

![]()
ກອງປະຊຸມໃຫຍ່ ຄັ້ງທີ IV ຂອງໜ່ວຍສະຫະພັນແມ່ຍິງຫໍສະໝຸດກອງທັບ
ເວລາອອກຂ່າວ: 2023-02-03 08:53:03 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 227 | ຄວາມນິຍົມ:
ວັນທີ 31 ມັງກອນ 2023 ນີ້, ໜ່ວຍສະຫະພັນແມ່ຍິງຫໍສະໝຸດກອງທັບ ໄດ້ຈັດກອງປະຊຸມ ໃຫຍ່ ຄັ້ງທີ IV ແລະ ວາງທິດທາງແຜນການ 5 ປີຕໍ່ໜ້າ ປີ 2023-2027, ໂດຍການເປັນປະທານຂອງ ສະຫາຍ ພັນໂທ ນາງ ປາ ວົງສະແຫວງ ຫົວໜ້າພະແນກສະຫະພັນແມ່ຍິງ ກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພັນເອກ ວຽງທອງ ວີດພາວົງ ອຳນວຍການຫໍສະໝຸດກອງທັບ ພ້ອມດ້ວຍຄະນະໜ່ວຍແມ່ຍິງ, ສະມາຊິກສະຫະພັນແມ່ຍິງພາຍໃນໜ່ວຍ ແລະ ແຂກຖືກເຊີນເຂົ້າຮ່ວມ.
ສະຫາຍ ພັນຕີ ນາງ ແກ່ນສີ ຄຳພາວົງ ເລຂາໜ່ວຍແມ່ຍິງຫໍສະໝຸດກອງທັບ ໄດ້ສະຫຼຸບຜົນງານການເຄື່ອນໄຫວຂອງໜ່ວຍສະຫະພັນແມ່ຍິງຫໍສະໝຸດກອງ
ທັບ ໃນໄລຍະ 5 ປີ ຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ, ເຊິ່ງຄະນະໜ່ວຍສະຫະພັນແມ່ຍິງໄດ້ເອົາໃຈໃສ່ຊີ້ນຳ-ນຳພາສະມາຊິກສະຫະພັນແມ່ຍິງ ເຂົ້າຮ່ວມຂະບວນການດ້ານຕ່າງໆ ຂອງກົມກອງດ້ວຍຄວາມຫ້າວຫັນ, ກະຕືລືລົ້ນຕໍ່ໜ້າທີ່ວຽກງານທີ່ການຈັດຕັ້ງມອບໝາຍ ເປັນຕົ້ນແມ່ນເຮັດໜ້າທີ່ເກັບກຳຮີບໂຮມບັນດາຂໍ້ມູນເອກະສານຕ່າງໆ ເພື່ອໃຫ້ພະນັກງານ-ນັກຮົບ ແລະ ປວງຊົນທົ່ວໄປໄດ້ມາສຶກສາຄົ້ນຄວ້າຮ່ຳຮຽນ, ຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດເປັນກົກ, ກຳແໜ້ນ, ເຊື່ອມຊຶມຕໍ່ແນວທາງນະໂຍບາຍຂອງພັກ, ປະຕິບັດມະຕິ, ຄຳສັ່ງ, ກົດລະບຽບຂອງພັກ, ກົດໝາຍຂອງລັດ, ຂອງກອງທັບ ກໍຄືຂໍ້ກຳນົດ ກົດລະບຽບ
ແລະ ມະຕິຂອງສູນກາງສະຫະພັນແມ່ຍິງລາວວາງອອກຢ່າງເຂັ້ມງວດ, ເຕົ້າໂຮມຄວາມສາມັກຄີ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ມີຄວາມເປັນເອກະພາບພາຍໃນໝູ່
ຄະນະ, ເຮັດສຳເລັດທຸກວຽກງານທີ່ການຈັດຕັ້ງຂັ້ນເທິງ ແລະ ກົມກອງມອບໝາຍໃຫ້. ໂດຍຕິດພັນກັບເນື້ອໃນຂໍ້ແຂ່ງຂັນ 3 ດີ 4 ພັດທະນາ ແລະ ການສ້າງກອງ
ແຂງຮູ້ນຳພາຮອບດ້ານ ກໍຄື ກອງ 3 ປອດ. ຜ່ານການຈັດຕັ້ງເຄື່ອນໄຫວວຽກງານດ້ານຕ່າງໆ ໃນໄລຍະຜ່ານມາຄັດເລືອດໄດ້ພົນລະເມືອງດີ 21 ສະຫາຍ, ພັດທະ
ນາດີ 21 ສະຫາຍ, ສ້າງຄອບຄົວດີ 14 ສະຫາຍ, ບຸກຄົນ 3 ດີປະເພດ I ຈຳນວນ 19 ສະຫາຍ, ປະເພດ II ຈຳນວນ 1 ສະຫາຍ, ໄດ້ຮັບໃບຍ້ອງຍໍ 3 ດີຈາກຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ 18 ສະຫາຍ, ໃບຊົມ
ເຊີຍ 1 ສະຫາຍ, ໜ່ວຍໄດ້ຮັບການຢັ້ງຢືນເປັນໜ່ວຍ 3 ດີ 4 ສະໄໝຕິດຕໍ່ກັນ ແລະ ກົມກອງໄດ້ຮັບການຢັ້ງຢືນເປັນກົມກອງຊີ້ນຳນຳພາດີເດັ່ນອີກດ້ວຍ.
ກອງປະຊຸມຍັງປ່ອນບັດຄັດເລືອກເອົາຄະນະໜ່ວຍສະຫະພັນແມ່ຍິງຊຸດໃໝ່ໄດ້ຕາມລະດັບຄາດໝາຍ ເຊິ່ງຄັດເລືອກເອົາ ສະຫາຍ ພັນຕີ ນາງ ແກ່ນສີ ຄຳພາວົງ ເປັນເລຂາ, ສະຫາຍ ຮ້ອຍເອກ ນາງ ສຸກສະຫວັນ ພົມມະສອນ ເປັນຮອງເລຂາ ແລະ ສະຫາຍ ຮ້ອຍເອກ ນາງ ປີ່ງຄຳ ດວງພະຈິດ ເປັນກຳມະການ.
ໂດຍ: ວິໄລພອນ ສອນມະນີລາ

news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ