ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກະຊວງ​ປ້ອງ​ກັນ​ປະເທດ ສະຫຼຸບ​ຕີ​ລາຄາ ວຽກ​ງານ​ປ້ອງ​ກັນ​ຊາດ ປະຈຳ​ປີ 2022
ເວລາອອກຂ່າວ: 2023-02-03 09:06:29 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 626 | ຄວາມນິຍົມ:



ໃນ​ວັນ​ທີ 2 ກຸມພາ 2023 ນີ້, ກະຊວງ​ປ້ອງ​ກັນ​ປະເທດ ໄດ້​ຈັດ​ກອງ​ປະຊຸມ​ສະຫຼຸບ​ຕີ​ລາຄາ​ວຽກ​ງານ​ປ້ອງ​ກັນ​ຊາດ ປະຈຳ​ປີ 2022 ແລະ ວາງທິດທາງ ​ແຜນການ​ວຽກ​ງານຈຸດ​ສຸມ​ປະ ຈຳ​ປີ 2023 ໂດຍ​ການເປັນປະທານ​ຂອງ ສະຫາຍ ພົນ​ເອກ ຈັນ​ສະໝອນ ຈັນ​ຍາ​ລາດ ກຳມະການ​ກົມ​ການເມືອງ​ສູນ​ການ​ພັກ, ຮອງ​ນາຍົກ​ລັດ​ຖະມົນຕີ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ, ມີ​ບັນດາ​ສະຫາຍ​ຄະນະ​ນຳ​ກະຊວງ​ປ້ອງ​ກັນ​ປະເທດ, ບັນດາກົມໃຫຍ່, ຫ້ອງ​ວ່າການ​ກະຊວງ, ຄະນະ​ພັກ-ຄະນະ​ບັນຊາ​ກົມ​ກອງ​ກຳລັງ​ຫຼວງ, ກຳລັງ​ທ້ອງຖິ່ນ​ທົ່ວ​ກອງທັບ​ເຂົ້າ​ຮ່ວມ. ໃນ​ພິທີ, ສະຫາຍ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ ໄດ້​ກ່າວ ​ເປີດ​ກອງ​ປະຊຸມ ມີ​ບາງຕອນ ​ສະຫາຍ​ກ່າວ​ວ່າ: ການ​ດຳເນີນ​ກອງ​ປະຊຸມ​ຄັ້ງ​ນີ້ ແມ່ນ​ໃນ​ທ່າມ ກາງ​ບັນຍາກາດ​ທີ່​ທົ່ວ​ພັກ, ທົ່ວ​ລັດ, ທົ່ວ​ກອງທັບ ແລະ ປວງ​ຊົນ​ລາວ​ທັງ​ຊາດ ພວມ​ສຸມ​ໃສ່​ຈັດ​ຕັ້ງ​ປະຕິບັດ ແລະ ຜັນ​ຂະຫຍາຍ​ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ XI ຂອງ​ພັກ, ແຜນ​ພັດທະນາ​ເສດຖະກິດ ສັງຄົມ 5 ປີ​ຄັ້ງ​ທີ IX ໃຫ້​ເຂົ້າ​ສູ່​ຊີວິດ​ຕົວ​ຈິງ​ຢ່າງ​ເປັນ​ຂະ​ບວນ​ການ​ກວ້າງຂວາງ​ໃນ​ທົ່ວ​ສັງຄົມ, ສະເພາະ​ກອງທັບ​ເຮົາ ພວມ​ຈັດ​ຕັ້ງ​ຜັນ​ຂະຫຍາຍ​ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ V ຂອງ​ອົງຄະ​ນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ​ເຂົ້າ​ສູ່​ຊີວິດ​ຕົວ​ຈິງ, ພ້ອມ​ນີ້, ບັນດາ​ກົມ​ກອງ-ທ້ອງຖິ່ນ ກໍ​ໄດ້​ສຳເລັດ​ການຈັດຕັ້ງ​ສະເຫຼີມສະຫຼອງ​ວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ ຄົບຮອບ 74 ປີ ຕິດ​ພັນ​ກັບ​ຂະ​ບວນ​ການ​ກໍ່ສ້າງ​ໜ່ວຍ​ພັກ​ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ, ການ​ກໍ່ສ້າງ​ກອງ 3 ປອດ (ປອດ​ໃສ, ປອດ​ໄພ, ປອດ​ຄະດີ), ການສ້າງ​ກົມ​ກອງ​ວັດທະນະທຳ ແລະ ນັກຮົບ​ວັດທະນະທຳ, ຂະບວນ​ການ​ແຂ່ງ ຂັນ​ຮັກ​ຊາດ ແລະ ພັດທະນາເຕັມ​ໄປດ້ວຍເນື້ອໃນຄວາມ​ໝາຍເລິກ ເຊິ່ງ, ມີ​ບັນຍາກາດ​ຟົດຟື້ນ, ກວ້າງຂວາງ ໃນ​ທົ່ວ​ກອງທັບ. ໃນ​ປີ 2022 ຜ່ານ​ມາ, ການ​ຊີ້​ນຳ-ນຳພາ​ຂອງ​ຄະນະ​ພັກ​ກະ ຊວງ​ປ້ອງ​ກັນ​ປະເທດ ກໍ​ຄື​ຄະນະ​ພັກ-ຄະນະ​ບັນຊາ​ແຕ່​ລະ​ຂັ້ນ ໃນ​ການຈັດຕັ້ງ​ປະຕິບັດ​ແນວທາງ​ນະ ໂຍບາຍ​ຂອງ​ພັກ ແລະ ວຽກງານ ​ຈຸດ​ສຸມ​ຂອງກະຊວງ​ປ້ອງກັນ​ປະເທດ ພວກ​ເຮົາ​ສາມາດ​ຍາດ​ໄດ້​ຜົນສຳເລັດ​ໃນ​ຫຼາຍ​ດ້ານ, ຮັບ ປະກັນ​ສະຖຽນ​ລະ​ພາບ​ທາງ​ດ້ານ​ການເມືອງ, ມີ​ຄວາມ​ສະຫງົບ, ມີ​ຄວາມ​ເປັນ​ລະບຽບ​ຮຽບ​ຮ້ອຍ​ໃນ​ສັງຄົມ, ແກ້​ໄຂ​ຄວາມທຸກ​ຍາກ​ຂອງ​ປະຊາຊົນ​ຢ່າງ​ໜັກແໜ້ນ ເຮັດ​ໃຫ້​ບົດບາດ​ອິດ​ທິ​ພົນ​ຂອງ​ຊາດ​ລາວ​ເຮົາ ​ພົ້ນ​ເດັ່ນ​ຂຶ້ນໃນເວ ທີ​ສາກົນ ແລະ ພາກ​ພື້ນ. ໃນນັ້ນ, ກອງທັບ​ເຮົາ​ໄດ້​ເປັນ​ກຳລັງ​ຫຼັກ​ແຫຼ່ງ​ໃນ​ການ​ປ້ອງ​ກັນ​ບັນດາ​ວັນ​ບຸນ ແລະ ກອງ​ປະຊຸມສຳຄັນມີ​ຄວາມ​ສະຫງົບ​ປອດ​ໄພ 100%, ສ້າງ​ໄດ້​ຄວາມ​ເຊື່ອໝັ້ນ, ຄວາມ​ໄວ້​ວາງໃຈ​ຈາກການ​ນຳ​ພັກ-ລັດ ກໍ​ຄືປະຊາຊົນ​ບັນດາເຜົ່າ, ໄດ້​ສຸມ​ໃສ່​ຮັບປະກັນ​ປົກ​ປັກ​ຮັກສາ​ອຳນາດ​ອະທິປະ​ໄຕ​ຂອງ​ຊາດ, ຮັບປະກັນ​ເຮັດ​ໃຫ້​ການເມືອງ​ມີ​ສະຖຽນ​ລະ​ພາບ, ສັງຄົມ​ມີ​ຄວາມ​ສະຫງົບ-ປອດໄພໂດຍພື້ນຖານ, ການ​ປະຕິບັດແນວທາງ​ ແຜນ​ນະໂຍບາຍ​ຂອງ​ພັກ, ການ​ພັດທະນາ​ເສດຖະກິດ, ວັດທະ ນະທຳ-ສັງຄົມ ມີ​ການ​ຂະຫຍາຍຕົວ, ຊີວິດ​ການ​ເປັນ​ຢູ່​ຂອງ​ປະ ຊາຊົນ​ໄດ້​ຮັບ​ການ​ປັບປຸງ​ດີ​ຂຶ້ນ​ເປັນ​ກ້າວໆ, ການ​ປັບປຸງ​ກໍ່ສ້າງ​ກອງທັບ​ເຮົາ ກໍ​ມີ​ຫຼາຍ​ດ້ານ​ພົ້ນ​ເດັ່ນ​ຂຶ້ນ ແລະ ກ້າວເຂົ້າ​ສູ່​ຄວາມ​ເປັນ​ລະບຽບ, ມີ​ແບບ ແຜນ ແລະ ທັນ​ສະໄໝ, ແຕ່​ເຫັນວ່າ​ຍັງ​ມີ​ຫຼາຍ​ບັນຫາທີ່​ພວກ​ເຮົາ​ຈະ​ຕ້ອງ​ໄດ້​ສຸມ​ໃສ່​ແກ້​ໄຂ​ເປັນຕົ້ນ​ແມ່ນ​ປະກົດ​ການ​ຫຍໍ້ທໍ້​ຕ່າງໆ, ຄຸນ​ທາດ​ການເມືອງຂອງ​ພະນັກງານ​ຈຳນວນ​ໜຶ່ງ​ຍັງ​ມີ​ການ​ເຊື່ອມ​ຖອຍ​ລົງ, ຂາດ​ຄວາມ​ຈູບ​ຈ້າວ​ຫ້າວຫັນ​ຕໍ່ວຽກງານ, ບັນຫາ​ຢາ​ເສບ​ຕິດ, ການ​ຄ້າ​ມະນຸດ, ອາດຊະຍາ​ກຳ ແລະ ອື່ນໆ, ເຊິ່ງ​ໄດ້​ສົ່ງ​ຜົນກະທົບໂດຍ​ກົງ ​ຕໍ່​ການ​ພັດທະນາ​ເສດຖະກິດ-ສັງຄົມ ເວົ້າ​ລວມ, ເວົ້າ​ສະເພາະ ກໍ​ຄືການ​ປັບປຸງ​ກໍ່ສ້າງກອງທັບ​ເຮົາ, ໄປ​ພ້ອມ​ກັນ​ນັ້ນ, ການຈັດ ຕັ້ງ​ປະຕິບັດ​ແນວທາງ​ແຜນ​ນະ ໂຍບາຍ​ຂອງ​ພັກ ແລະ ວຽກ​ງານ​ຈຸດ​ສຸມ​ຂອງ​ກະຊວງ, ເປັນຕົ້ນ​ແມ່ນ​ວຽກ​ງານ​ເຮັດ​ໃຫ້​ສະພາບ​ມີ​ຄວາມ​ສະຫງົບ, ການ​ປັບປຸງ​ກໍ່ສ້າງ​ກຳລັງ, ການ​ປະກອບສ່ວນ​ພັດທະນາ​ເສດຖະກິດ, ວັດທະນະທຳ-ສັງຄົມ ກໍ​ຄືວຽກ​ງານ​ອື່ນໆ ຂອງ​ກອງທັບ​ເຮົາ ມີ​ບາງ​ດ້ານ​ຕ້ອງ​ໄດ້​ເບິ່ງ​ຄືນ ແລະ ພ້ອມ​ກັນຄົ້ນຄວ້າ​ໃຫ້​ຈະແຈ້ງ ເພື່ອ​ມີ​ວິທີ​ການຊຸກຍູ້-ຊີ້​ນຳ​ການຈັດຕັ້ງ​ປະຕິບັດ​ໃຫ້​ມີ​ການ​ຫັນປ່ຽນ​ດີ​ຂຶ້ນ​ກວ່າ​ເກົ່າ. ສະຫາຍ ພົນ​ເອກ ຈັນ​ສະໝອນ ຈັນ​ຍາ​ລາດ ໄດ້​ກ່າວ​ຕື່ມ​ວ່າ: ກອງ​ ປະຊຸມ​ຄັ້ງ​ນີ້ ພວກເຮົາຈະໄດ້ພ້ອມ ​ກັນ​ສັງເກດ-ຕີ​ລາຄາ​ການຈັດຕັ້ງ​ ປະຕິບັດ​ວຽກ​ງານ​ປ້ອງ​ກັນ​ຊາດ​ໃນ​ປີຜ່ານມາ ໂດຍ​ສະເພາະ​ແມ່ນ​ວຽກ​ງານ​ປິ່ນ​ອ້ອມ 4 ໜ້າທີ່​ໃຫຍ່ 26 ແຜນ​ງານ ທີ່​ຄະນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ​ວາງ​ອອກ ເພື່ອ​ຄວາມ​ເປັນ​ເອກະ​ພາບ​ໃນ​ການ​ປັບປຸງ​ກໍ່ສ້າງ​ກອງທັບ​ເຮົາ ໃຫ້​ມີ​ການຫັນປ່ຽນໃໝ່ຢ່າງ ​ຕັ້ງໜ້າ ແລະ ພ້ອມ​ກັນຄົ້ນຄວ້າ ​ເປັນເອກະພາບທິດທາງແຜນ ການ​ ທີ່​ຈະ​ສຸມ​ໃສ່​ຈັດ​ຕັ້ງ​ປະຕິບັດ​ໃນ​ປີ 2023, ບົນ​ພື້ນຖານ​ຍົກ​ສູງ​ຈິດ​ໃຈຄວາມ​ເປັນ​ເຈົ້າ​ການ, ເສີມ​ຂະຫຍາຍ​ປະຊາທິປະໄຕ ແລະ ມີ​ຄວາມ​ຮັບຜິດຊອບ​ໃນ​ການ​ເບິ່ງ​ບັນຫາ, ຕີ​ລາຄາ​ສະພາບ​ການ​ຢ່າງ​ພາວະ​ວິໄສ, ເບິ່ງ​ຄືນ​ບັນດາ​ໜ້າ​ວຽກ​ທີ່​ເຮັດ​ໄດ້ ແລະ ບັນຫາ​ທີ່​ຍັງ​ຄົງ​ຄ້າງ ເພື່ອ​ກຳນົດ​ທິດ​ທາງ​ວຽກ​ງານ​ຈຸດ​ສຸມ​ໃນ​ປີ 2023 ໃຫ້​ແທດເໝາະ​ກັບ​ສະພາບ​ຕົວ​ຈິງ​ຂອງ​ກອງທັບ​ເຮົາ, ບົນ​ພື້ນຖານ​ການ​ຊຸກຍູ້​ຂະ​ບວນ​ການ​ປະຕິບັດ​ໜ້າທີ່​ວຽກ​ງານ​ໃນ​ດ້ານ​ຕ່າງໆ​ດ້ວຍ​ຈິດໃຈ​ບຸກ​ທະລຸ, ມີ​ການ​ຫັນປ່ຽນ​ທີ່​ຕັ້ງໜ້າ​ຫຼາຍ​ຂຶ້ນ ແລະ ເກີດ​ໝາກຜົນ​ຕົວ​ຈິງ. ກອງ​ປະຊຸມ​ສະຫຼຸບ​ວຽກ​ງານ​ປ້ອງ​ກັນ​ຊາດ ປະຈຳ​ປີ 2022 ຂອງ​ກະຊວງ​ປ້ອງ​ກັນ​ປະເທດ ຈະ​ດຳເນີນ​ເປັນ​ເວລາ 2 ວັນ​ຈຶ່ງ​ຈະ​ອັດ​ລົງ. ໂດຍ: ບົວ​ລາ ສໍ​ລາ​ວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ