

![]()
ທະຫານແຂວງອຸດົມໄຊ ປະກາດການອະໄພຍະໂທດ ຫຼຸດຜ່ອນໂທດ ເນື່ອງໃນໂອກາດວັນຊາດ ທີ 2 ທັນວາ ຄົບຮອບ 47 ປີ
ເວລາອອກຂ່າວ: 2023-02-03 08:49:36 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 49 | ຄວາມນິຍົມ:
ພິທີປະກາດການອະໄພຍະໂທດ ຫຼຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດ ຂອງກະຊວງປ້ອງກັນ ປະເທດ ເນື່ອງໃນໂອກາດວັນຊາດ ທີ 2 ທັນວາ ຄົບຮອບ 47 ປີ ໄດ້ຈັດຂຶ້ນໃນວັນທີ 24 ມັງກອນ 2023 ນິ້, ຢູ່ທີ່ສະໂມສອນກອງຮ້ອຍ 157 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ລັດສະໝີ ຂັນອາສາ ຮອງຫົວໜ້າອົງການໄອຍະການທະຫານຂັ້ນສູງ, ມີສະຫາຍ ພັນໂທ ແກ້ວວິ ເສດ ລູກສອນນ້ອຍ ຄະນະພັກກອງບັນຊາການ ຮອງຫົວໜ້າຫ້ອງການເມືອງ ທະຫານແຂວງອຸດົມໄຊ, ມີຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ ແລະ ນັກໂທດ ເຂົ້າຮ່ວມ.
ສະຫາຍ ພັນໂທ ອ່ອນແກ້ວ ໄຊພູວັນ ຮອງຫົວໜ້າອົງການໄອຍະການທະຫານພາກເໜືອ ໄດ້ຜ່ານລັດຖະດຳລັດຂອງປະທານປະເທດ ແຫ່ງ ສປປ ລາວ ແລະ ປະທານຄະນະກຳມະການໄອຍະໂທດລະດັບກະຊວງປ້ອງກັນປະເທດ ວ່າດ້ວຍ ການໃຫ້ອະໄພຍະໂທດແກ່ນັກໂທດທີມີຄວາມກ້າວໜ້າໃນຂອບເຂດທົ່ວ
ປະເທດ ເນື່ອງໃນໂອກາດວັນຊາດ ທີ 2 ທັນວາ ຄົບຮອບ 47 ປີ, ອີງຕາມລັດຖະທຳມະນູນແຫ່ງ ສປປ ລາວ ໝວດທີ VI ມາດຕາ 67, ຂໍ້ 12 ກ່ຽວກັບການຕົກລົງໃຫ້ອະໄພຍະໂທດ. ໃນນັ້ນ ມີນັກໂທດທີ່ມີເງື່ອນໄຂຜ່ານການປະຕິບັດລະບຽບວິໄນໃນຍາມຖືກຕັດອິດສະຫຼະພາບ ແລະ ປະຕິບັດກົດໝາຍແພ່ງ ໄດ້ຮັບການປະ
ກາດອະໄພຍະໂທດ ຫຼຸດຜ່ອນໂທດ ປະຈຳປີ 2022 ຈຳນວນ 2 ຄົນ.
ສະຫາຍ ພັນເອກ ລັດສະໝີ ຂັນອາສາ ເຊິ່ງສະຫາຍໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງອຸດົມໄຊ ແລະ ຄະນະຊີ້ນຳຄ້າຍຄຸມຂັງ-ດັດສ້າງ ເວົ້າສະເພາະພາກສ່ວນກ່ຽວຂ້ອງທີ່ເອົາໃຈໃສ່ໃນການປະຕິ
ບັດໜ້າທີ່ວຽກງານສາມາດເຮັດລ້ອນໜ້າທີ່ ແລະ ທັນເວລາ ແລະ ສາມາດຈັດພິທີປະກາດການອະໄພຍະໂທດໄດ້ຢ່າງສຳເລັດຜົນ. ພ້ອມກັນນັ້ນ, ສະຫາຍຍັງໄດ້ເນັ້ນບັນດານັກໂທດທີ່ໄດ້ຮັບການອະໄພຍະໂທດ, ຜ່ອນໂທດ ຫຼື ໄດ້ຮັບການປະຕິບັດນະ
ໂຍບາຍໃນຄັ້ງນີ້ ໃຫ້ສືບຕໍ່ເຝິກຝົນຫຼໍ່ຫຼອມຕົນເອງທາງດ້ານການເມືອງ-ນຳພາແນວຄິດ, ເອົາໃຈໃສ່ປະຕິບັດຂໍ້ກຳນົດ ກົດລະບຽບຂອງຄ້າຍຄຸມຂັງ-ດັດສ້າງໃຫ້ເຂັ້ມງວດ, ຕັ້ງໃຈປະພຶດຕົນເປັນຄົນດີຂອງສັງຄົມ, ປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດ, ບ້ານເມືອງ ກໍຄືຄອບຄົວ ແລະ ສ້າງເງື່ອນໄຂໃຫ້ເປັນນັກໂທດທີ່ດີເພື່ອສະເໜີອະໄພຍະໂທດ, ຫຼຸດຜ່ອນໂທດ ແລະ ປ່ອຍຕົວໃນປີຕໍ່ໄປ.
ໂດຍ: ສົມພູນ

news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ