ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ທະຫານ​ແຂວງ​ເຊ​ກອງ​ ມອບ​ໃບ​ຍ້ອງຍໍ​ຜົນງານ​ດີເດັ່ນ​ ປະຈຳ​ປີ 2022
ເວລາອອກຂ່າວ: 2023-02-02 09:19:39 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 207 | ຄວາມນິຍົມ:



ວັນ​ທີ 19 ມັງກອນ 2023 ນີ້, ກອງ​ບັນຊາ​ການ​ທະຫານ ແຂວງ​ເຊ​ກອງ ໄດ້​ຈັດ​ພິທີ​ມອບ​ໃບ​ຍ້ອງຍໍ​ສັນລະເສີນ​ໃຫ້​ນາຍ​ທະຫານ​ຜູ້​ທີ່​ມີ​ຜົນງານ ແລະ ຄຸນງາມຄວາມດີ, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ສົມ​ຈິດ ນິລະ​ພົນ ຄະນະ​ປະຈຳ​ພັກ ຫົວໜ້າ​ຫ້ອງ​ການເມືອງ ກອງ​ບັນຊາ​ການ​ທະຫານ​ແຂວງ​ເຊ​ກອງ, ມີຄະນະ​ພັກ-ຄະນະ​ບັນຊາ, ພະນັກງານ-ນັກຮົບ​ເຂົ້າ​ຮ່ວມ. ບົດ​ສະຫຼຸບ​ຜົນງານ​ວຽກ​ງານ​ປ້ອງ​ກັນ​ຊາດ​ໄລຍະ​ຜ່ານ​ມາ, ຄະນະ​ພັກ-ຄະນະ​ບັນຊາ​ໄດ້​ເອົາໃຈໃສ່​ຊີ້​ນຳ-ນຳພາ​ກຳລັງ​ປະກອບ​ອາວຸດ​້​ພ້ອມ​ກັນ​ເຮັດ​ໜ້າທີ່​ສຶກ​ສາ​ອົບຮົມ​ການເມືອງ​ແນວ​ຄິດ, ເຮັດ​ໃຫ້​ສະພາບ​ໃນ​ຂອບ​ເຂດ​ຮັບຜິດຊອບ​ມີ​ຄວາມ​ສະຫງົບ​ໂດຍ​ພື້ນຖານ​ນາຍ ແລະ ພົນທະຫານ​ແຕ່​ລະ​ສະຫາຍ​ໂດຍ​ລວມ​ແມ່ນ​ຮັບ​ຮູ້​ເຊື່ອມ​ຊຶມ​ແນວທາງ​ຂອງ​ພັກ​ຢ່າງ​ກວ້າງ​ຂວາງ, ຮັບປະກັນ​ຄວາມ​ສະຫງົບ​ສະຖຽນ​ລະ ​ພາບ​ທາງ​ດ້ານ​ການເມືອງ ແລະ ມີ​ຄວາມ​ເປັນ​ລະບຽບ​ຮຽບ​ຮ້ອຍ​ໃນ​ທົ່ວ​ກົມ​ກອງ ໄດ້​ຫັນ​ເອົາ​ພະນັກງານ​ລົງ​ກໍ່ສ້າງ​ຮາກ​ຖານ​ການເມືອງ, ຕິດ​ພັນ​ກັບ​ວຽກ​ງານ​ສາມ​ສ້າງ, ເພີ່ມ​ທະວີ​ໃນ​ການ​ກໍ່ສ້າງ​ກຳລັງ​ປະກອບ​ອາວຸດ​ຂັ້ນ​ທ້ອງຖິ່ນ​ໃຫ້​ມີ​ຄວາມ​ໜັກ​ແໜ້ນ, ມີ​ຄຸນສົມບັດ​ສິນທຳປະຕິວັດ, ມີ​ລະບຽບ​ວິ​ໄນ​ເຂັ້ມ​ງວດ, ເອົາໃຈໃສ່​ວຽກງານເຝິກແອບຮໍ່າຮຽນ​ຍົກ​ລະດັບ​ທາງ​ດ້ານ​ສິນ​ລະ​ຍຸດ-ຍຸດທະວິທີ​ໃຫ້​ມີ​ຄວາມ​ຊຳ​ນິ​ຊຳ​ນານ, ເອົາໃຈໃສ່​ປັບປຸງ​ກໍ່ສ້າງ​ກົມ​ກອງ​ໃຫ້​ມີ​ຄວາມ​ໜັກ​ແໜ້ນ​ ເຂັ້ມແຂງ ໃຫ້​ກາຍເປັນ​ກົມ​ກອງ 3 ປອດ, ກົມ​ກອງ​ວັດທະນະ​ທຳແລະ ນັກຮົບ​ວັດທະນະທຳ ແລະ ໄດ້​ມອບ​ໃບ​ຍ້ອງຍໍ​ສັນລະເສີນ​ຜົນງານ​ໃຫ້​ນາຍ​ທະຫານ ມີ 2 ປະເພດ​ຄື ປະເພດ I ຈຳນວນ 699 ສະຫາຍ ແລະ ປະເພດ II ຈຳນວນ 921 ສະຫາຍ. ໂດຍ: ສີ​ອະນຸ​ສັກ ຄຳ​ເຮືອງ​ສີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ