ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສຳເລັດ​ກອງ​ປະຊຸມ​ວຽກ​ງານ​ການ​ເງິນ​ທົ່ວ​ກອງທັບ ປະຈຳ​ປີ 2022
ເວລາອອກຂ່າວ: 2023-02-02 08:48:12 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 439 | ຄວາມນິຍົມ:



ກອງ​ປະຊຸມ​ວຽກ​ງານ​ການ​ເງິນ​ທົ່ວ​ກອງທັບ​ປະຈຳ​ປີ 2022 ໄດ້​ດຳເນີນ​ມາ​ເປັນ​ເວລາ 2 ວັນ ເຕັມ​ໄປ​ດ້ວຍ​ບັນຍາກາດຟົດຟື້ນ ແລະ ດ້ວຍ​ຄວາມ​ຮັບຜິດຊອບ​ສູງ​ຂອງ​ບັນດາ​ສະຫາຍຕໍ່​ເນື້ອ​ໃນ​ກອງ​ປະຊຸມ​ໄດ້​ເຮັດ​ໃຫ້​ກອງ​ປະຊຸມ​ດັ່ງກ່າວ​ສຳເລັດຕາມ​ຈຸດ ປະສົງ​ຄາດໝາຍ ໃນ​ວັນ​ທີ 1 ກຸມພາ 2023 ນີ້, ໂດຍ​ການ​ເປັນ​ປະທານ​ຂອງ​ສະຫາຍ ພົນ​ໂທ ທອງ​ລອຍ ສິລິ​ວົງ ກຳມະການ​ສູນ​ການ​ພັກ, ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ, ຫົວໜ້າ​ກົມ​ໃຫຍ່​ການເມືອງ​ກອງທັບ, ມີ​ຄະນະ​ນຳ​ກະຊວງ, ບັນດາ​ກົມໃຫຍ່, ຫ້ອງ​ວ່າການ​ກະຊວງ​ປ້ອງ​ກັນ​ປະເທດ, ຄະນະ​ພັກ-ຄະນະ​ບັນຊາ, ກົມ​ແຜນການ-ການ​ເງິນ, ກົມ​ກອງ​ກຳລັງ​ຫຼວງ-ກຳລັງ ທ້ອງຖິ່ນ​ທົ່ວ​ກອງທັບ​ເຂົ້າ​ຮ່ວມ. ສະຫາຍ ພົນ​ຈັດຕະວາ ບຸນ​ຊູ ​ ດວງ​ຄຳ​ມີ ກຳມະການ​ຄະນະ​ພັກ​ ກະຊວງ ປ້ອງ​ກັນ​ປະເທດ ຫົວໜ້າ​ກົມການ​ເງິນ​ກະຊວງ​ປ້ອງ​ກັນ​ປະເທດ ໄດ້​ສະຫຼຸບ​ຄືນ​ຜ່ານ​ການ​ດຳເນີນ​ກອງ​ປະຊຸມ​ໃນ​ໄລຍະ 2 ວັນ​ຜ່ານ​ມາ ການຈັດຕັ້ງ​ປະຕິບັດ​ວຽກ​ງານ​ການ​ເງິນ​ໃນ​ປີ 2022 ເຊິ່ງ​ຜູ້​ເຂົ້າ​ຮ່ວມໄດ້​ພ້ອມ​ກັນ​ຄົ້ນ ຄວ້າ​ຕີ​ລາຄາ​ຄືນ​ສະພາບ​ການ​ທີ່​ສົ່ງ​ຜົນ​ກະທົບ​ຕໍ່ການຈັດຕັ້ງ​ປະຕິບັດ​ວຽກ​ງານ​ການ​ເງິນ​ໃນ​ສຸມ​ປີຜ່ານມາ ພ້ອມທັງ​ໄດ້​ສຸມ​ໃສ່​ຄົ້ນຄວ້າ​ປະກອບ​ຄຳ​ຄິດ​ເຫັນ​ໃສ່​ເນື້ອ​ໃນ​ຕ່າງໆ​ຂອງກອງ​ປະຊຸມ ເຊິ່ງ​ຍົກ​ໃຫ້​ເຫັນ​ດ້ານ​ຕັ້ງໜ້າ, ຜົນງານ​ທີ່​ເຮັດ​ສຳເລັດ, ຈຸດ​ອ່ອນ​ທີ່​ຍັງ​ຄົງ​ຄ້າງ, ວິທີ​ການ​ແກ້​ໄຂ ແລະ ເອກະ​ພາບ​ໃນ​ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ໃນ​ປີ 2023 ເພື່ອ​ເປັນ​ການ​ປັບປຸງ​ບັນດາ​ລະ ບຽບ​ການ ແລະ ນິຕິ​ກຳ​ທາງ​ດ້ານ​ວຽກ​ງານ​ການ​ເງິນ ໃຫ້​ຮັດກຸມ​ກວ່າ​ເກົ່າ. ໃນ​ຕອນ​ທ້າຍ ສະຫາຍ ພົນ​ໂທ ທອງ​ລອຍ ສິລິ​ວົງ ໄດ້​ຍົກ​ເຫັນ​ສະພາບ​ການ​ຂອງ​ໂລກ ແລະ ພາກ​ພື້ນ ກໍ​ຄື​ປະເທດ​ເຮົາ​ທີ່​ພວມ​ຜັນ​ແປ​ໄປ​ຢ່າງ​ສັບ​ຊ້ອນ, ຍົກ​ໃຫ້​ເຫັນບັນຫາ​ທີ່​ຕ້ອງ​ໄດ້​ເອົາໃຈໃສ່​ໃນຕໍ່ໜ້າ ແລະ ມີ​ຄຳ​ເຫັນ​ຫຼາຍ ບັນຫາ​ສຳຄັນ ເພື່ອ​ເປັນ​ແນວທາງ​ໃນ​ການຈັດຕັ້ງ​ປະຕິບັດວຽກ​ງານ​ການ​ເງິນ​ໃນ​ປີ 2023 ເປັນຕົ້ນ​ແມ່ນ ບັນຫາ​ການເກັບ​ລາຍ​ຮັບ​ງົບປະມານ​ບໍ່​ໄດ້​ຕາມ​ຄາດໝາຍ, ບັນຫາ​ໜີ້​ສິນຄຸມ​ເຄືອ, ບັນຫາ​ລາຄາ​ສິນຄ້າ​ແພງ ຄ່າ​ຄອງ​ຊີບ​ສູງ, ການສະໜອງ​ງົບປະມານ​ຂອງ​ລັດ​ຈຳກັດ ແລະ ອື່ນໆ ທີ່​ມີ​ຜົນ​ກະທົບໂດຍ​ກົງ​ຕໍ່​ການ​ພັດທະ ນາ​ກົມ​ກອງ, ພັດທະນາ​ກອງທັບ ຍ້ອນແນວ​ນັ້ນ​ພວກ​ເຮົາ​ຕ້ອງ​ເປັນ​ເຈົ້າ​ຕົນ​ເອງ ເພີ່ງ​ຕົນ​ເອງ, ສ້າງ​ຄວາມເຂັ້ມແຂງ​ດ້ວຍ​ຕົນ​ເອງ, ຕ້ານ​ທັດສະນະ​ແນວ​ຄິດ​ເອື່ອຍ​ອີງ, ລໍຖ້າ​ແຕ​ການ​ເບີກ​ຈ່າຍ ຈາກ​ຂັ້ນ​ເທິງ, ຄະນະ​ນັກ-ຄະນະ​ບັນຊາ ແລະ ຂະແໜງການ​ເງິນ​ແຕ່​ລະ​ຂັ້ນ​ຕ້ອງ​ປະຕິບັດ​ຫຼັກການ, ແບບ ແຜນ​ວິທີ​ເຮັດ​ວຽກ​ຂອງ​ພະນັກງານ​ພັກ-ລັດ, ໂດຍ​ສະ ເພາະ​ແມ່ນ​ຫຼັກການ​ແບບ​ລວມ​ສູນ​ປະຊາທິປະໄຕ ເຮັດ​ວຽກ​ເປັນ​ໝູ່​ຄະນະ​ບຸກຄົນ​ຮັບຜິດຊອບ, ພາຍ​ໃນ​ຕ້ອງ​ມີ​ຄວາມ​ສາມັກຄີ​ເປັນ​ເອກະ​ພາບ, ເອົາໃຈ​ໃສ​ນຳ​ໃຊ້​ຮ່ວງ​ງົບປະມານ​ໃຫ້​ຖືກຕ້ອງ​ຕາມ​ຮ່ວງ​ຕາມ​ຂະແໜງການ ແລະ ຖືກຕ້ອງ​ຕາມ​ຂໍ້​ກຳນົດ​ຂອງ​ການ​ເງິນ, ລະບອບ​ກວດກາ, ເປັນ​ແຕ່​ລະ​ໄລຍະ ພ້ອມ​ທັງ​ປະຕິບັດ​ການ​ຄຸ້ມ​ຄອງ​ລະບອບ​ອັດຕາ​ຕ່າງໆ​ໃຫ້​ເຂັ້ມ​ງວດ​ໂປ່ງ​ໃສ, ປະຕິບັດ​ຕົວ​ເລກ​ງົບປະມານ​ໃຊ້​ຖືກ​ເປົ້າ​ໝາຍ, ປະຢັດ ແລະ ຈັດ​ຕັ້ງ​ປະຕິບັດ​ປົກກະຕິ ແລະ ໃຫ້​ເປັນ​ເອກະ​ພາບ​ກັນ​ໃນ​ທົ່ວ​ກອງທັບ ກ່ຽວ​ກັບ​ວຽກ​ງານ​ກວດ​ສອບ​ບັນຊີ​ດ້ານ​ຕ່າງໆ ເພີ່ມ​ທະວີ​ຄວາມ​ເປັນ​ເຈົ້າ​ການ​ຊີ້​ນຳ-ນຳພາ, ບັນຊາ​ຂອງ​ຄະນະ​ພັກ, ຄະນະ​ບັນຊາ​ແຕ່​ລະ​ຂັ້ນ ໃນ​ການ​ຄຸ້ມ​ຄອງ​ປົກ​ປັກ​ຮັກສາ​ແລະ ນຳ​ໃຊ້​ວັດຖຸ-ງົບປະມານ​ການ​ເງິນ​ຕາມ​ລະບອບ​ອັດຕາ​ທີ່​ຂັ້ນ​ເທິງ​ກຳນົດ, ຄຸ້ມ​ຄອງ-ນຳ​ໃຊ້​ຕົວ​ເລກ​ງົບປະມານ​ທີ່​ໄດ້​ຮັບ​ແບ່ງປັນໃຫ້​ລະອຽດ​ຮັດກຸມ, ຖືກ​ເປົ້າ​ໝາຍ ແລະ ເອົາໃຈໃສ່​ວຽກ​ງານ​ກວດກາ, ວຽກ​ງານ​ວິຊາ​ສະເພາະ​ການ​ເງິນ​ໃຫ້​ເປັນ​ປົກກະຕິ, ຮັບ ປະກັນ​ຄວາມ​ໂປ່ງ​ໃສ ສາມາດ​ກວດ​ສອບ​ໄດ້ ຕາມ​ຂໍ້​ກຳນົດ​ລະບຽບ​ຫຼັກການ ພ້ອມ​ທັງ​ເອົາ ໃຈໃສ່​ປັບປຸງ​ກໍ່ສ້າງ​ພະນັກງານ​ວິຊາ​ສະເພາະ​ການ​ເງິນ​ທາງ​ດ້ານ​ຈຳນວນ ແລະ ຄຸນ​ນະ​ພາບ ທາງ​ດ້ານ​ຄຸນ​ທາດ​ການເມືອງ​ສິນ​ທຳ​ປະຕິວັດ ຄວາມ​ຮູ້-ຄວາມ​ສາມາດ, ຄວາມ​ຊື່ສັດ​ບໍລິສຸດ ຄວາມ​ຮັບຜິດຊອບ, ສ້າງ​ໃຫ້​ມີ​ພະນັກງານ​ສືບ​ທອດ​ປ່ຽນ​ແທນ​ຢ່າງ​ຕໍ່​ເນື່ອງ, ນຳ​ໃຊ້​ພະນັກງານ​ຂະແໜງການ​ເງິນ ແລະ ວິຊາ​ການ​ໃຫ້​ຖືກ​ຕາມ​ຄວາມ​ຮູ້-ຄວາມ​ສາມາດ ເພື່ອ​ຮັບປະກັນ​ໃຫ້​ແກ່​ການ​ປະຕິບັດ​ໜ້າທີ່​ບໍລິຫານ​ລ້ຽງ​ດູ​ທັບ, ສ້າງ​ປະຖົມ​ປັດ​ໄຈ​ພື້ນຖານ​ວັດຖຸ-ເຕັກນິກ ໃຫ້​ແກ່​ການ​ປັບປຸງ​ກໍ່ສ້າງ​ເຫຼົ່າ​ຮົບ​ການ​ເງິນ ກ້າວ​ຂຶ້ນ​ແບບແຜນ​ທັນ​ສະໄໝ​ເທື່ອ​ລະ​ກ່າວ ເຂັ້ມ​ງວດ​ຕໍ່​ພະນັກງານ​ທີ່​ເຮັດ​ຜິດ​ກົດໝາຍ ແລະ ລະບຽບ​ວິໄນ​ດ້ານ​ການ​ເງິນ, ເອົາໃຈໃສ່​ການ​ຄຸ້ມ​ຄອງ​ງົບປະມານ​ໃຫ້​ຮັດກຸມ, ປະຕິບັດ​ວິໄນ​ການ​ເງິນ​ໃຫ້​ມີ​ຄວາມ​ສັກສິດ ແລະ ເຂັ້ມ​ງວດ ເອົາໃຈໃສ່​ວຽກ​ງານ​ຄຸ້ມ​ຄອງ​ລາຍ​ຮັບ-ລາຍ​ຈ່າຍ​ງົບປະມານ ແລະ ປະຕິບັດ​ວິໄນ​ການ​ເງິນ​ລະ ບົບ​ບັນຊີ​ສະຫຼຸບ​ຖອດ​ຖອນ​ບົດ ຮຽນ​ລາຍ​ງານ​ໃຫ້​ທັນ​ເວລາ, ກົມ​ກອງ​ກຳລັງ​ຫຼວງ, ກຳລັງ​ທ້ອງຖິ່ນ ຕ້ອງ​ສ້າງ​ແຜນການ​ເງິນ-ແຜນ​ວຽກ ປະຈຳ​ເດື​​ອນ, ງວດ, ປີ ແລະ ແຜນ​ຂໍ​ຖອນເງິນ ເພື່ອ​ສົ່ງ​ໃຫ້​ກົມ​ການ​ເງິນ ( ກຳລັງ​ຫຼວງ ), ຫ້ອງການ​ງົບປະມານ ແລະ ຄັງ​ເງິນ​ປະຈຳ​ແຂວງ ( ກຳລັງ​ທ້ອງຖິ່ນ) ໃຫ້​ທັນ​ເວລາ​ທີ່​ກຳ ນົດ​ໄວ້.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ