

![]()
ການນຳແຂວງອຸດົມໄຊ ອວຍພອນ ຄະນະພັກ-ຄະນະບັນຊາກອງພົນທີ 3
ເວລາອອກຂ່າວ: 2023-02-03 08:58:24 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 62 | ຄວາມນິຍົມ:
ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ, ໃນວັນທີ 28 ມັງກອນ 2023, ການນຳແຂວງອຸດົມໄຊ ນຳໂດຍສະຫາຍ ອ່ອນແກ້ວ ອຸ່ນອາລົມ ຮອງເຈົ້າແຂວງແຂວງອຸດົມໄຊ ພ້ອມຄະນະ ແລະ ສະຫາຍ ນາງ ຄຳໝັ້ນ ແກ້ວບຸນຫວນ ເຈົ້າເມືອງເມືອງຮຸນ ແຂວງອຸດົມໄຊ ພ້ອມຄະນະໄດ້ນຳເອົາກະຕ່າຂອງຂວັນ ເຂົ້າອວຍພອນຄະນະພັກ-ຄະນະບັນຊາກອງພົນທີ 3, ໂດຍການຕ້ອນຮັບຂອງ ສະຫາຍ ພັນເອກ ສໍຍັນ ລໍອິນສອນ ຫົວໜ້າການເມືອງກອງພົນທີ 3 ພ້ອມຄະນະ.
ໂອກາດນີ້, ສະຫາຍ ຮອງເຈົ້າແຂວງແຂວງອຸດົມໄຊ ໄດ້ຕາງໜ້າການນຳ ກໍຄື ປະຊາຊົນແຂວງອຸດົມໄຊ ນຳເອົາຄວາມຢື້ຢາມຖາມຂ່າວ, ຄວາມສາມັກຄີຮັກແພງອັນອົບອຸ່ນ ແລະ ກ່າວຄຳອວຍພອນໄຊອັນປະເສີດມາຍັງຄະນະພັກ-ຄະນະບັນຊາ ຕະຫຼອດຮອດພະນັກງານ-ນັກຮົບທົ່ວກອງພົນທີ 3 ຈົ່ງມີສຸຂະພາບແຂງແຮງ, ມີຄວາມສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ, ປະສົບຜົນສຳເລັດໃນໜ້າທີ່ການງານ ຕາມທີ່ພັກ-ລັດ ກໍຄື ປະຊາຊົນມອບໝາຍໃຫ້, ສືບຕໍ່ຊີ້ນຳ-ບັນຊາກອງພົນທີ 3 ໃຫ້ນັບມື້ເຕີບໃຫຍ່ເຂັ້ມແຂງໜັກແໜ້ນ ແລະ ທັນສະໄໝ, ເພື່ອປົກປັກຮັກສາບັນດາເຂດແຂວງພາກເໜືອ ໂດຍສະເພາະ ກໍຄື ຂອບເຂດແຂວງອຸດົມໄຊ ໃຫ້ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບເປັນລະບຽບຮຽບຮ້ອຍດີ, ປະຊາຊົນຍູ່ທ່າງທຳມາຫາກິນ ແລະ ດຳລົງຊີວິດທີ່ດີຂຶ້ນກວ່າເກົ່າ, ພ້ອມດຽວກັນນັ້ນ, ການນຳແຂວງອຸດົມໄຊ ຍັງໄດ້ມອບເຄື່ອງອຸປະໂພກ-ບໍລິໂພກຈຳນວນໜຶ່ງ ໃຫ້ກອງພົນທີ 3 ອີກດ້ວຍ.
ໂອກາດນີ້, ສະຫາຍ ຫົວໜ້າ ການເມືອງກອງພົນທີ 3 ໄດ້ສະແດງຄວາມຂອບໃຈ ມາຍັງການນຳແຂວງອຸດົມໄຊ ແລະ ການນຳເມືອງຮຸນ ທີ່ເຫັນໄດ້ຄວາມໝາຍສຳຄັນຂອງວັນສ້າງຕັ້ັ້ງກອງທັບປະຊາຊົນລາວ ແລະ ໃຫ້ການຊ່ວຍເຫຼືອແກ່ພະນັກງານ-ນັກຮົບກອງພົນທີ 3 ຕະຫຼອດມາ, ການມາອວຍພອນໃນຄັ້ງນີ້, ນອກຈາກເປັນການອວຍພອນເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 74 ປີແລ້ວ ຍັງເປັນການເສີມສ້າງຄວາມສາມັກຄີລະຫວ່າງກອງພົນທີ 3 ກັບແຂວງອຸດົມໄຊ ໃຫ້ນັບມື້ແໜ້ນແຟ້ນຂຶ້ນກວ່າເກົ່າ, ພ້ອມທັງອວຍພອນໃຫ້ການນຳແຂວງອຸດົມໄຊ ແລະ ການນຳເມືອງຮຸນ ພ້ອມດ້ວຍຄະນະ ຈົ່ງມີສຸຂະພາບເຂັ້ມແຂງ ແລະ ເຮັດສຳເລັດໜ້າທີ່ການເມືອງທີ່ຂັ້ນເທິງມອບໝາຍໃຫ້.
ໂດຍ: ລີໂດ ດວງສະຫວັນ

news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ