ກະຊວງປ້ອງກັນປະເທດ ສະຫຼຸບຕີລາຄາ ວຽກງານປ້ອງກັນຊາດ ປະຈຳປີ 2022
ເວລາອອກຂ່າວ: 2023-02-03 09:06:29 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 645 | ຄວາມນິຍົມ:
ໃນວັນທີ 2 ກຸມພາ 2023 ນີ້, ກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມສະຫຼຸບຕີລາຄາວຽກງານປ້ອງກັນຊາດ ປະຈຳປີ 2022 ແລະ ວາງທິດທາງ ແຜນການວຽກງານຈຸດສຸມປະ ຈຳປີ 2023 ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນການພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາສະຫາຍຄະນະນຳກະຊວງປ້ອງກັນປະເທດ, ບັນດາກົມໃຫຍ່, ຫ້ອງວ່າການກະຊວງ, ຄະນະພັກ-ຄະນະບັນຊາກົມກອງກຳລັງຫຼວງ, ກຳລັງທ້ອງຖິ່ນທົ່ວກອງທັບເຂົ້າຮ່ວມ.
ໃນພິທີ, ສະຫາຍ ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ກ່າວ ເປີດກອງປະຊຸມ ມີບາງຕອນ ສະຫາຍກ່າວວ່າ: ການດຳເນີນກອງປະຊຸມຄັ້ງນີ້ ແມ່ນໃນທ່າມ ກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ປວງຊົນລາວທັງຊາດ ພວມສຸມໃສ່ຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ ສັງຄົມ 5 ປີຄັ້ງທີ IX ໃຫ້ເຂົ້າສູ່ຊີວິດຕົວຈິງຢ່າງເປັນຂະບວນການກວ້າງຂວາງໃນທົ່ວສັງຄົມ, ສະເພາະກອງທັບເຮົາ ພວມຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດເຂົ້າສູ່ຊີວິດຕົວຈິງ, ພ້ອມນີ້, ບັນດາກົມກອງ-ທ້ອງຖິ່ນ ກໍໄດ້ສຳເລັດການຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ ຕິດພັນກັບຂະບວນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ການກໍ່ສ້າງກອງ 3 ປອດ (ປອດໃສ, ປອດໄພ, ປອດຄະດີ), ການສ້າງກົມກອງວັດທະນະທຳ ແລະ ນັກຮົບວັດທະນະທຳ, ຂະບວນການແຂ່ງ ຂັນຮັກຊາດ ແລະ ພັດທະນາເຕັມໄປດ້ວຍເນື້ອໃນຄວາມໝາຍເລິກ ເຊິ່ງ, ມີບັນຍາກາດຟົດຟື້ນ, ກວ້າງຂວາງ ໃນທົ່ວກອງທັບ.
ໃນປີ 2022 ຜ່ານມາ, ການຊີ້ນຳ-ນຳພາຂອງຄະນະພັກກະ ຊວງປ້ອງກັນປະເທດ ກໍຄືຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ໃນການຈັດຕັ້ງປະຕິບັດແນວທາງນະ ໂຍບາຍຂອງພັກ ແລະ ວຽກງານ ຈຸດສຸມຂອງກະຊວງປ້ອງກັນປະເທດ ພວກເຮົາສາມາດຍາດໄດ້ຜົນສຳເລັດໃນຫຼາຍດ້ານ, ຮັບ ປະກັນສະຖຽນລະພາບທາງດ້ານການເມືອງ, ມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ແກ້ໄຂຄວາມທຸກຍາກຂອງປະຊາຊົນຢ່າງໜັກແໜ້ນ ເຮັດໃຫ້ບົດບາດອິດທິພົນຂອງຊາດລາວເຮົາ ພົ້ນເດັ່ນຂຶ້ນໃນເວ ທີສາກົນ ແລະ ພາກພື້ນ. ໃນນັ້ນ, ກອງທັບເຮົາໄດ້ເປັນກຳລັງຫຼັກແຫຼ່ງໃນການປ້ອງກັນບັນດາວັນບຸນ ແລະ ກອງປະຊຸມສຳຄັນມີຄວາມສະຫງົບປອດໄພ 100%, ສ້າງໄດ້ຄວາມເຊື່ອໝັ້ນ, ຄວາມໄວ້ວາງໃຈຈາກການນຳພັກ-ລັດ ກໍຄືປະຊາຊົນບັນດາເຜົ່າ, ໄດ້ສຸມໃສ່ຮັບປະກັນປົກປັກຮັກສາອຳນາດອະທິປະໄຕຂອງຊາດ, ຮັບປະກັນເຮັດໃຫ້ການເມືອງມີສະຖຽນລະພາບ, ສັງຄົມມີຄວາມສະຫງົບ-ປອດໄພໂດຍພື້ນຖານ, ການປະຕິບັດແນວທາງ ແຜນນະໂຍບາຍຂອງພັກ, ການພັດທະນາເສດຖະກິດ, ວັດທະ ນະທຳ-ສັງຄົມ ມີການຂະຫຍາຍຕົວ, ຊີວິດການເປັນຢູ່ຂອງປະ ຊາຊົນໄດ້ຮັບການປັບປຸງດີຂຶ້ນເປັນກ້າວໆ, ການປັບປຸງກໍ່ສ້າງກອງທັບເຮົາ ກໍມີຫຼາຍດ້ານພົ້ນເດັ່ນຂຶ້ນ ແລະ ກ້າວເຂົ້າສູ່ຄວາມເປັນລະບຽບ, ມີແບບ ແຜນ ແລະ ທັນສະໄໝ, ແຕ່ເຫັນວ່າຍັງມີຫຼາຍບັນຫາທີ່ພວກເຮົາຈະຕ້ອງໄດ້ສຸມໃສ່ແກ້ໄຂເປັນຕົ້ນແມ່ນປະກົດການຫຍໍ້ທໍ້ຕ່າງໆ, ຄຸນທາດການເມືອງຂອງພະນັກງານຈຳນວນໜຶ່ງຍັງມີການເຊື່ອມຖອຍລົງ, ຂາດຄວາມຈູບຈ້າວຫ້າວຫັນຕໍ່ວຽກງານ, ບັນຫາຢາເສບຕິດ, ການຄ້າມະນຸດ, ອາດຊະຍາກຳ ແລະ ອື່ນໆ, ເຊິ່ງໄດ້ສົ່ງຜົນກະທົບໂດຍກົງ ຕໍ່ການພັດທະນາເສດຖະກິດ-ສັງຄົມ ເວົ້າລວມ, ເວົ້າສະເພາະ ກໍຄືການປັບປຸງກໍ່ສ້າງກອງທັບເຮົາ, ໄປພ້ອມກັນນັ້ນ, ການຈັດ ຕັ້ງປະຕິບັດແນວທາງແຜນນະ ໂຍບາຍຂອງພັກ ແລະ ວຽກງານຈຸດສຸມຂອງກະຊວງ, ເປັນຕົ້ນແມ່ນວຽກງານເຮັດໃຫ້ສະພາບມີຄວາມສະຫງົບ, ການປັບປຸງກໍ່ສ້າງກຳລັງ, ການປະກອບສ່ວນພັດທະນາເສດຖະກິດ, ວັດທະນະທຳ-ສັງຄົມ ກໍຄືວຽກງານອື່ນໆ ຂອງກອງທັບເຮົາ ມີບາງດ້ານຕ້ອງໄດ້ເບິ່ງຄືນ ແລະ ພ້ອມກັນຄົ້ນຄວ້າໃຫ້ຈະແຈ້ງ ເພື່ອມີວິທີການຊຸກຍູ້-ຊີ້ນຳການຈັດຕັ້ງປະຕິບັດໃຫ້ມີການຫັນປ່ຽນດີຂຶ້ນກວ່າເກົ່າ.
ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ກ່າວຕື່ມວ່າ: ກອງ ປະຊຸມຄັ້ງນີ້ ພວກເຮົາຈະໄດ້ພ້ອມ ກັນສັງເກດ-ຕີລາຄາການຈັດຕັ້ງ ປະຕິບັດວຽກງານປ້ອງກັນຊາດໃນປີຜ່ານມາ ໂດຍສະເພາະແມ່ນວຽກງານປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ເພື່ອຄວາມເປັນເອກະພາບໃນການປັບປຸງກໍ່ສ້າງກອງທັບເຮົາ ໃຫ້ມີການຫັນປ່ຽນໃໝ່ຢ່າງ ຕັ້ງໜ້າ ແລະ ພ້ອມກັນຄົ້ນຄວ້າ ເປັນເອກະພາບທິດທາງແຜນ ການ ທີ່ຈະສຸມໃສ່ຈັດຕັ້ງປະຕິບັດໃນປີ 2023, ບົນພື້ນຖານຍົກສູງຈິດໃຈຄວາມເປັນເຈົ້າການ, ເສີມຂະຫຍາຍປະຊາທິປະໄຕ ແລະ ມີຄວາມຮັບຜິດຊອບໃນການເບິ່ງບັນຫາ, ຕີລາຄາສະພາບການຢ່າງພາວະວິໄສ, ເບິ່ງຄືນບັນດາໜ້າວຽກທີ່ເຮັດໄດ້ ແລະ ບັນຫາທີ່ຍັງຄົງຄ້າງ ເພື່ອກຳນົດທິດທາງວຽກງານຈຸດສຸມໃນປີ 2023 ໃຫ້ແທດເໝາະກັບສະພາບຕົວຈິງຂອງກອງທັບເຮົາ, ບົນພື້ນຖານການຊຸກຍູ້ຂະບວນການປະຕິບັດໜ້າທີ່ວຽກງານໃນດ້ານຕ່າງໆດ້ວຍຈິດໃຈບຸກທະລຸ, ມີການຫັນປ່ຽນທີ່ຕັ້ງໜ້າຫຼາຍຂຶ້ນ ແລະ ເກີດໝາກຜົນຕົວຈິງ.
ກອງປະຊຸມສະຫຼຸບວຽກງານປ້ອງກັນຊາດ ປະຈຳປີ 2022 ຂອງກະຊວງປ້ອງກັນປະເທດ ຈະດຳເນີນເປັນເວລາ 2 ວັນຈຶ່ງຈະອັດລົງ.
ໂດຍ: ບົວລາ ສໍລາວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ