

![]()
ປະກາດການແຕ່ງຕັ້ງ ຮອງຫົວໜ້າການເມືອງ ກອງພັນໃຫຍ່ 621
ເວລາອອກຂ່າວ: 2023-02-03 09:02:04 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 9 | ຄວາມນິຍົມ:
ພິທີປະກາດການແຕ່ງຕັ້ງຮອງຫົວໜ້າການເມືອງ ກອງພັນໃຫຍ່ 621, ໄດ້ຈັດຂຶ້ນ ໃນວັນທີ 30 ມັງກອນ 2023 ນີ້, ໂດຍການເຂົ້າຮ່ວມຂອງ ສະຫາຍ ພົນຕີ ວໍລະສານ ວິລັດດາວົງ ກຳມະ ການຄະນະປະຈຳພັກ ກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພົນຈັດຕະວາ ວົງແກ້ວ ວົງພິລາ ຫົວໜ້າກົມປືນໃຫຍ່ໜ້າດິນ ກົມໃຫຍ່ເສນາທິການກອງທັບ, ມີຕາງໜ້າພາກສ່ວນທີ່ກ່ຽວຂ້ອງ, ມີຄະນະພັກ-ຄະນະບັນຊາກອງພັນໃຫຍ່ 621 ພ້ອມດ້ວຍພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ໃນພິທີ, ສະຫາຍ ພັນເອກ ວົງເພັດ ວົງສະຫວັນ ຮອງຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍ ການຍົກຍ້າຍ ສະຫາຍ ພັນເອກ ພອນໄຊ ກັນຍາທອນ ຮອງຫົວໜ້າການເມືອງ, ຫົວໜ້າພະແນກການເມືອງກອງພັນໃຫຍ່ 621 ໄປຮັບໜ້າທີ່ໃໝ່ຢູ່ກອງບັນຊາການທະຫານແຂວງບໍລິຄຳໄຊ, ພ້ອມທັງໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງສະຫາຍ ພັນໂທ ໂພໄຊ ຈອມຜຸຍສິນ ຮອງຫົວໜ້າພະແນກການເມືອງ ກອງພັນໃຫຍ່ 621 ຂຶ້ນເປັນ ຮອງຫົວໜ້າການເມືອງ ທັງເປັນຫົວໜ້າພະແນກການເມືອງ ກອງພັນໃຫຍ່ 621.
ໂອກາດນີ້, ສະຫາຍ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ໄດ້ມີຄຳເຫັນໂອ້ລົມຫຼາຍບັນຫາສຳຄັນ ພ້ອມທັງໄດ້ເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ, ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງທາງດ້ານອຸດົມການປະຕິວັດ, ຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ເອົາໃຈໃສ່ພັດທະນາແບບແຜນວິທີເຮັດວຽກແບບວິທະຍາສາດທັນສະໄໝ, ເພື່ອພ້ອມກັນກ້າວໜ້າ, ເພີ່ມທະວີຄວາມສາມັກຄີໃຫ້ເປັນປຶກແຜ່ນແໜ້ນໜາ, ມີຄວາມເປັນເອກະພາບໃນທຸກຂົງເຂດວຽກງານ, ມີທັດສະນະມະຫາຊົນກວ້າງຂວາງ, ພ້ອມກັນນັ້ນ, ກໍຕ້ອງເອົາໃຈໃສ່ຊີ້ນຳ-ນຳພາກົມກອງໃນການອົບຮົມ-ຫັດແອບວິຊາສະເພາະໃຫ້ມີຄວາມຊຳນານ, ບົວລະບັດຮັກສາວັດຖຸອຸປະກອນທີ່ຂັ້ນເທິງປະກອບໃຫ້, ເພື່ອຮັບປະກັນໃຫ້ແກ່ການກຽມພ້ອມສູ້ຮົບ
ໃນສະເພາະໜ້າ ແລະ ຍາວນານ.
ໂດຍ: ພູທອນ ສີພູວົງ

news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ