ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ປະກາດ​ການຍົກຍ້າຍ ແລະ ແຕ່ງຕັ້ງ​ນາຍ​ທະຫານ​ ຢູ່​ກອງ​ບັນຊາ​ການ​ທະຫານ​ແຂວງ​ຫົວພັນ
ເວລາອອກຂ່າວ: 2023-02-03 09:04:05 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 830 | ຄວາມນິຍົມ:



ພິທີປະກາດ​ການຈັດຕັ້ງ ແລະ ຍົກຍ້າຍ​ນາຍ​ທະຫານ ຢູ່​ກອງ​ບັນຊາ​ການ​ທະຫານ​ແຂວງ​ຫົວພັນ, ຈັດ​ຂຶ້ນ​ໃນ​ວັນ​ທີ 31 ມັງກອນ 2023 ນີ້, ໂດຍການເປັນ​ປະທານ​ຂອງ​ ສະຫາຍ ພົນ​ໂທ ຄຳ​ລຽງ ອຸ​ທະ​ໄກສອນ ກຳມະການ ​ສູນ​ກາງ​ພັກ ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ ຫົວໜ້າ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ, ມີ​ ສະຫາຍ ວັນ​ໄຊ ແພງ​ຊຸມມາ ກຳມະການ​ສູນ​ກາງ​ພັກເຈົ້າ ແຂວງ​ ແຂວງ​ຫົວພັນ, ສະຫາຍ ພົນ​ຕີ ພູມີ ດາລາ​ເພັດ ຮອງ​ຫົວໜ້າ​ກົມ​ໃຫຍ່​ການເມືອງ​ກອງທັບ, ມີກົມ​ທີ່​ກ່ຽວ​ຂ້ອງ, ແຂກ​ຖືກເຊີນ, ຄະນະ​ພັກ-ຄະນະບັນຊາ​ກອງ​ບັນຊາ​ການ​ທະຫານ​ແຂວງ, ກອງ​ບັນຊາ​ການ​ທະຫານ​ເມືອງ, ກົມ​ກອງ​ຮາກ​ຖານ​ທີ່​ຂຶ້ນ​ກັບ, ຕະຫຼອດ​ຮອດ​ພະນັກງານ​ຫຼັກ​ແຫຼ່ງ​ເຂົ້າ​ຮ່ວມ. ສະຫາຍ ພັນ​ເອກ ຄຳ​ເອ້ຍ ສຸກ​ແສງ​ເໜືອ ຮອງ​ຫົວໜ້າ​ກົມ​ພະນັກງານ ກົມ​ໃຫຍ່​ການເມືອງ​ກອງທັບ ໄດ້​ຜ່ານ​ຄຳ​ສັ່ງ​ຂອງ​ນາຍົກລັດຖະມົນຕີ ວ່າ​ດ້ວຍ​ການ​ຍົກຍ້າຍ​ນາຍ​ທະຫານ​ໄປ​ຮັບ​ໜ້າທີ່​ໃໝ່ ແລະ ດຳລັດຂອງ​ນາຍົກລັດຖະມົນຕີ ວ່າ​ດ້ວຍ​ການ​ແຕ່ງຕັ້ງຫົວໜ້າ​ການ​ທະຫານ ກອງ​ບັນຊາ​ການ​ທະຫານ​ແຂວງ​ຫົວພັນ, ອີງ​ຕາມ​ການຕົກລົງເຫັນ​ ດີ​ເປັນ​ເອກະ​ພາບ​ຂອງ​ກອງ​ປະ ຊຸມ​ຄະນະ​ປະຈຳ​ພັກ​ກະຊວງ​ປ້ອງກັນ​ປະເທດ ຄັ້ງ​ວັນ​ທີ 10 ມັງ ກອນ 2023 ແລະ ອີງຕາມການ​ ຄົ້ນຄວ້າ​ນຳສະເໜີຂອງ​ກົມ​ໃຫຍ່​ການເມືອງ​ກອງທັບ, ນາຍົກລັດຖະມົນຕີ ຕົກລົງ​ຍົກຍ້າຍ​ ສະຫາຍ ພັນ​ເອກ ​ປອ ໂພນ​ທອງ ພັນ​ຈະເລີນ​ພົນ ຫົວໜ້າ​ການ​ທະຫານ ກອງ​ບັນຊາ​ການ​ທະຫານ​ແຂວງ​ຫົວພັນ​ຜູ້​ເກົ່າ ໄປ​ຮັບ​ໜ້າທີ່​ໃໝ່​ຢູ່ ກະຊວງ​ປ້ອງ​ກັນ​ປະເທດ ແລະ ແຕ່ງຕັ້ງ​ ສະຫາຍ ພັນ​ເອກ ຄຳ​ເມືອງ ໂຄດ​ວົງ​ຄູນ ຫົວໜ້າ​ຫ້ອງ​ເສນາ​ທິ​ການ ຂຶ້ນ​ເປັນ​ຫົວໜ້າ​ການ​ທະຫານ​ກອງ​ບັນຊາ​ການ​ທະ ຫານ​ແຂວງ​ຫົວພັນ​ຜູ້​ໃໝ່. ໂອກາດ​ນີ້, ສະຫາຍ ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນປະເທດ ຫົວໜ້າ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ ໄດ້​ມີ​ຄຳ​ເຫັນ​ໂອ້​ລົມ ແລະ ໃຫ້​ທິດ​ຊີ້​ນຳ​ຫຼາຍບັນຫາສຳ ຄັນຕໍ່​ຜູ້​ທີ່​ໄດ້​ຮັບ​ການ​ຍົກຍ້າຍ ແລະ ໄດ້​ຮັບ​ການ​ມອບ​ໝາຍ​ໜ້າທີ່​ໃໝ່​ໃນ​ຄັ້ງ​ນີ້, ເນັ້ນ​ໜັກ​ໃຫ້​ແຕ່​ລະ​ ສະຫາຍ ຍົກ​ສູງ​ສະຕິລະວັງຕົວ ​ຕໍ່​ກົນອຸບາຍ​ຫັນປ່ຽນ​ໂດຍ​ສັນຕິ​ຂອງ​ອິດ​ທິ​ກຳລັງ​ປໍ​ລະ​ປັກ, ຄົ້ນ ຄວ້າ​ເຊື່ອມຊຶມ ແລະ ກຳ​ແໜ້ນ​ຕໍ່​ແນວທາງ​ນະໂຍບາຍ​ຂອງ​ພັກ, ມະຕິ​ຄຳ​ສັ່ງ​ຕ່າງໆ​ຂອງ​ຂັ້ນ​ເທິງ, ສືບຕໍ່​ປັບປຸງ​ແບບແຜນ​ວິທີ​ເຮັດ​ວຽກ, ວິທີ​ນຳພາ​ຢ່າງ​ມີ​ວິ​ທະຍາ​ສາດ, ປະດິດ​ສ້າງ ແລະ ມີ​ປະສິດທິພາບ​ສູງ​ ເພື່ອ​ນຳພາ​ປັບປຸງ​ພັດທະນາ​ກົມ​ກອງ ເຮັດ​ໃຫ້​ກົມ​ກອງ​ມີ​ການ​ຫັນປ່ຽນ​ຢ່າງ​ຕັ້ງໜ້າ ແລະ ທັນ​ສະໄໝ​ເທື່ອ​ລະ​ກ້າວ. ໂດຍ: ສົມ​ເພັດ ວິໄລ​ຄຳ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ