

![]()
ການສ້າງພະລາທິການກັບທີ່ຢູ່ ທະຫານແຂວງຫຼວງພະບາງ ມີໝາກຜົນດີ
ເວລາອອກຂ່າວ: 2023-02-06 09:05:17 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 98 | ຄວາມນິຍົມ:
ເວົ້າເຖິງແຂວງຫຼວງພະບາງ ແລ້ວ, ໃຜໆກໍຄົງຮູ້ດີແລ້ວວ່າ ເປັນທ້ອງຖິ່ນທີ່ກວມເອົາພູຜາ ປ່າໄມ້ເປັັນສ່ວນຫຼາຍ, ເນື້ອທີ່ທົ່ງ ພຽງມີຈຳກັດ ອັນເປັນສາເຫດ ພາໃຫ້ການຂະຫຍາຍການຜະ ລິດມີຄວາມຫຍຸ້ງຍາກ ໂດຍສະ ເພາະແມ່ນຢູ່ກອງບັນຊາການທະຫານແຂວງຫຼວງພະບາງ ປະສົບຂໍ້ຫຍຸ້ງຍາກໃນການສ້າງເສດຖະກິດແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ນັກຮົບ ແລະ ການປັບປຸງກໍ່ສ້າງກົມ ກອງໃນດ້ານຕ່າງໆ.
ໂດຍເຊື່ອມຊຶມກຳແໜ້ນແນວ ທາງເສດຖະກິດຂອງພັກໃນໄລ ຍະໃໝ່ ກໍຄືທິດນຳຂອງຄະນະພັກກະຊວງປ້ອງກັນປະເທດ ແລະ ກົມໃຫຍ່ພະລາທິການກອງທັບວາງອອກ ກ່ຽວກັບການຍົກສູງຈິດໃຈ ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ໂດຍການໝູນໃຊ້ສູດ 4 ປູກ 4 ລ້ຽງ ໃຫ້ແທດເໝາະກັບ ສະພາບແວດລ້ອມ ແລະ ເງື່ອນ ໄຂຕົວຈິງຂອງກົມກອງທ້ອງຖິ່ນນັ້ນ, ຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານແຂວງ ກໍຄືຄະນະພັກ-ຄະນະບັນຊາແຕ່ ລະຂັ້ນໃນກຳລັງທ້ອງຖິ່ນແຂວງ ຫຼວງພະບາງ ໄດ້ເປັນເຈົ້າການ ແລະ ຖືເປັນຄວາມຮັບຜິດຊອບການເມືອງຂອງຕົນສຶກສາອົບຮົມ ແລະ ຈັດຕັ້ງຊີ້ນຳພະນັກງານ-ນັກຮົບຂອງຕົນເຂົ້າຮ່ວມເຄື່ອນໄຫວວຽກງານດັ່ງກ່າວ ໂດຍຖື ເອົາຜົນສຳເລັດ ແລະ ປະສິດທິຜົນ ຂອງວຽກງານການຜະລິດສ້າງ ເສດຖະກິດ ເປັນເງື່ອນໄຂມາດ ຖານໜຶ່ງໃນການສ້າງກອງຕົວແບບ ແລະ ສ້າງກອງວັດທະນະ ທຳພ້ອມກັນຜ່ານຜ່າຂໍ້ຫຍຸ້ງຍາກ ຕ່າງໆ ບົນພື້ນຖານທ່າແຮງບົ່ມ ຊ້ອນຂອງກົມກອງຈັດຕັ້ງປູກ ຝັງ-ລ້ຽງສັດຢ່າງເປັນຂະບວນ ເຮັດໃຫ້ມີຫຼາຍປັດໄຈໃໝ່ພົ້ນເດັ່ນຂຶ້ນ.
ອີງຕາມບົດສະຫຼຸບວຽກງານຮອບດ້ານ ປະຈຳປີ 2022 ຂອງກອງບັນຊາການທະຫານແຂວງຫຼວງພະບາງ ໃຫ້ເຫັນວ່າ: ການຈັດຕັ້ງເຮັດສວນຄົວປູກພືດຜັກຕາມລະດູການ ເພື່ອປ້ອນເຂົ້າເຮືອນຄົວລວມ, ການປູກພືດເປັນສິນຄ້າ, ພືດທາດແປ້ງ ແລະ ຕົ້ນໄມ້ອຸດສາຫະກຳລວມທັງການລ້ຽງສັດປະເພດຕ່າງໆເຫັນໄດ້ວ່າມີການຂະຫຍາຍຕົວດີສົມຄວນ ໃນນີ້, ໄດ້ປູກຜັກຊະ ນິດຕ່າງໆ ໃນເນື້ອທີ່ 33,26 ເຮັກ ຕາ, ສາມາດໃຫ້ຜົນຜະລິດ 178,796 ກີໂລກຣາມ, ເປັນ ມູນຄ່າ 893.980.000 ກີບ, ປູກໄມ້ ໃຫ້ໝາກເນື້ອທີ່ 12,25 ເຮັກຕາ, ຈຳນວນ 20.181 ຕົ້ນ, ເນື້ອທີ່ປູກໄມ້ອຸດສາຫະກຳ 40.22 ເຮັກຕາ, ຈຳນວນ 66.596 ຕົ້ນ. ທົ່ວກອງບັນຊາການທະ ຫານແຂວງ ມີສວນຜັກໃນເຮືອນຮົ່ມ 50 ຫຼັງ. ຜົນຜະລິດທັງໝົດນັ້ນ ນອກຈາກຈະໄດ້ນຳໃຊ້ເຂົ້າໃນການສະໜອງແກ່ຄາບເຂົ້າປະຈຳວັນຂອງກົມກອງແລ້ວ ສ່ວນໜຶ່ງກໍໄດ້ຂາຍອອກສູ່ທ້ອງຕະຫຼາດ ເພື່ອສ້າງລາຍຮັບແກ່ກົມກອງ. ສ່ວນດ້ານການປູກໄມ້ໃຫ້ໝາກນັ້ນ ແຕ່ລະປີບັນດາກົມກອງ, ອົງການນອກຈາກປູກຢູ່ ດິນລວມແລ້ວ ຍັງໄດ້ປູກເພີ່ມໃສ່ເນື້ອທີ່ດິນເປົ່າວ່າງອ້ອມຂ້າງສຳນັກງານ, ອົງການ ແລະ ກົມກອງ ເພື່ອໃຫ້ຮົ່ມ ແລະ ຊົມໃຊ້.
ດ້ານການລ້ຽງສັດກໍເຫັນວ່າ ໄດ້ມີການຂະຫຍາຍຕົວ ຍ້ອນຄະນະພັກ-ຄະນບັນຊາແຕ່ລະຂັ້ນໄດ້ໃຫ້ຄວາມສຳຄັນ ແລະ ໄດ້ເອົາໃຈໃສ່ຊີ້ນຳ-ນຳພາປະຕິບັດຢ່າງຈົດຈໍ່ ເພື່ອໃຫ້ກາຍເປັນທ່າ ແຮງທາງດ້ານເສດຖະກິດຂອງ ກົມກອງ ເຊິ່ງປັດຈຸບັນທົ່ວທະ ຫານແຂວງຫຼວງພະບາງ ມີຄວາຍ-ງົວເດີມ 968 ໂຕ, ເພີ່ມຂຶ້ນ 189 ໂຕ, ໝູ-ແບ້ ຈຳນວນເດີມ 350 ໂຕ, ເພີ່ມຂຶ້ນ 220 ໂຕ, ປະເພດສັດປີກ ມີ 17.372 ໂຕ, ລ້ຽງປາ 175.877 ກວ່າໂຕ, ເອົາອອກຂາຍ ແລ້ວເກືອບ 19.000 ກີໂລກຣາມ.
ສັງລວມແລ້ວໃນປີ 2022 ທີ່ຜ່ານມາ, ທົ່ວທະຫານແຂວງຫຼວງພະບາງ ສາມາດສ້າງລາຍຮັບຈາກການປູກຝັງ-ລ້ຽງສັດ, ການບໍລິການເຮືອນພັກ, ໂຮງງານຜະລິດນ້ຳດື່ມ ແລະ ອື່ນໆໄດ້ທັງໝົດ 7.851.200.000 ກີບ, ທຽບໃສ່ແຜນການເພີ່ມຂຶ້ນ 23% ເຊິ່ງໄດ້ສ້າງພື້ນຖານທີ່ດີແກ່ການເສີມຂະຫຍາຍວຽກງານແກ້ໄຊຊີວິດການເປັນຢູ່ໃນຕໍ່ໜ້າ ແລະ ຍາວນານ, ຮັບປະກັນໃຫ້ແກ່ການລ້ຽງດູທັບດີຂຶ້ນກວ່າເກົ່າ.
ທຶນຮອນດັ່ງກ່າວນັ້ນ ແມ່ນໄດ້ສົມທົບກັບທຶນຂອງແຂວງ, ກະຊວງປ້ອງກັນປະເທດ ແລະ ທຶນຊ່ວຍເຫຼືອ ກໍ່ສ້າງຫ້ອງການກອງບັນຊາການທະຫານແຂວງ ເປັນອາຄານ 3 ຊັ້ນ, ກໍ່ສ້າງຫ້ອງ ການ ປກຊ-ປກສ, ສ້ອມແປງເສັ້ນທາງເຂົ້າກອງບັນຊາການທະຫານແຂວງ, ກໍ່ສ້າງເຮືອນໄວ້ລົດເຄື່ອນທີ່ໄວ, ສ້ອມແປງລະບົບໄຟຟ້າ, ນ້ຳປະປາ, ສວນດອກໄມ້ຫ້ອງພະລາທິການ, ສ້ອມ ແປງຫ້ອງນ້ຳ, ສູນບັນຊາສື່ສານ ພ້ອມທັງບຸກເບີກກໍ່ສ້າງຄ້າຍກອງ ຮ້ອຍ 26 ສຳເລັດ. ນອກນີ້ຍັງມີຫຼາຍໂຄງການພວມດຳເນີນການປັບປຸງກໍ່ສ້າງ ແນໃສ່ເຮັດໃຫ້ລະບົບຄ້າຍຄູຢູ່ກອງບັນຊາການທະຫານແຂວງຫຼວງພະບາງ ແລະ ບັນດາກົມກອງຂຶ້ນກັບເຂົ້າສູ່ລະບົບ ຕາມທິດສ້າງກົມກອງວັດທະນະທຳ-ນັກຮົບວັດທະນະທຳ ກໍຄືທິດກໍ່ສ້າງກອງ ທັບມີແບບແຜນ ແລະ ທັນສະໄໝ ໃຫ້ປະກົດຜົນເປັນຈິງ.
ໂດຍ: ຄອນສະຫວັນ ໄຊຍະລາດ

news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ