ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງ​ບັນຊາ​ການ​ທະຫານ​ອາກາດ ກອງທັບ​ປະຊາຊົນ​ລາວ ໃນ​ເວທີ​ອາ​ຊຽນ
ເວລາອອກຂ່າວ: 2023-02-02 09:21:50 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 865 | ຄວາມນິຍົມ:



ປະຊາ​ຄົມ​ບັນດາ​ປະຊາ​ຊາດ​ອາຊີ​ຕາເວັນ​ອອກ​ສ່ຽງ​ໃຕ້ ຫຼື ຮັບ​ຮູ້​ກັນ​ໂດຍ​ທົ່ວ​ໄປ​ແມ່ນ​ອາ​ຊຽນ (ASEAN), ໄດ້​ຮັບ​ການ​ສ້າງຕັ້ງ​ຢ່າງ​ເປັນ​ທາງ​ການ​ຂຶ້ນ​ໃນ​ວັນ​ທີ 8 ສິງຫາ 1967, ທີ່​ນະຄອນຫຼວງ​ບາງກອກ ຣາ​ຊະ​ອານາຈັກ​ໄທ, ປະກອບ​ດ້ວຍ 10 ປະເທດ ທີ່​ຕັ້ງ​ຢູ່​ພາກ​ພື້ນ​ອາຊີ​ອາຄະເນ, ​ສປປ ລາວ ໄດ້​ເຂົ້າ​ເປັນ​ສະມາຊິກ​ອາ​ຊຽນ​ໃນ​ວັນ​ທີ 23 ກໍລະກົດ 1997. ວັດຖຸປະ ສົງ​ຕົ້ນຕໍ​ຂອງ​ການ​ສ້າງຕັ້ງ​ອາ​ຊຽນ​ ​ເພື່ອ​ເປັນ​ການ​ເສີມ​ສ້າງ​ຄວາມ​​ເຂົ້າໃຈ​ເຊິ່ງ​ກັນ ແລະ ກັນ ລະຫວ່າງ​ບັນດາ​ປະເທດ​ສະມາ ຊິກ​ດ້ວຍ​ກັນ ແນໃສ່​ການ​ປົກ​ປັກ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ ແລະ ຄວາມ​ໝັ້ນຄົງທາງ ​ດ້ານ​ການເມືອງ, ຄວາມ​ຈະເລີນ ​ທາງ​ດ້ານ​ເສດຖະກິດ, ການ​ພັດ ທະນາ​ທາງ​ດ້ານ​ສັງຄົມ ແລະ ວັດ ທະນະທຳ ກໍ​ຄື​ຄວາມ​ຢູ່​ດີກິນ​ດີ​ຂອງ​ພາກ​ພື້ນ ແລະ ຜົນ​ປະໂຫຍດ​ຂອງ​ບັນດາ​ປະເທດ​ສະມາຊິກອາ​ ຊຽນ. ຕະຫຼອດ​ໄລຍະ 20 ກວ່າ​ປີຜ່ານມາ ທີ່ ​ສປປ ລາວ​ເຂົ້າ​ເປັນ​ສະມາຊິກ​ອາ​ຊຽນ ໄດ້​ຮັບ​ຜົນ​ປະໂຫຍດ​ຫຼາຍ​ດ້ານບໍ່ວ່າ​ ດ້ານການເມືອງ-ຄວາມ​ໝັ້ນຄົງ, ເສດຖະກິດ-ການ​ຄ້າ ແລະ ການ​ພັດທະນາ​ແບບ​ຍືນ​ຍົງ ພ້ອມ​ດຽວ​ກັນ​ນີ້ ກໍ​ຍັງ​ໄດ້​ຍົກ​ສູງ​ຖານະ​ບົດ ບາດ​ຂອງ ​ສປປ ລາວ ໃຫ້​ສູງ​ເດັ່ນ​ຂຶ້ນ​ໃນ​ເວທີ​ພາກ​ພື້ນ ແລະ ສາກົນ. ໃນ​ນີ້, ການເຄື່ອນໄຫວວຽກ​ ງານ​ຂົງເຂດ​ອາ​ຊຽນ​ຂອງ​ກອງ ທັບ​ປະຊາຊົນ​ລາວ ເປັນ​ວຽກ​ໜຶ່ງ​ທີ່​ນອນ​ຢູ່​ໃນ​ໜ້າທີ່​ໃຫຍ່​ທີ 4 ຂອງ​ກະຊວງ​ປ້ອງ​ກັນ​ປະເທດ ເຊິ່ງ​ເປັນ​ວຽກ​ງານ​ທີ່​ມີ​ລັກສະນະ​ຍຸດ​ທະ​ສາດ ແລະ ຍຸດ​ໂທ​ບາຍ ເຊິ່ງ​ຈຳເປັນ​ຕ້ອງ​ໄດ້​ປະຕິບັດ​ຢ່າງ​ເປັນ​ລະບົບ​ຕໍ່​ເນື່ອງ, ແມ່ນ​ການຈັດຕັ້ງ​ຜັນ​ຂະຫຍາຍ​ແນວທາງປ່ຽນ ແປງ​ໃໝ່​ຢ່າງຮອບດ້ານ ແລະ ມີ​ຫຼັກການ​ຂອງ​ພັກ, ໂດຍ​ສະເພາະ​ແມ່ນ​ແນວທາງ​ການ​ຕ່າງປະເທດ​ທີ່​ສ້າງສັນ ແລະ ສະເໝີ​ຕົ້ນ​ສະ ເໝີ​ປາຍ​ຂອງ​ພັກ ໃນ​ການ​ເປີດ​ກວ້າງ​ການ​ພົວພັນ​ຮ່ວມ​ມື​ກັບ​ບັນດາ​ກອງທັບ​ໃນ​ພາກ​ພື້ນ ແລະ ສາກົນ ເພື່ອ​ປົກ​ປັກ​ຮັກສາສັນ ຕິພາບ, ສະຖຽນ​ລະ​ພາບ, ຄວາມ​ໝັ້ນຄົງ​ຂອງ​ພາກ​ພື້ນ. ການ​ເຂົ້າ​ເປັນ​ສະມາຊິກ​ອາ​ຊຽນ ​ຂອງກອງ ທັບ​ປະຊາຊົນ​ລາວ ເປັນ​ການນຳ ​ເອົາ​ກາລະ​ໂອກາດ​ອັນ​ໃໝ່ ທີ່​ມີ​ລັກສະນະ​ຍຸດ​ທະ​ສາດ ຂອງ ​ສປປ ລາວ, ທັງ​ເປັນການເພີ່ມເວທີ​ ການເຄື່ອນໄຫວ​ທາງ​ດ້ານ​ການ ເມືອງ-ການ​ທູດ​ຂອງ​ຕົນ, ເພື່ອ​ສ້າງ​ສະພາບ​ແວດ​ລ້ອມ​ພາຍ​ນອກ​ທີ່​ເອື້ອ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ຍາດ​ແຍ່ງ​ເອົາ​ທ່າແຮງ​ສັງ​ລວມ​ຂອງ​ຍຸກ​ສະໄໝ ມາ​ສົມ ທົບ​ກັບ​ທ່າແຮງ​ບົ່ມ​ຊ້ອນ​ພາຍໃນ ເພື່ອ​ສືບຕໍ່​ດຳເນີນ​ພາລະກິດ​ປົກ​ ປັກ​ຮັກສາ ແລະ ສ້າງສາ​ພັດທະ ນາ​ປະເທດ​ຊາດ​ຂອງ​ພວກ​ເຮົາ. ໄລຍະ​ຊຸມ​ປີຜ່ານມາ ໂດຍ​ຜ່ານ​ການ​ຮ່ວມ​ມື​ດ້ານ​ຕ່າງໆ​ພາຍ​ໃນ​ອາ​ຊຽນ ໄດ້​ຖືກ​ຜັນ​ຂະຫຍາຍລົງ​ ເລິກ​ສູ່​ບັນດາ​ອົງການ ແລະ ຂະ ແໜງການ​ຕ່າງໆ ນັບ​ແຕ່​ຂັ້ນ​ກະ ຊວງ​ຈົນ​ເຖິງ​ກົມ​ກອງ​ເຫຼົ່າ​ຮົບ. ບົນ​ພື້ນຖານ​ໂດຍ​ຜັນ​ຂະຫຍາຍ​ຕາມ​ເນື້ອ​ໃນ​ຂອງ​ກອງ​ປະຊຸມ​ລັດຖະມົນຕີ​ປ້ອງ​ກັນ​ຊາດ​ອາ​ຊຽນ(ADMM). ໃນ​ນີ້, ກອງ​ບັນຊາ​ການ​ທະ​ຫາ​ອາກາດ ກອງ ທັບ​ປະຊາຊົນ​ລາວ ທີ່​ເປັນ​ເສນາ​ທິ​ການ​ທາງ​ດ້ານ​ວຽກ​ງານ​ການບິນ​ໃຫ້​ແກ່​ກະຊວງ​ປ້ອງ​ກັນ​ປະເທດ, ແມ່ນ​ອົງ​ປະກອບ​ໜຶ່ງ​ທີ່​ສຳຄັນ​ທີ່​ນອນ​ໃນ​ຂອບ​ການ​ຮ່ວມ​ມື​ຂອງ​ກອງທັບ​ອາ​ຊຽນ ເຊິ່ງ​ໃນ​ໄລຍະ​ຜ່ານ​ມາ​ກໍໄດ້​ມີ​ການເຄື່ອນໄຫວ​ກິດຈະກຳ​ທີ່​ປິ່ນ​ອ້ອມ​ເປັນ​ປະຈຳ​ຮ່ວມ​ກັບ​ກອງທັບ​ອາກາດ ຂອງ​ບັນດາ​ປະເທດ​ສະມາຊິກ​ອາຊຽນ, ເພື່ອ​ປະຕິ​ບັດ​​ເເນວ​ທາງ​ການ​ຕ່າງປະເທດ​ຂອງ​ພັກ​ເຮົາ​ກ່ຽວ​ກັບ​ການ​ພົວພັນ ແລະ ຮ່ວມ​ມືກັບ​ ສາກົນ, ເປັນ​ການຈັດຕັ້ງຜັນ​ຂະ ຫຍາຍ​ຜົນສຳເລັດຂອງປະຊຸມ​ ລັດຖະມົນຕີ​ປ້ອງກັນຊາດອາ ຊຽນ, ເພື່ອ​ເສີມ​ສ້າງ​ຄວາມ​ສາ ມັກຄີ​ທີ່​ເປັນ​ປຶກ​​ເເຜ່ນ ​ເເລະ ຮັດ​​ເເໜ້ນ​ສາຍ​ພົວພັນ​ມິດຕະພາບ​ລະຫວ່າງ​ກອງທັບ​ອາກາດ​ ຂອງ​ບັນດາ​ປະເທດ​ສະມາຊິກ​ອາ​ຊຽນ, ປະກອບສ່ວນ​ເອື້ອ​ອຳນວຍ​ໃຫ້​​ເເກ່​ການ​ພັດທະນາ​ເສດຖະກິດ ແລະ ສັງຄົມ​ຂອງ​ອາ​ຊຽນ, ສົ່ງເສີມ​ຄວາມ​ເຂົ້າໃຈ ​ເເລະ ເຊື່ອ​ໝັ້ນ​ເຊິ່ງ​ກັນ ແລະ ກັນ​ໃນ​ອາ​ຊຽນດ້ານ​ ວຽກ​ງານ​ປ້ອງ​ກັນ​ຊາດ ​ເເລະ ຄວາມ​ໝັ້ນຄົງ ເພື່ອ​ສ້າງເງື່ອນໄຂ ​ເເລະ ກົນ​ໄກ​ຂອງ​ການ​ຮ່ວມ​ມື​ຂອງ​ກອງທັບ​ອາກາດ​ອາ​ຊຽນໃນ​ ການ​ປະສານ​ງານ ​ເເລະ ກຽມ ພ້ອມ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຕ່າງໆ​ຢູ່​ໃນ​ພາກ​ພື້ນ. ປະຕິບັດ​ລະບຽບ​ການ ຂອງ​ອາ​ຊຽນ​ທີ່​ໄດ້​ລະບຸ​ໄວ້​ຢູ່​ໃນ​ກົດ​ບັດ​ອາ​ຊຽນ ຫຼື ​ເວົ້າ​ອີກ​ຢ່າງ​ໜຶ່ງ ແມ່ນ​ການ​ປະຕິບັດ​ພັນທະ​ສາກົນ ຂອງ​ກອງທັບ​ໃນ​ນາມ​ເປັນສະມາ ຊິກ​ຂອງ​ອາ​ຊຽນ. ໃນ​ປີ 2022 ກອງ​ບັນຊາ​ການ​ທະຫານ​ອາກາດ ກອງທັບ​ປະຊາຊົນ​ລາວ ໄດ້​ຮັບ​ກຽດ​ການ​ເປັນ​ປະທານ ແລະ ເປັນເຈົ້າພາບກອງປະຊຸມຜູ້ບັນ ຊາ​ການ​ທະຫານ​ອາກາດອາຊຽນ ​ຄັ້ງ​ທີ-19 (AACC-19) ພາຍ​ໃຕ້​ຄຳ​ຂວັນ​ທີ່​ວ່າ: ‘‘ພ້ອມ​ ກັນ​ສ້າງ​ສັນຕິພາບ ແລະ ສະ ຖຽນ​ລະ​ພາບ​ໃນ​ອາ​ຊຽນ’’ ແນໃສ່​ ສົ່ງເສີມ​ການ​ຮ່ວມ​ມື​ເພື່ອສັນຕິພາບ, ສະຖຽນ​ລະ​ພາບ ແລະ ຄວາມໝັ້ນ ຄົງໃນພາກ​ພື້ນ, ເພີ່ມ​ທະວີຄວາມ ເຊື່ອໝັ້ນຄວາມ​ໄວ້​ວາງ​ໄຈ​ເຊິ່ງ ​ກັນ ແລະ ກັນ, ຮ່ວມ​ມືກັນພັດທະ ນາຊ່ວຍເຫຼືອ​ເຊິ່ງ​ກັນ ແລະ ກັນ ເພື່ອຜົນປະໂຫຍດ​ລວມ​ຂອງອາ ຊຽນ ແລະ ຕ່າງຝ່າຍ ຕ່າງ​ມີ​ຜົນ​ປະໂຫຍດ. ກອງ​ປະຊຸມ​ຜູ້​ບັນຊາ​ການ​ທະຫານ​ອາກາດ​ອາ​ຊຽນ, ເປັນ​ເງື່ອນໄຂ ແລະ ກາລະ​ໂອກາດ​ໃຫ້​ຜູ້​ບັນຊາ​ການ​ທະຫານ​ອາກາດ​ອາ​ຊຽນ ໄດ້​ພົບ​ປະ​ແລກປ່ຽນ​ຄວາມ​ຄິດ​ເຫັນ, ການ​ຮ່ວມ​ມື​ລະຫວ່າງ​ກັນ ແລະ ກັນ​ໃຫ້​ເປັນ​ຮູບ​ປະ​ທຳ​ຫຼາຍ​ຂຶ້ນ ​ໂດຍ​ສະເພາະ​ແມ່ນ​ການ​ແບ່ງປັນ​ຂໍ້​ມູນ​ຂ່າວສານ​ກ່ຽວ​ກັບ​ຄວາມ​ໝັ້ນຄົງ, ການ​ເຝິກ​ອົບຮົມ​ຍົກ​ລະດັບ​ຄວາມ​ສາມາດ, ການ​ຊ່ວຍເຫຼືອ​ດ້ານ​ມະນຸດສະທຳ, ບັນ ເທົາ​ທຸກ​ໄພພິບັດ ແລະ ອື່ນໆ ເພື່ອ ​ເສີມ​ສ້າງ ແລະ ຮັດແໜ້ນສາຍພົວ ພັນ​ອັນ​ດີງາມ​ຂອງ​ກອງທັບ​ອາ ກາດ​ອາ​ຊຽນ ໃຫ້​ມີ​ສັນຕິພາບ, ສະ ຖຽນ​ລະ​ພາບ ທັງ​ສອດຄ່ອງ​ກັບ​ການຈັດຕັ້ງ​ປະຊາ​ຄົມ​ການເມືອງ ແລະ ຄວາມ​ໝັ້ນຄົງຂອງອາຊຽນ ເຊິ່ງ​ແມ່ນ​ໜຶ່ງ​ໃນ​ສາມ​ເສົາຄ້ຳ​ຂອງ​ປະຊາ​ຄົມ​ອາ​ຊຽນ. ການ ຈັດຕັ້ງ​ເຄື່ອນ​ໄຫວ​ວຽກ​ງານ​ອາ​ຊຽນ​ຂອງ​ກອງ​ບັນຊາ​ການ​ທະຫານ​ອາກາດ ກອງທັບ​ປະຊາ ຊົນ​ລາວ ບົນ​ພື້ນຖານ​ແມ່ນ​ຢູ່ໃນ​ ຂອບ ແລະ ການເຄື່ອນໄຫວວຽກ​ ງານ​ອາ​ຊຽນ​ຂອງ​ກອງທັບ​ປະ ຊາຊົນ​ລາວ. ຜົນ​ປະໂຫຍດ​ລວມ​ທີ່​ກອງ​ບັນຊາ​ການ​ທະຫານ​ອາກາດ ກອງທັບ​ປະຊາຊົນ​ລາວ ໄດ້​ຈາກ​ການ​ເປັນ​ປະທານ​ກອງ​ປະຊຸມ​ຜູ້​ບັນຊາ​ການ​ທະຫານ​ອາກາດ​ອາ​ຊຽນ​ຄັ້ງ​ທີ-19. ເປັນ​ການ​ສະທ້ອນ​ໃຫ້​ເຫັນ​ເຖິງ​ຄວາມ​ເຊື່ອ​ໝັ້ນ ແລະ ຄວາມ​ໄວ້​ວາງໃຈຂອງ​ ບັນດາ​ທະຫານ​ອາກາດອາຊຽນ ທີ່​ມີ​ຕໍ່​ກອງ​ບັນຊາ​ການທະຫານ​ອາກາດ ກອງທັບ​ປະຊາຊົນ​ລາວ ໃນ​ການຈັດຕັ້ງ​ຜັນ​ຂະຫຍາຍ​ບັນດາ​ເນື້ອ​ໃນ​ບົດ​ບັນທຶກ​ຕ່າງໆ​ຢູ່​ໃນ​ກອງ​ປະຊຸມ​ຄັ້ງ​ທີ່​ຜ່ານໆ​ມາ​ໃຫ້​ປະກົດ​ເປັນ​ຈິງ, ເປັນການ​ ປະກອບສ່ວນ​ທີ່​ຕັ້ງໜ້າ ແລະ ສຳຄັນ​ຂອງ​ກອງ​ບັນຊາ​ການ​ທະຫານ​ອາກາດ ກອງທັບ​ປະ ຊາຊົນ​ລາວ ໃນ​ການຈັດຕັ້ງຜັນ​ຂະຫຍາຍ​ແນວທາງ​ການ​ຕ່າງປະ ເທດ ແລະ ນະໂຍບາຍ​ປ້ອງ​ກັນ ​ຊາດຂອງພັກ-ລັດ ກໍ​ຄື 4 ໜ້າ ທີ່​ໃຫຍ່ 26 ແຜນ​ງານ​ຂອງຄະ ນະພັກ​ກະຊວງ​ປ້ອງ​ກັນ​ປະເທດ​ວາງ​ອອກ​ໃຫ້​ປະກົດ​ຜົນ​ເປັນ​ຈິງ, ໂດຍ​ສະເພາະ​ແມ່ນແຜນ​ງານ​ ໃຫຍ່​ທີ 4 ວ່າ​ດ້ວຍ​ວຽກງານ​ ການ​ຕ່າງປະເທດ, ເປັນ​ການ ​ເປີດ ​ໂອກາດໃຫ້ກອງບັນຊາການ​ ທະຫານ​ອາກາດ ກອງທັບ​ປະ ຊາຊົນ​ລາວ ໄດ້​ພັດທະນາ​ທາງ​ດ້ານ​ເຕັກນິກ​ວິທະຍາສາດ​ໃຫ້​ນັບ​ມື້​ທັນ​ສະໄໝ ແລະ ຍົກ​ສູງລະດັບ​ຄວາມ​ຮູ້, ຄວາມ​ສາມາດ​ຂອງ​ນາຍ ແລະ ພົນທະຫານກອງບັນ ຊາ​ການ​ທະຫານ​ອາກາດ ​ໃຫ້​ສູງ​ຂຶ້ນ​ເພື່ອ​ໃຫ້​ທຽບ​ທັນ​ກັບ​ປະເທດ​ສະມາຊິກ​ອາ​ຊຽນ, ໃນ​ຂະນະ​ດຽວເປັນ​ການ​ທົດ​ສອບ​ຄວາມ​ອາດ​ສາມາດ​ຂອງ​ກອງ​ບັນຊາ​ການ​ທະຫານ​ອາກາດ, ຂອງນາຍ ແລະ ພົນທະຫານໃນການປະ ຕິບັດ​ລະບຽບ​ວິໄນ ແລະ ແບບ​ແຜນການເຄື່ອນໄຫວ​ໜ້າທີ່​ການ ເມືອງ​ຂອງ​ຕົນ ໃນ​ການ​ພົວພັນ​ຮ່ວມ​ມື​ກັບ​ເພື່ອນ​ມິດສາ​ກົນ​ໃນ​ໄລຍະ​ໃໝ່ ໃຫ້​ມີ​ປະ​ສິດທິ​ຜົນ​ສູງ​ຂຶ້ນ​ເລື້ອຍໆ. ພ້ອມ​ດຽວ​ກັນ​ນີ້​ ເປັນ​ການ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ຮ່ວມ​ມື​ກັບ​ສາກົນ​ຂອງ​ກອງທັບ​ປະຊາຊົນ​ລາວ​ເວົ້າ​ລວມ, ເວົ້າ​ສະເພາະ​ແມ່ນ​ກອງ​ບັນຊາ​ການ​ທະຫານ​ອາກາດ​ໃນ​ໄລຍະ​ໃໝ່ ເປັນ​ການ​ເປີດ​ໂລກ​ກະທັດ​ໃຫ້​ກວ້າງຂວາງ​ຂຶ້ນ​ໃນ​ຂອບ​ອາ​ຊຽນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ