ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຄະນະ​ພັກ​ກົມ​ໃຫຍ່​ເຕັກນິກ​ກອງທັບ ສະຫຼຸບ​ການ​ນຳພາ ຂອງ​ຄະນະ​ບໍລິຫານ​ງານ​ພັກ
ເວລາອອກຂ່າວ: 2023-02-02 08:46:02 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 293 | ຄວາມນິຍົມ:



ໃນ​ທ້າຍ​ເດືອນມັງກອນ 2023 ນີ້, ຄະນະ​ບໍລິຫານ​ງານ​ພັກ ກົມ​ໃຫຍ່​ເຕັກນິກ​ກອງທັບ ໄດ້​ສະຫຼຸບ​ການ​ນຳພາ ຂອງ​ຄະນະ​ບໍລິຫານ​ງານ​ພັກ ປະຈຳ​ປີ 2022 ແລະ ຜ່ານ​ທິດ​ທາງ​ແຜນການ ປີ 2023 ຂຶ້ນ. ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພົນ​ຕີ ປະສິດ ທ່ຽງ​ທຳ ກຳມະການຄະນະ​ປະຈຳ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ, ເລຂາ​ຄະນະ​ພັກ​ກົມ​ໃຫຍ່, ຫົວໜ້າ​ກົມ​ໃຫຍ່​ເຕັກນິກ​ກອງທັບ, ມີ​ບັນ ດາ​ສະຫາຍ​ໃນ​ຄະນະ​ບໍລິຫານ​ງານ​ພັກ​ກົມ​ໃຫຍ່ ເຂົ້າ​ຮ່ວມ. ສະຫາຍ ພົນ​ຈັດຕະວາ ທອງ​ພັນ ສຸ​ທຳ​ມະ​ວົງ ກຳມະການ​ຄະນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ, ຮອງຫົວໜ້າ​ກົມ​ໃຫຍ່​ເຕັກນິກ​ກອງທັບ ໄດ້​ຍົກ​ໃຫ້​ເຫັນ​ຜົນງານ​ຫຼາຍ​ດ້ານ ແລະ ເປັນ​ເຈົ້າ​ການ​ຈັດ​​ຕັັ້ງ​ຄົ້ນຄວ້າ​ເຊື່ອມ​ຊຶມ ແລະ ຜັນ​ຂະຫຍາຍ​ມະ​ຕີ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ XI ຂອງ​ພັກ, ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ V ຂອງ​ຄະນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ, ມະຕິ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ I ຂອງ​ຄະນະ​ພັກ ກົມ​ໃຫຍ່​ເຕັກນິກ ເຂົ້າ​ໃນ​ໜ້າທີ່​ການເມືອງ​ຂອງ​ກົມ​ກອງ, ຄະນະ​ພັກ​ກົມ​ໃຫຍ່​ພວກ​ເຮົາ​ໄດ້​ເອົາໃຈໃສ່​ນຳພາ-ຊີ້​ນຳ​ຢ່າງ​ໃກ້ຊິດ ເພື່ອ​ຮັບປະກັນ​ເຮັດ​ໃຫ້​ການຈັດຕັ້ງ​ພັກ-ສະມາຊິກ​ພັກ ມີ​ຄວາມ​ໜັກ​ແໜ້ນ, ເຂັ້ມແຂງ​ທາງ​ດ້ານການເມືອງ-ແນວ​ຄິດ, ການຈັດຕັ້ງ ແລະ ແບບແຜນ​ການ​ນຳພາ​ໂດຍ​ປະຕິບັດ​ຕາມ 5 ຫຼັກການ 3 ທິດ​ນຳ​ໃນ​ການ​ປັບປຸງ​ກໍ່ສ້າງ​ພັກ, ເພື່ອ​ນຳພາ-ຊີ້​ນຳ​ຂົງເຂດຄວາມ​ຮັບຜິດ​ຊອບ​ຂອງ​ຕົນ ມີ​ຜົນສຳເລັດ​ຕາມ​ແຜນການ, ໄດ້​ຊີ້​ນຳ​ບັນດາ​ຮາກ​ຖານ​ພັກ ປະຕິບັດ​ແຜນການ​ສ້າງ​ໜ່ວຍ​ພັກ​ປອດ​ໃສ, ເຂັ້ມແຂງ, ໜັກ​ແໜ້ນ ປະຈຳ​ປີ 2022. ພ້ອມ​ທັງ, ຈັດ​ຕັ້ງ​ການ​ກວດກາ​ຕີ​ລາຄາ​ແບ່ງ​ຄຸນ​ນະ​ພາບ​ສະມາຊິກ​ພັກ-ໜ່ວຍ​ພັກ​ສຳເລັດ​ຕາມ​ແຜນການ​ເພື່ອ​ສົ່ງ​ໃຫ້​ກົມ​ຈັດ​ຕັ້ງ​ພັກ-ກົມ​ໃຫຍ່​ການເມືອງ​ກອງທັບ​ຄົ້ນຄວ້າ​ຮັບຮອງ ຈຳນວນ 59 ໜ່ວຍ​ພັກ, ສະເພາະ​ໜ່ວຍ​ພັກ​ທີ່​ຄະນະ​ພັກ​ກະຊວງ​ໄດ້​ຮັບຮອງ ຈຳນວນ 66 ໜ່ວຍ​ພັກ​ກໍ​ໄດ້​ຈັດ​ຕັ້ງ​ພິທີ​ມອບຮັບ​ຢ່າງ​ລະອຽດ, ໄດ້​ເອົາໃຈໃສ່ປັບປຸງ​ກໍ່ສ້າງ​ພະນັກງານ​ທັງ 3 ຮຸ້ນໄປ​ພ້ອມໆ​ກັນ, ປະຈຸ​ບັນ​ກົມໃຫຍ່​ເຕັກ ມີ​ຈຳນວນ​ພົນ​ທັງ​ໝົດ 2.196 ສະຫາຍ, ຍິງ 425 ສະຫາຍ, ໄດ້​ຄົ້ນ​ຄວ້​​າ ແລະ ປັບປຸງໂຄງປະກອບການຈັດຕັ້ງ​ຈຳນວນຂັ້ນຫ້ອງການ​ກົມ​ໃຫຍ່​ເຕັກນິກ ແລະ ກົມ​ກອງ​ຂຶ້ນ​ກັບ​ສຳເລັດ​ລໍຖ້າ​ຂັ້ນ​ເທິງ​ອາ​ນຸ​ມັດ ແລະ ນຳ​ສະເໜີ​ຂັ້ນ​ເທິງ​ແຕ່ງຕັ້ງ​ພະນັກງານເຕັກນິກ​ຢູ່ກຳ​ລັງ​ຫຼວງ ແລະ ກຳລັງ​ທ້ອງຖິ່ນ​ຕາມ​ການ​ສະເໜີ​ຂອງ​ແຕ່ລະ​ກົມ​ກອງ, ເບີກ-ຈ່າຍ ວັດຖຸ​ອາໄຫຼ່ ຈຳນວນ​ທັງ​ໝົດ 1.161 ລາຍການ, ຂຶ້ນ​ແຜນ​ຊື້​ວັດຖຸ-ອາ​ໄຫຼ່ ລົດ​ຕັງ-ຫຸ້ມ​ເກາະ ຈຳນວນ 49 ລາຍການ, ຮັບ​ລົດ​ໃໝ່ ຈຳນວນ 119 ຄັນ, ຮັບ​ລົດ​ເກົ່າ​ເຂົ້າ​ສາງ 19 ຄັນ, ຈ່າຍ​ລົດ​ທັງ​ໝົດ 25 ຄັນ, ຈ່າຍ​ວັດຖຸ-ອາ​ໄຫຼ່​ລົດ​ສູ້​ຮົບ 32 ລາຍການ. ໃນ​ນີ້, ເບີກ-ຈ່າຍ​ອາວຸດ​ຍຸດ​ໂທ​ປະກອນ​ໃຫ້​ບັນດາ​ກົມ​ກອງ​ທະຫານ ທັງ​ໝົດ 608 ໂຕນ, ເຮັດ​ໜ້າທີ່​ຮັບປະກັນ​ດ້ານ​ເຕັກນິກ​ໃຫ້​ແກ່​ໂຄງການ 01728, ລົງ​ກວດກາ​ພາຫະນະ-ອາວຸດ​ຍຸດ​ໂທ​ປະກອນ​ເຕັກນິກ​ທົ່ວ​ກອງທັບ​ສຳເລັດ, ເຂົ້າ​ຮ່ວມ​ພິທີ​ສະຫຼຸບ​ທອດ​ຖອນ​ບົດຮຽນ​ບັ້ນ​ຊ້ອມ​ຮົບ ກຳປັ່ນ​ຫຼັກ-2 ຢູ່​ກອງພັນ​ໃຫຍ່​ທີ 11, ບົວລະບັດ ຂັ້ນ II, ສ້ອມແປງ ຄືນລົດ​ຫຸ້ມ​ເກາະ BTR 60PR ຈຳນວນ 7 ຄັນ, ລົດ​ຫຸ້ມ​ເກາະ BR DM-2 ຈໍານວນ 1 ຄັນ ລວມ 8 ຄັນ ຢູ່​ສາງ ກ. 2 ໄດ້ 10%, ລົງ​ກວດ​ນັບ​ບັນຊີ​ວັດຖຸ​ອາ​ໄຫຼ່​ລົດ​ຫຸ້ມເກາະ ຢູ່​ສາງ ອ.1 ຈຳນວນ 46 ລາຍການ, ຍິງ​ທົດ​ລອງ​ລູກປືນ​ດັດແປງ 7,62x39 ຍັດ​ໝື້​ລູກ 7,62x54 ຢູ່​ໂຮງງານ ອ.410, ສ້ອມແປງ​ລົດ ຈຳນວນ 45 ຄັນ ສຳເລັດ 20 ຄັນ, ສ້ອມແປງ​ປືນ​ໃຫຍ່​ໜ້າດິນ ຈຳນວນ 43 ກະບອກ ສຳເລັດ, ສ້ອມແປງ​ປືນ​ໃຫຍ່​ປ້ອງ​ກັນ​ອາກາດ ຈຳນວນ 29 ກະບອກ ສຳເລັດ, ສ້ອມແປງ​ລົດ​ຕິດ​ຕັ້ງ​ປືນ 122 ຈຳນວນ 1 ຄັນ ສຳເລັດ, ສ້ອມແປງ​ປືນ​ທະຫານ​ຮາບ ຈຳນວນ 554 ກະບອກ ສຳເລັດ 237 ກະບອກ, ບົວລະບັດ​ລູກປືນ 122 ​ມມ, 130 ​ມມ ລູກ​ຄົກ 82 ​ມມ, ລູກປືນ BM-14 ມີ່ນ TM-57 ແລະ ເລົາ​ປືນ 14,5 ​ມມ ຈຳນວນ 98,9 ໂຕນ ແລະ ວຽກ​ງານ​ອື່ນໆ ລ້ວນ​ແຕ່​ສຳເລັດ​ຕາມ​ລະດັບ​ຄາດໝາຍ. ໂອກາດ​ນີ້, ສະຫາຍ ພົນ​ຕີ ປະສິດ ທ່ຽງ​ທຳ ກໍ​ໄດ້​ເນັ້ນ​ໜັກ​ໃຫ້​ບັນດາ​ສະຫາຍ​ໃນ​ຄະນະ​ບໍລິຫານ​ງານ​ພັກ​ທົ່ວ​ອົງການ​ກົມ​ໃຫຍ່ ຈົ່ງ​ພ້ອມ​ກັນ​ເອົາໃຈໃສ່, ຍົກ​ສູງ​ຄວາມ​ຮັບຜິດຊອບ​ຕໍ່ໜ້າ​ທີ່​ວຽກ​ງານ​ທີ່​ໄດ້​ຮັບ​ການ​ມອບ​ໝາຍ, ເປັນ​ເຈົ້າ​ການ​ໃນ​ການ​ປະຕິບັດ, ເປັນ​ແກນ​ນຳ​ອັນ​ໜັກ​ແໜ້ນ​ໃນ​ການ​ຊີ້​ນຳ-ນຳພາ​ຂົງເຂດ​ຄວາມ​ຮັບຜິດຊອບ​ຂອງ​ຕົນ​ເປັນ​ຢ່າງ​ດີ, ກຳ​ແໜ້ນ​ຫຼັກການ​ນຳພາ​ຂອງ​ພັກ, ລວມ​ສູນ​ປະຊາທິປະໄຕ, ເຮັດ​ວຽກ​ເປັນ​ໝູ່​ຄະນະ, ແບ່ງ​ງານ​ໃຫ້​ບຸກຄົນ​ຮັບຜິດຊອບ​ຢ່າງ​ຈະແຈ້ງ, ຮັກສາ​ໄດ້​ຄວາມ​ສາມັກຄີ​ເປັນ​ປຶກແຜ່ນ​ແໜ້ນໜາ​ໃນ​ໝູ່​ຄະນະ, ພ້ອມ​ກັນ​ເຮັດ​ສຳເລັດ​ໜ້າທີ່ ທີ່​ຂັ້ນ​ເທິງ​ມອບ​ໝາຍ ແລະ ປັບປຸງ​ກໍ່ສ້າງ​ພັກ​ໃຫ້​ມີ​ຄວາມ​ປອດ​ໃສ, ເຂັ້ມແຂງ, ໜັກ​ແໜ້ນ​ຂຶ້ນ​ໄປ​ເລື້ອຍໆ. ໂດຍ: ພູ​ສະ​ນິດ ສິງ​ເມືອ​ຄຳ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ