ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ລົງ​ນາມ​ບົດ​ບັນທຶກ​ຄວາມ​ເຂົ້າໃຈ ເພື່ອສະໜັບສະໜູນ ​ ການ​ເກັບ​ກູ້​ລະເບີດ​ທີ່​ບໍ່ທັນ​ແຕກ ຕົກ​ຄ້າງ​ຢູ່ລາວ
ເວລາອອກຂ່າວ: 2023-02-03 09:00:10 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 296 | ຄວາມນິຍົມ:



ທ້າຍ​ເດືອນ​ມັງກອນ 2023 ຜ່ານ​ມາ​ນີ້, ບໍລິສັດ ລ້ານ​ຊ້າງ ມິ​ເນ​ໂຣນສ໌ ລິ​ມິ​ເຕັດ (​ລຊມລ) ບໍ່​ຄຳ-ທອງ ເຊ​ໂປນ ໄດ້​ລົງ​ນາມ​ບົດ​ບັນທຶກ​ຄວາມ​ເຂົ້າໃຈ (MOU) ກັບ​ກະຊວງ​ປ້ອງ​ກັນ​ປະເທດ ເພື່ອ​ສະໜັບສະໜູນ​ການ​ເກັບ​ກູ້​ລະເບີດ​ທີ່​ບໍ່​ທັນ​ແຕກ​ຕົກ​ຄ້າງ ຢູ່​ໃນ ​ສປປ ລາວ, ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ ພົນ​ຈັດຕະວາ ສົມ​ພອນ ມິດ​ຕະ​ພອນ ຮອງ​ຫົວໜ້າ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ, ມີ​ພາກ ສ່ວນ​ທີ່​ກ່ຽວຂ້ອງ​ທັງ​ສອງ​ຝ່າຍ​ເຂົ້າ​ຮ່ວມ. ບໍ່​ຄຳ-ທອງ ເຊ​ໂປນ ຕັ້ງ​ຢູ່ບ່ອນ​ທີ່​ຖືກ​ຖິ້ມ​ລະເບີດ​ລົງຫຼາຍ ​ທີ່​ສຸດ ໃນ​ແຂວງ​ສະຫວັນ​ນະ​ເຂດ ແລະ ວຽກ​ງານ​ເກັບ​ກູ້ລະເບີດບໍ່​ ທັນ​ແຕກ​ທີ່​ຕົກ​ຄ້າງ​ຢູ່ ​ສປ​ປ ລາວ ເປັນ​ວຽກ​ງານໜຶ່ງທີ່​ສຳຄັນໃນ​ ວົງ​ຈອນ​ການ​ຂຸດ​ຄົ້ນ-ປຸງ​ແຕ່ງ- ຜະລິດ​ບໍ່​ແຮ່ ກໍ​ຄືວຽກ​ງານ​ພັດ ທະນາ​ຊຸມ​ຊົນ, ນັບ​ແຕ່​ປີ 1996, ​ລຊມລ ໄດ້​ລົງທຶນ​ຫຼາຍ​ກວ່າ 56 ລ້ານ​ໂດ​ລາ​ສະຫະລັດ ໃນວຽກ ​ງານ​ເກັບກູ້​ລະເບີດ​ບໍ່​ທັນແຕກທີ່​ ຕົກ​ຄ້າງ ກວມ​ເອົາ​ເນື້ອທີ່ 6,400 ເຮັກຕາ ແລະ ໄດ້​ທຳລາຍ​ລະເບີດ​ບໍ່​ທັນ​ແຕກ​ໄດ້ 60.000 ລູກ, ອັນ​ໄດ້​ສະໜັບສະໜູນ​ຊຸມ​ຊົນ​ທ້ອງ ຖິ່ນ​ໃນ​ການ​ພັດທະນາ​ໂຄງການ​ກະສິກຳ ແລະ ໂຄງ​ການ​​ພັັດ​ທະ​ນາ​ອື່ນໆ​ຢູ່​ອ້ອມ​ຂ້າງ ບໍ່​ຄຳ-ທອງ ເຊ​ໂປນ, ​ລຊມລ, ກະຊວງ​ປ້ອງ​ກັນ​ປະເທດ ແລະ ຄະນະ​ກຳມະການ​ຄຸ້ມ​ຄອງ​ເກັບ​ກູ້​ລະເບີດ​ແຫ່ງ​ຊາດ ແລະ ອົງການ​ເກັບ​ກູ້​ລະເບີດ​ແຫ່ງ​ຊາດ ໄດ້​ເຮັດ​ວຽກ​ງານ​ຮ່ວມ​ກັນ ເພື່ອ​ປັບປຸງ​ມາດຕະຖານ​ການ​ເກັບ​ກູ້​ລະເບີດ​ທີ່​ບໍ່​ທັນ​ແຕກ, ໃນ​ປີ 2015, ​ລຊມລ ແລະ ຄະນະ​ກຳ ມະການ​ຄຸ້ມ​ຄອງ​ເກັບ​ກູ້​ລະເບີດ​ແຫ່ງ​ຊາດ ໄດ້​ຮ່ວມ​ກັນ​ສ້າງ​ຫຼັກ ສູດ​ເຝິກ​ອົບຮົມ​ກ່ຽວ​ກັບການ​ທຳ ລາຍ​ລະເບີດ​ທີ່​ບໍ່​ທັນ​ແຕກ​ເພື່ອ​ສ້າງ​ຄວາມ​ອາດ​ສາມາດ​ໃຫ້​ແກ່​ນັກວິຊາການ​ລາວ ໃຫ້​ໄດ້​ຮັບ​ຄຸນ​ວຸດ​ທິ​ເປັນ​ທີ່​ຍອມຮັບ​ໃນ​ລະດັບ​ສາກົນ. ທ່ານ ພົນ​ຈັດຕະວາ ວຽງ​ໄຊ ໄຊ​ສະໝອນ ຫົວໜ້າກົມຊ່າງ​ ແສງກົມ​ໃຫຍ່​ເສນາ​ທິ​ການກອງ ທັບ ໄດ້​ກ່າວ​ວ່າ: ການ​ຮ່ວມມືຄັ້ງ ນີ້, ເປັນ​ການສະໜັບສະໜູນໃຫ້​ແກ່​ວຽກ​ງານ​ເກັບ​ກູ້​ລະເບີດບໍ່ທັນ​ ແຕກດຳເນີນ​ໄປຢ່າງປອດ​ໄພ, ຖືກຕ້ອງ​ຕາມ​ມາດຕະຖານ​ແຫ່ງ ຊາດ ​ຂອງຄະນະ​ກຳມະການ​ຄຸ້ມ ​ຄອງ​ເກັບ​ກູ້​ລະເບີດ​ແຫ່ງ​ຊາດ, ພວກ​ເຮົາ​ຈະ​ສານ​ຕໍ່​ການ​ຮ່ວມ​ມື​ກັບ ​ລຊມລ ເພື່ອ​ບັນລຸພາກປະຕິ ບັດ​ທີ່​ດີ​ທີ່​ສຸດ​ໃນ​ການ​ເກັບ​ກູ້ ແລະ ທຳລາຍ​ລະເບີດ​ທີ່​ບໍ່​ທັນ​ແຕກ. ທ່ານ ສະໝານ ອະ​ເນ​ກາ ຜູ້ ອຳນວຍການ​ໃຫຍ່ ​ລຊມລ ໄດ້​ກ່າວ​ວ່າ: ທັງ​ສອງ​ຝ່າຍ​ຈະ​ສືບຕໍ່​ຫຼຸດຜ່ອນ​ອຸປະສັກ​ອັນຕະລາຍ​ທີ່​ ມີ​ຜົນ​ກະທົບ​ທ່ວງ​ດຶງ​ການພັດທະນາ​ຂອງ ​ສປປ ລາວ, ເຮັດ​ວຽກ​ຢ່າງ​ໃກ້ຊິດ​ກັບ​ຊຸມ​ຊົນ​ທ້ອງຖິ່ນ ແລະ ລັດຖະບານ​ລາວ ເພື່ອ​ກວດ​ກູ້ ແລະ ທຳລາຍ​ລະເບີດທີ່ບໍ່ທັນ ແຕກ​ຕົກ​ຄ້າງ ເພື່ອ​ໃຫ້​ທຸກ​ຄົນ​ປອດ​ໄພ​ກວ່າ​ເກົ່າ, ​ລຊມລ ສະ ແດງ​ຄວາມ​ຮູ້​ບຸນຄຸນ​ຢ່າງ​ຍິ່ງສຳ ລັບ​ ການ​ຮ່ວມ​ມື​ຢ່າງ​ຕໍ່​ເນື່ອງ​ກັບ​ກະຊວງ​ປ້ອງ​ກັນ​ປະເທດ, ຄະ ນະ​ກຳມະການ​ຄຸ້ມ​ຄອງ​ເກັບ​ກູ້​ລະເບີດ​ແຫ່ງ​ຊາດ ແລະ ອົງການ​ເກັບ​ກູ້​ລະເບີດ​ແຫ່ງ​ຊາດ ໃນ​ກິດ ຈະກຳ​ທີ່​ອັນຕະລາຍ​ນີ້. ຈາກ​ນັ້ນ, ກໍ​ໄດ້​ຮ່ວມ​ກັນ​ລົງ​ນາມ​ໃນ​ບົດ​ບັນທຶກ​ຄວາມ​ເຂົ້າໃຈ​ເຊິ່ງ​ກັນ ແລະ ກັນ, ຕາງໜ້າກະ ຊວງ​ປ້ອງ​ກັນ​ປະເທດ​ໂດຍ ທ່ານ ພົນ​ຈັດຕະວາ ວຽງ​ໄຊ ໄຊ​ສະ ໝອນ ຫົວໜ້າ​ກົມ​ຊ່າງ​ແສງ ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ ແລະ ຕາງໜ້າ ​ລຊມລ ໂດຍ​ທ່ານ ໄມ​ໂຄ ສະ​ຕັອດ ຜູ້​ຈັດການ​ພະ​ແນກ​ເຕັກນິກ​ບໍ່​ແຮ່​ຂອງ ​ລຊມລ, ໂດຍ​ມີ​ພາກສ່ວນ​ທີ່​ກ່ຽວຂ້ອງ​ທັງ​ສອງ​ຝ່າຍ​ເຂົ້າ​ຮ່ວມ​ເປັນ​ສັກຂີ​ພະຍານ. ໂດຍ: ນັກຮົບ​ຊ່າງ​ແສງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ