫັນ ແລະ ຄຳສະເໜີຂອງບັນດາກົມກອງ, ພ້ອມທັງເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາບັນດາກົມກອງເປັນເຈົ້າການ ເພີ່ມທະວີການນຳພາ-ຊີ້ນຳວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຮັບປະກັນສະຖຽນລະພາບ ແລະ ຄວາມຫມັ້ນຄົງຂອງຊາດ, ຕັ້ງໜ້າຍົກສູງສະຕິກຽມພ້ອມປະຕິບັດໜ້າທີ່ໄດ້ທຸກເວລາ, ເປັນເຈົ້າການຕ້ານທຸກກົນອຸບາຍເລລ່ຽມຂອງສັດຕູ, ທັບມ້າງຍຸດທະສາດຫັນປ່ຽນໂດຍສັນຕິຂອງອິດທິກຳລັງປໍລະປັກ, ເປັນເຈົ້າການໃນການປະຕິບັດແນວທາງ ປກຊ-ປກສ ທົ່ວປວງຊົນຮອບດ້ານຂອງພັກ, ປົກປັກຮັກສາລະບອບໃໝ່, ລະບອບປະຊາທິປະໄຕ ປະຊາຊົນໃຫ້ໝັ້ນຄົງ, ຮັບປະກັນໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງ, ມີຄວາມສະຫງົບປອດໄພທາງດ້ານສັງຄົມຢ່າງໜັກແໜ້ນ, ສືບຕໍ່ຈັດຕັ້ງກຳລັງລົງກໍ່ສ້າງຮາກຖານການເມືອງ, ສ້າງທ່າສະໜາມ 3 ຂັ້ນ ຕິດພັນກັບວຽກງານ 3 ສ້າງ ໂດຍສຸມໃສ່ບໍລິເວນຊາຍແດນ, ເຂດຫ່າງໄກສອກຫຼີກ ແລະ ບັນດາຈຸດສຸມຂອງກະຊວງ, ສົມທົບແໜ້ນ 3 ດ້ານໄປພ້ອມໆກັນ (ດ້ານການເມືອງ, ເສດຖະກິດ ແລະ ການທະຫານ) ກັບການປັບປຸງລະບົບການຈັດຕັ້ງຢູ່ຮາກຖານ ໃຫ້ໜັກແໜ້ນເຂັ້ມແຂງໃນທຸກດ້ານ, ເອົາໃຈໃສ່ຍົກສູງສະຕິລະວັງຕົວ, ກຽມພ້ອມສູ້ຮົບ, ເດັດດ່ຽວຕອບຕ້ານທຸກການເຄື່ອນໄຫວຂອງສັດຕູຢ່າງທັນການ, ສຸມໃສ່ແກ້ໄຂເຂດທີ່ຍັງບໍ່ມີຄວາມສະຫງົບ, ໜໍ່ແໜງທີ່ຈະພາໃຫ້ເກີດຄວາມບໍ່ສະຫງົບ ແລະ ມີມາດຕະການແກ້ໄຂຄ່ອງແຄ້ວເດັດຂາດ. ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ເລິກເຊິ່ງແທດເຖິງແຕ່ລະເປົ້າໝາຍ, ອົບຮົມທາດແທ້ມູນເຊື້ອກອງທັບປະຕິວັດ, ກອງທັບປະຊາຊົນໃນເງື່ອນໄຂໃຫມ່ໃຫ້ດີ ຕິດພັນກັບການເກັບກຳສະພາບການເມືອງ-ແນວຄິດຂອງພະນັກງານ-ນັກຮົບທົ່ວກອງທັບ; ສຸມໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດ ໃຫ້ເລິກເຊິ່ງ ແລະ ທົ່ວເຖິງ,ສຶກສາອົບຮົມການເມືອງ-ນຳພາແນວຄິດຕ້ອງແຫຼມຄົມ, ເຮັດດ້ວຍຫຼາຍຮູບການ, ຫຼາຍວິທີການ ແລະ ມີເນື້ອໃນອຸດົມສົມບູນ, ມີຊີວິດຊີວາ ເພື່ອສ້າງຄວາມຮັບຮູ້, ເຂົ້າໃຈຕໍ່ແນວທາງນະໂຍບາຍ, ລະບຽບກົດໝາຍຂອງພັກ-ລັດ ເລິກເຊິ່ງ, ແທດເຖິງ ແລະ ສ້າງໃຫ້ມີການປ່ຽນແປງໃໝ່ຢ່າງແທ້ຈິງ.

news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ